Skip to main content

ວລ ວຽງຈັນ-ຮ່າໂນ້ຍ ຮ່ວມມືກັບ ໂກໂບ ແມນພາວເວີ ເຊີວິດ ສ້າງວິຊາຊີບໃຫ້ນັກສຶກສາລາວ

29/01/2024

ວິທະຍາໄລ (ວລ) ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ຮ່ວມມືກັບ ບໍລິສັດ ໂກໂບ ແມນພາວເວີ ເຊີວິດ ຈໍາກັດ  (Global Manpower Services Sole CO.LTD) ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີສີມື, ມີປະສິດທິພາບຮັບໃຊ້ສັງຄົມ.

ພິທີເຊັນສັນຍາການຮ່ວມມືສ້າງຄວາມເຂັ້ມແຂງທາງດ້ານວິຊາຊີບໃຫ້ນັກສຶກສາລະຫວ່າງ ທ່ານ ແສງອາລຸນ ວົງພູທອນ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ແລະ ທ່ານ ນາງ ພຸດຖາວອນ ໄຊຍະເສນ ຫົວໜ້າບໍລິສັດ ໂກໂບ ແມນພາວເວີ ເຊີວິດ ຈໍາກັດ ຝ່າຍລາວ ໄດ້ມີຂຶ້ນໃນວັນທີ 16 ມັງກອນ 2024 ທີ່ວິທະຍາໄລດັ່ງກ່າວ, ມີຜູ້ຕາງໜ້າບໍລິສັດ ໂກໂບ ແມນພາວເວີ ເຊີວິດ ຈໍາກັດ ຝ່າຍໄທ ຕະຫຼອດຮອດພະນັກງານ, ຄູອາຈານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ການຮ່ວມມືກັນຂອງສອງຝ່າຍໃນຄັ້ງນີ້, ແມ່ນສອດຄ່ອງກັບແຜນຍຸດທະສາດການພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບຂອງກົມອາຊີວະສຶກສາ (2020-2025) ແລະ ແຜນພັດທະນາບຸກຄະລາກອນຂອງວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ (2020-2025) ເພື່ອສ້າງສາຍພົວພັນການຮ່ວມມືລະຫວ່າງບໍລິສັດກັບສະຖານການສຶກສາພາກລັດ ກໍຄື ວິທະຍາໄລ ໃຫ້ມີຄວາມເຂັ້ມແຂງ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີສີມື, ມີປະສິດທິພາບຮັບໃຊ້ສັງຄົມ ແນໃສ່ສົ່ງເສີມການສຶກສາແບບຄວບຄູ່ລະຫວ່າງພາກລັດ ແລະ ພາກເອກະຊົນ ພ້ອມທັງເປີດໂອກາດໃຫ້ແກ່ນັກສຶກສາໃນການສ້າງປະສົບການຈາກການເຮັດວຽກຕົວຈິງ ແລະ ສ້າງລາຍຮັບໃນເວລາສຶກສາຮໍ່າຮຽນ, ຊ່ວຍເຫຼືອນັກສຶກສາທີ່ກໍາລັງສຶກສາຢູ່ ແລະ ນັກສຶກສາທີ່ຮຽນຈົບໄປແລ້ວມີໂອກາດໃນການຊອກວຽກເຮັດງານທໍາ ແລະ ສະໜັບສະໜູນນັກສຶກສາໃນການຮັບການລົງຝຶກງານ ແລະ ເພື່ອເສີມສ້າງຄວາມຮູ້ຄວາມສາມາດຂອງນັກສຶກສາໃຫ້ໄດ້ຮັບການພັດທະນາດີຂື້ນເລື້ອຍໆ.

