Skip to main content

Author: Chanthakhard Inthadalin

ສສກ ແລະ ອົງການອາຫານໂລກ ຮ່ວມມືວຽກງານໂຄງການອາຫານທ່ຽງໃນໂຮງຮຽນ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານເຢຍລະມັນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການອາຫານໂລກ ລົງນາມບົດບັນທຶກຂໍ້ຕົກລົງກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນ ພາຍໃຕ້ການສະໜັບສະໜູນຊ່ວຍເຫຼືອລ້າ ຈາກລັດຖະບານເຢຍລະມັນ ມູນຄ່າ 9. 500.000 ໂດລາສະຫະລັດ ເມື່ອວັນທີ 2 ກໍລະກົດ 2024 ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ, ໃຫ້ກຽດລົງນາມ ລະຫວ່າງ ທ່ານ ຫຸມພັນ ແກ້ວອຸ່ນຄໍາ ຜູ້ອໍານວຍການສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ທ່ານ ນາງ ແຈັກເກີລິນ ເດີກຣຸດ ຮັກສາການແທນຜູ້ຕ່າງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ອັນເນດ ຄະໂນບັອກ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ...

Continue reading

ຝຶກອົບຮົມຄູຝຶກຫຼັກແຫຼ່ງ ການນໍາໃຊ້ປຶ້ມແບບຮຽນ, ຄູ່ມືຄູຝຶກເວົ້າພາສາລາວ ແລະ ປຶ້ມຄູ່ມືຄູວິຊພາສາລາວ ປ.1 ສະບັບປັບປຸງໃໝ່

ກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼງໃນການນໍາໃຊ້ປຶ້ມແບບຮຽນ, ຄູ່ມືຄູຝຶກເວົ້າພາສາລາວ ແລະ ປຶ້ມຄູ່ມືຄູວິຊາພາສາລາວ ຊັ້ນປະຖົມສຶກສາ ປີທີ 1 (ປ.1) ສະບັບປັບປຸງໃໝ່ ໄດ້ມີຂຶ້ນໃນລະຫວ່າງວັນທີ 1-5 ກໍລະກົດ 2024 ທີ່ຫ້ອງປະຊຸມໂຮງແຮມວຽງຈັນ ພຣາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວີທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ບ໊ອບ ເມກລາວລິນ ຜູ້ຮັບຜິດຊອບນະໂຍບາຍ ແລະ ແຜນຍຸດທະສາດຂອງແຜນງານບີຄວາ, ມີຮອງຫົວໜ້າກົມ, ຜູ້ອໍານວຍການສູນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຂະແໜງ, ສູນ, ວິທະຍາໄລ ແລະ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ, ທີມງານຊ່ຽວຊານ ແລະ...

Continue reading

ປະກາດປັບປຸງກົງຈັກການຈັດຕັ້ງສະຫະພັນຍິງປືນແຫ່ງຊາດ ຊຸດໃໝ່

ປະກາດປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນຍິງປືນແຫ່ງຊາດ ຊຸດໃໝ່ ວາລະການດຳເນີນໜ້າທີ່ ລະຫວ່າງປີ 2024-2028 ໂດຍແຕ່ງຕັ້ງ ທ່ານ ພົນຕີ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ເປັນປະທານສະຫະພັນ ຊຸດໃໝ່ ພ້ອມດ້ວຍຮອງປະທານ, ເລຂາທິການ ແລະ ກໍາມະການອີກ 10 ກວ່າທ່ານ. ພິທີປະກາດການຮອງຮັບເອົາການປັບປຸງກົງຈັກການຈັດຕັ້ງຄະນະບໍລິການງານຂອງ ສະຫະພັນກິລາຍິງປືນແຫ່ງຊາດ ຊຸດໃໝ່ຄັ້ງນີ້ ຈັດຂຶ້ນໃນວັນທີ 2 ກໍລະກົດ 2024 ທີ່ຫ້ອງປະຊຸມໃຫຍ່ຂອງ ສະໜາມຍິງປືນ 5 ເມສາ ບ້ານສົມສະຫງ່າ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົນຕີ...

Continue reading

ສສກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ພ້ອມປະກາດການຈັດຕັ້ງຄະນະກວດກາພັກກະຊວງ ເມື່ອວັນທີ 27 ມິຖຸນາ 2024 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ມີສະຫາຍ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກ, ເລຂາອົງຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ, ຜູ້ຕາງໜ້າຮາກ...

