Skip to main content

Author: Chanthakhard Inthadalin

ເປີດສາກເປັນທາງການ ການແຂ່ງຂັນປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ ທີ່ ສປປ ລາວ

ການແຂ່ງຂັນປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ ໄດ້ມີພິທີເປີດສາກຂຶ້ນຢ່າງເປັນທາງການ ໃນວັນທີ 20 ກັນຍາ 2023 ທີ່ສູນການຄ້າ ໄອເຕັກມໍ ຊັ້ນ 7 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນປະທານກິຕິມະສັກ ສະຫະພັນປິ່ງປ່ອງແຫ່ງຊາດລາວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກິລາ ຈາກ 11 ປະເທດ ລວມເຖິງສື່ມວນຊົນເຂົ້າພ້ອມພຽງ. ໃນພິທີ, ທ່ານ ປອ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ໃນນາມປະທານກິຕິມະສັກ ທີ່ນໍາພາຊີ້ນໍາວຽກງານກິລາປິ່ງປ່ອງ ຂໍສະແດງຄວາມຂອບໃຈມາຍັງ...

Continue reading

ສປປ ລາວ ພ້ອມສົ່ງທັບນັກກິລາ ເກືອບ 200 ຄົນ ຮ່ວມ ເອຊຽນ ເກມ ແລະ ເອຊຽນ ພາຣາເກມ 2023 ເອັບບີທີ ຊຸກຍູ້ 587 ລ້ານກີບ

ສປປ ລາວ ພ້ອມສົ່ງທັບນັກກິລາລາວ ຈຳນວນ 193 ຄົນ. ໃນນັ້ນ, ນັກກິລາທີມຊາດລາວ ທີ່ເປັນຄົນປົກກະຕິ ຈຳນວນ 152 ຄົນ ຈາກ 16 ປະເພດກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາ ເອຊຽນເກມ ຄັ້ງທີ 19 ລະຫວ່າງວັນທີ 23 ກັນຍາ ຫາ 8 ຕຸລາ 2023 ແລະ ນັກກິລາຄົນພິການທີມຊາດລາວ 41 ຄົນ ຈາກ 5 ປະເພດກິລາ ເຂົ້າຮ່ວມງານກິລາເອຊຽນ ພາຣາເກມ ຄັ້ງທີ 4 ລະຫວ່າງວັນທີ 22-28 ຕຸລາ 2023 ທີ່ນະຄອນຫາງໂຈ ສປ ຈີນ. ຂະນະທີ່ຫຼາຍພາກສ່ວນ ໂດຍສະເພາະບໍລິສັດ ຟຸດບອນ ໄທ ເຟັກຕໍຣີ ສະປອດຕິ້ງ ກູດ ຈຳກັດຜູ້ດຽວ ຫຼື ເອັບບີທີ ສືບຕໍ່ໃຫ້ການສະໜັບສະໜູນອຸປະກອບກິລາ ລວມມູນຄ່າ 587 ລ້ານກີບ....

Continue reading

ເບ ສະຫວັນ ເອັບຊີ ຊະນະ ຄິງດອມ 4-2 ເປັນທີມນຳຕາຕະລາງ ຟຸດຊໍ ລາວລີກ 2023

  ການແຂ່ງຂັນລາຍການ ຟຸດຊໍ ລາວລີກ ປະຈຳປີ 2023 ອາທິດທີ 3 ສືບຕໍ່ຈັດຂຶ້ນລະຫວ່າງວັນທີ 23-24 ກັນຍາ 2023 ຊຶ່ງມີການລົງສະໜາມແຂ່ງຂັນ 6 ຄູ່ປົກກະຕິ ໂດຍສະເພາະຄູ່ບິກແມັດ ສະໂມສອນ ເບ ສະຫວັນ ເອັບຊີ ແຊ໋ມຟຸດຊໍ ຣີໄວ ຄັບ 2021 ແລະ ຮອງແຊ໋ມ ຣີໄວ ຄັບ 2022 ຟອມຍັງຮ້ອນແຮງ ໄລ່ເອົາຊະນະ ສະໂມສອນ ຄິງດອມ ຢູໄນເຕັດ ໄປແບບສຸດມັນ 4-2 ປະຕູ ຄວ້າໄຊ 3 ນັດຕິດຕໍ່ກັນ ເປັນທີມນຳຕາຕະລາງການແຂ່ງຂັນ. ຂະນະທີ່ ທີເອັມ ເອັບຊີ ຄືນຟອມເກັ່ງ ຖະຫຼົ່ມ ເລີບ ສະປາ 10-6 ປະຕູ. ການແຂ່ງຂັນເຕະບານ ຟຸດຊໍ ລາວລີກ ປະຈຳປີ 2023 ນັດດັ່ງກ່າວ ຊຶ່ງມີການລົງສະໜາມແຂ່ງຂັນເປັນປົກກະຕິ 6 ຄູ່ ໂດຍສະເພາະ...

