ກິລາເພາະກາຍ ຖືກບັນຈຸແຂ່ງຂັນໃນງານກິລາແຫ່ງຊາດ ເປັນຄັ້ງທຳອິດ ຫຼັງສ້າງຕັ້ງສະຫະພັນມາ 21 ກວ່າປີ
ນັບວ່າເປັນຂ່າວດີຕໍ່ວົງການກິລາເພາະກາຍລາວ ໂດຍສະເພາະນັກກິລາເພາະກາຍໃນຂອບເຂດທົ່ວປະເທດ ພາຍຫຼັງທີ່ໄດ້ຮັບກຽດເປັນເຈົ້າພາບ ຈັດງານກິລາເພາະກາຍ ຊີງແຊ໋ມອາຊຽນ ຄັ້ງທີ 18 ປີ 2024 ແລະ ກໍມີຂ່າວດີຕໍ່ເນື່ອງ ເມື່ອລັດຖະບານ ເຫັນດີຮັບຮອງບັນຈຸກິລາປະເພດດັ່ງກ່າວເຂົ້າແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການ ແລະ ເປັນຄັ້ງທຳອິດໃນປະຫວັດສາດ ແລະ ເປັນການຄອງຄອຍມາເຖິງ 21 ປີ ພາຍຫຼັງມີການສ້າງຕັ້ງກິລາດັ່ງກ່າວ.
ພາຍຫຼັງທີ່ໄດ້ມີກອງປະຊຸມວຽກງານກິລາລະດັບສູງທົ່ວປະເທດ ປະຈຳປີ 2023 ແລະ ແຜນວຽກຈຸດສຸມ ປີ 2024 ຈັດຂຶ້ນ ເມື່ອບໍ່ດົນມານີ້ ກໍໄດ້ມີການປະກາດບັນຈຸກິລາ...