Continue reading

ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມກວດກາຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງທ່ານຮອງຫົວໜ້າກົມກວດກາຜູ້ໃໝ່ ເມື່ອວັນທີ 28 ມິຖຸນາ 2024 ທີີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກົມກວດກາ ກະຊວງ ສສກ ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖືກເຊີນ, ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກົມກວດກາ ເຂົ້າຮ່ວມ. ໃນພິທີຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ...

Continue reading

ຫ້ອມສະຫວັນ ໂຮງຮຽນຕົວແບບຄຸນນະພາບຊັ້ນປະຖົມສຶກສາ ຂອງນະຄອນຫຼວງວຽງຈັນ

ກ່ອນຈະພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ໄດ້ດັ່ງທີ່ໄດ້ລະບຸໄວ້ໃນວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ຂອງພັກ-ລັດຖະບານ ແນໃສ່ພັດທະນາປະເທດຊາດໃຫ້ບັນລຸເງື່ອນໄຂຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສືບຕໍ່ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຢ່າງສົມບູນ ໃນປີ 2025, ສ້າງພື້ນຖານຫັນເປັນອຸດສາຫະກຳ ແລະ ທັນສະໄໝອີກກ້າວໜຶ່ງ ເພື່ອກ້າວສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ໃນປີ 2030 ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນເທື່ອລະກ້າວ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍດີ,...

Continue reading

ສຳມະນາກອນຈາກ 3 ແຂວງ ຮ່ວມໂຄງການເຂົ້າຄ້າຍຝຶກແອບກິລາມວຍປ້ຳຈາກຊ່ຽວຊານສາກົນ

ພະນັກງານ, ຄູອາຈານ ຈຳນວນ 15 ທ່ານ ທີ່ມາຈາກບັນດາໂຮງຮຽນໃນ 3 ແຂວງ ຄື ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ເຂົ້າຮ່ວມໂຄງການເຂົ້າຄ້າຍຝຶກແອບນັກກິລາມວຍປໍ້າ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການຫຼິ້ນກິລາປະເພດດັ່ງກ່າວ ຈາກຜູ້ຊ່ຽວຊານຊານສາກົນ ແນໃສ່ນຳເອົາບົດຮຽນທີ່ໄດ້ໄປສ້າງນັກກິລາມວຍປ້ຳຮຸ່ນສືບທອດ ເພື່ອເປັນຕົວແທນນັກກິລາແຂວງ ແລະ ທີມຊາດ ກຽມເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໃນອະນາຄົດ. ການເຂົ້າຮ່ວມໂຄງການເຂົ້າຄ້າຍຝຶກແອບນັກກິລາມວຍປໍ້າໃນຄັ້ງນີ້...

Continue reading

ໂຮງຮຽນ ລາວ-ຍີ່ປຸ່ນ ເນັ້ນສ້າງສະພາບແວດລ້ອມດີ, ມີລະບຽບວິໄນ ແລະ ຮຽນຮູ້ດ້ວຍຕົນເອງ

ປັດຈຸບັນ, ພັກ-ລັດຖະບານ ໄດ້ມີການສົ່ງເສີມ ແລະ ຊຸກຍູ້ໃຫ້ກັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃສ່ການພັດທະນາການສຶກສາແຫ່ງຊາດ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບ ດ້ວຍນະໂຍບາຍຕ່າງໆ ເປັນຕົ້ນແມ່ນ ສ້າງເງື່ອນໄຂອຳນວຍຄວາມສະດວກ, ນະໂຍບາຍສິນເຊື່ອ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີ, ອາຫານ ແລະ ຄ່າທຳນຽມ ຕາມກົດໝາຍ ແລະ ລະບຽບການ ທັງນີ້ທັງນັ້ນກໍເພື່ອແນໃສ່ເຮັດແນວໃດໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມຫຼາຍຂຶ້ນໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ ເຊັ່ນດຽວກັບໂຮງຮຽນ ລາວ-ຍີ່ປຸ່ນ ກໍເປັນສະຖານການສຶກສາເອກະຊົນອີກແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ທີ່ເຈົ້າຂອງເພິ່ນມີຄວາມປາດຖະໜາອັນແຮງກ້າ...

Continue reading