ສຳລັບສິດ ແລະ ພັນທະຂອງວິທະຍາໄລ ແມ່ນຕອບສະໜອງນັກສຶກສາທີ່ມີທັກສະ, ມີຄວາມສາມາດໃຫ້ລົງຝຶກງານກັບບໍລິສັດ, ສະໜອງຂໍ້ມູນລາຍຊື່ຂອງນັກສຶກສາທີ່ກໍາລັງຈະຮຽນຈົບ ຫຼື ຈົບໄປແລ້ວ ແລະ ນັກສຶກສາທີ່ຕ້ອງການຈະສະໝັກເຮັດວຽກ, ສະໜອງຂໍ້ມູນດ້ານແຜນການລົງຝຶກງານຂອງນັກສຶກສາໃນແຕ່ລະສາຂາວິຊາຮຽນໃຫ້ແກ່ບໍລິສັດ, ເຕົ້າໂຮມນັກສຶກສາທີ່ກໍາລັງຈະຮຽນຈົບ ເຂົ້າຮັບຟັງການເຜີຍແຜ່ວຽກງານການຊອກວຽກເຮັດງານທໍານໍາບໍລິສັດ, ຮ່ວມກັບບໍລິສັດໃນການຖອດຖອນບົດຮຽນໃນການຮ່ວມມືກັນ ເພື່ອໃຫ້ມີການພັດທະນາດີຂຶ້ນ, ຊ່ວຍຈັດຫາທີ່ພັກ ແລະ ຫ້ອງຮຽນໃຫ້ ໂດຍທາງບໍລິສັດຈະຮັບຜິດຊອບຄ່າເຊົ່າທີ່ພັກ ແລະ ຫ້ອງຮຽນຕາມທາງວິທະຍາໄລທີ່ໄດ້ກຳນົດໄວ້.

ສ່ວນສິດ ແລະ ພັນທະຂອງບໍລິສັດ ແມ່ນມີສິດສະເໜີໃຫ້ທາງວິທະຍາໄລ ສະໜອງຂໍ້ມູນລາຍຊື່ນັກສຶກສາທີ່ກໍາລັງຈະຮຽນຈົບ ຫຼື ນັກສຶກສາທີ່ຮຽນຈົບໄປແລ້ວໃຫ້ແກ່ທາງບໍລິສັດຮັບຊາບເປັນແຕ່ລະໄລຍະ, ມີສິດສະເໜີໃຫ້ທາງ ວິທະຍາໄລ ເຕົ້າໂຮມນັກສຶກສາທີ່ກໍາລັງຈະຮຽນຈົບ ຫຼື ນັກສຶກສາທີ່ຮຽນຈົບໄປແລ້ວໃຫ້ແກ່ທາງບໍລິສັດ, ຮ່ວມພັດທະນາຫຼັກສູດການຮຽນການສອນກັບທາງວິທະຍາໄລ ເພື່ອໃຫ້ແທດເໝາະກັບການເຮັດວຽກຕົວຈິງ, ຮັບເອົານັກສຶກສາຂອງວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ລົງຝຶກງານອີງຕາມຈຳເປັນ ແລະ ຄວາມຕ້ອງການຂອງບໍລິສັດ, ສະໜັບສະໜູນ ແລະ ເຮັດກິດຈະກໍາຮ່ວມກັນຕາມເງື່ອນໄຂ ແລະ ຄວາມພ້ອມຂອງບໍລິສັດ ແລະ ປະຊຸມຮ່ວມກັນກັບທາງຄະນະນໍາຂອງວິທະຍາໄລ ເພື່ອຖອດຖອນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແນໃສ່ພັດທະນາຮ່ວມມືກັນໃຫ້ດີຂຶ້ນໄປເລື້ອຍໆ.

ສໍາລັບສັນຍາຮ່ວມມືມີໄລຍະເວລາ 1 ປີ ນັບແຕ່ມື້ລົງລາຍເຊັນຂອງທັງສອງຝ່າຍ ເມື່ອຄົບກໍານົດ ທັງສອງຝ່າຍຈະມາທົບທວນຄືນ ແລະ ເຊັນສັນຍາຮ່ວມມືກັນຕໍ່ໄປອີກເປັນປີຕໍ່ປີ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