Continue reading

ປິດສາກລົງແລ້ວ ປິ່ງປ່ອງ ເຍົາວະຊົນ-ຊາວໜຸ່ມ ຊີງແຊ໋ມໂລກ 2023 ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ

ປິດສາກລົງເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນ-ຊາວໜຸ່ມ ຊີງແຊ໋ມໂລກ ປະຈຳປີ 2023 ຫຼື WTT Youth Contender 2023 ຈັດຂຶ້ນໃນວັນທີ 20-23 ກັນຍາ 2023 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຂະນະທີ່ ຊະນະເລີດ ຮຸ່ນອາຍຸບໍ່ເກີນ 17 ປີ ຕົກເປັນຂອງ ທ້າວ KUO Guan-Hong ແລະ ຮອງຊະນະເລີດ ແມ່ນ ທ້າວ HUNG Jing-Kai ທັງສອງຄົນ ແມ່ນນັກກິລາຈາກໄຕ້ຫວັນ. ພິທີປິດການແຂ່ງຂັນກິລາດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 23 ກັນຍາ 2023 ທີ່ສູນການຄ້າ ລາວ-ເຕັກ (ຊັ້ນ7) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງມີການຊີງໄຊກັນຫຼາຍລາຍການ ໂດຍສະເພາະໃນຮຸ່ນອາຍຸບໍ່ເກີນ 13 ປີ, 17 ປີ ແລະ 19 ປີ...

Continue reading

ຮ້ານດີພີ ສະປອດ ມອບເຄື່ອງກິລາ 29 ຊຸດ ໃຫ້ ສກຂ ຈຳປາສັກ

ຮ້ານດີພີ ສະປອດ ໄດ້ນຳເອົາເຄື່ອງກິລາ ຈຳນວນ 20 ຊຸດ ໄປມອບໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໃນວັນທີ 25 ກັນຍາ 2023 ທີ່ພະແນກດັ່ງກ່າວ ກ່າວມອບໂດຍ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງດີພີ ສະປອດ ແລະ ກ່າວຮອບໂດຍ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ໂອດານ ສະທ້ານຟ້າ ກ່າວວ່າ: ສຳລັບການນຳເອົາເຄື່ອງກິລາ ຈຳນວນ 29 ຊຸດ ມູນຄ່າ 2.900.000 ກີບມາມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຄັ້ງນີ້ ກໍເພື່ອຊຸກຍູ້ສົ່ງເສີມວຽກງານການກິລາ-ກາຍະກຳ...

Continue reading

ງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ຈະຈັດຂຶ້ນທ້າຍເດືອນຕຸລານີ້

ການຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ເມືອງຈັນທະບູລີ ຈະຈັດຂຶ້ນໃນລະຫວ່າງວັນທີ 28-30 ຕຸລາ 2023 ຊຶ່ງຈະເປັນການປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວນະຄອນຫຼວງວຽງຈັນ ທັງເປັນການຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອທົດແທນການນໍາເຂົ້າ ແລະ ເປັນການສົ່ງເສີມການຄ້າ-ຂາຍເຮັດໃຫ້ເສດຖະກິດດີຂຶ້ນ. ທ່ານ ດວງຕາ ສຸລິວົງ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນປະທານຄະນະກໍາມະການຈັດງານບຸນອອກພັນສາ...

Continue reading