ແມັກໂທມິເນ ຮີໂຣຍິງ 2 ປະຕູ ພາແມນຢູ ໜີຄວາມຕາຍ ກັບມາແຊງຊະນະ ເບຣນຟອດ ຫວຸດຫວິດ 2-1 ເຕະບານ ພຣີເມຍລີກ
ສະໂມສອນ ແມນເຊັດເຕີ ຢູໄນເຕັດ ເກືອບເສຍຄາບ້ານເປັນເກມທີ 3 ຕິດຕໍ່ກັນ ແຕ່ຍັງດີທີ່ມາໄດ້ ສະກັອດ ແມັກໂທມິເນ ກອງກາງສາຍພັນນັກສູ້ ເປັນຮີໂຣເໝົາຍິງຄົນດຽວ 2 ປະຕູ ໃນໄລຍະທົດເວລາບາດເຈັບ ເຮັດໃຫ້ແຊງກັບມາເອົາຊະນະ ສະໂມສອນ ເບຣນຟອດ ໄປໄດ້ແບບໜ້າເຫຼືອເຊື່ອ 2-1 ປະຕູ ໃນການແຂ່ງຂັນເຕະບານ ພຣີເມຍລີກ ອັງກິດ ລະດູການ 2023-2024 ນັດທີ 8 ເກັບເພີ່ມເປັນ 12 ຄະແນນ ຢູ່ອັນດັບທີ 9 ຂອງຕາຕະລາງ.
ການແຂ່ງຂັນເຕະບານລາຍການດັ່ງກ່າວ ໄດ້ມີຂຶ້ນໃນຄ່ຳຄືນວັນທີ 7 ຕຸລາ 2023 ທີ່ສະໜາມໂອນແທຣບຟອດ ສະໂມສອນ ແມນເຊັດເຕີ...


