Skip to main content

Author: Chanthakhard Inthadalin

ແຂວງຈຳປາສັກ ຮັບຮອງເປັນຫົວໜ່ວຍຍຸດທະສາດ ປີ 2016-2020 ເປັນທາງການ

ແຂວງຈຳປາສັກ ໄດ້ຈັດພິທີປະກາດຮັບ ແລະ ມອບໃບຢັ້ງຢືນ ເປັນຫົວໜ່ວຍຍຸດທະສາດ ປີ 2016-2020 ຂຶ້ນຢ່າງເປັນທາງການ ໃນວັນທີ 3 ຕຸລາ 2023 ທີ່ສະໂມສອນແຂວງ ໂດຍໃຫ້ກຽດເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ, ມີທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ມີການນຳຂັ້ນສູນກາງ, ຂັ້ນແຂວງ, ພະແນກການກົມກອງອ້ອມຂ້າງ, ນະຄອນ, ເມືອງ, ອົງການຈັດຕັ້ງສັງຄົມຕ່າງໆ ພະນັກງານ-ລັດຖະກອນ ແລະ...

Continue reading

ສກມ ຄໍາ ແຂວງຊຽງຂວາງ ເປີດງານແຂ່ງຂັນກິລານັກຮຽນມັດທະຍົມ ຄັ້ງທີ 1 ປະຈໍາປີ 2023

ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ຄໍາ ແຂວງຊຽງຂວາງ ເປີດການແຂ່ງຂັນກິລານັກຮຽນຊັ້ນມັດທະຍົມສຶກສາທົ່ວເມືອງ ຄັ້ງທີ 1 ປະຈໍາປີ 2023 ໃນວັນທີ 2 ຕຸລາ 2023 ທີ່ເດີ່ນກິລາສວນນໍ້າຖາວອນເມືອງຄໍາ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເພັດ ໄຊຍະພັກ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຄຳ ແລະ ທ່ານ ສີຫວັດ ໄມປັນຍາ ກໍາມະການພັກເມືອງ, ຫົວໜ້າຫ້ອງການ ສກມ ຄໍາ, ມີຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ປະທານສະມາຄົມນັກກິລາປະເພດຕ່າງໆຂັ້ນເມືອງ, ຄູອາຈານ ຊັ້ນມັດທະຍົມສຶກສາໃນທົ່ວເມືອງ ພ້ອມດ້ວຍນັກກິລາ, ນັກສິລະປະ ແລະ...

Continue reading

ລັດຖະບານ ລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ

ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດພິທີປະດັບຫຼຽນຄຳແຫ່ງຊາດ ໃຫ້ແກ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນຕອນເຊົ້າຂອງວັນທີ 3 ຕຸລາ 2023 ທີ່ທໍານຽບປະທານປະເທດ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໂດຍໃຫ້ກຽດປະດັບຫຼຽນຂອງພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ. ການປະດັບຫຼຽນດັ່ງກ່າວນີ້, ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍສັນລະເສີນຕໍ່ການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ບຣູໄນ ໃນຕະຫຼອດໄລຍະ 30 ປີຜ່ານມາ ແລະ ຫຼຽນດັ່ງກ່າວ ເປັນຫຼຽນທີ່ມີຄຸນຄ່າສູງສຸດຂອງ ສປປ ລາວ ທີ່ມອບໃຫ້ຂັ້ນປະມຸກລັດ ແລະ...

Continue reading

“ໜູນາ” ຄວ້າອັນດັບທີ 2 ແລ່ນວິບາກ ຫວຽດນາມ ມາຣາທອນ 2023

ນາງ ຫັດສະດາ ມາດສຸວັນ ຫຼື ໜູນາ ໄບ ນັກກິລາລົດຖີບ ນະຄອນຫຼວງວຽງຈັນ ທັງເປັນນັກກິລາແລ່ນວິບາກ ໜຶ່ງດຽວຈາກສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າອັນດັບທີ 2 ໃນການແຂ່ງຂັນກິລາແລ່ນວິບາກ ໄລຍະທາງ 35 ກິໂລແມັດຍິງ ຮຸ່ນອາຍຸລະຫວ່າງ 20-29 ປີ ຫຼື ລາຍການ Trial in Vietnam Mountain Marathon 2023 ຈັດຂຶ້ນທີ່ ເມືອງສາປາ ເຂດພາກ ເໜືອ ຂອງສສ ຫວຽດນາມ ເປັນເຈົ້າພາບ ເມື່ອທ້າຍເດືອນກັນຍາ ຜ່ານມາ. ນາງ ຫັດສະດາ ມາດສຸວັນ ໃຫ້ຮູ້ວ່າ: ປົກກະຕິ ນ້ອງຈະຖີບລົດເປັນຫຼັກ ແຕ່ກໍຈະປະສົມປະສານກັບການແລ່ນ ເພາະການຫຼິ້ນກິລາທັງສອງຢ່າງນີ້ ໂດຍສະເພາະລົດຖີບນ້ອງໄດ້ເລີ່ມຖີບລົດມາແຕ່ປີ 2020...

Continue reading

ສູນຝຶກກອງພົນທະຫານຮາບທີ 4 ເປີດຂະບວນການກິລາມວນຊົນ ຕ້ອນວັນຄູແຫ່ງຊາດ ຄົບຮອບ 29 ປີ

ສູນຝຶກກອງພົນທະຫານຮາບທີ 4 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ໃນວັນທີ 28 ກັນຍາ 2023 ທີ່ເດີ່ນກິລາຂອງກົມກອງ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແພງສະຫວັດ ແດງມະນີ ຫົວໜ້າການທະຫານສູນຝຶກ, ມີສະຫາຍ ພັນໂທ ສົມສະໜຸກ ພີສະຫວັນ ຫົວໜ້າການເມືອງສູນຝຶກ, ຄະນະພັກ-ຄະນະບັນຊາກອງຮ້ອຍ, ອະນຸກຳມະກາ, ພະນັກງານ-ນັກຮົບ ຕະຫຼອດບັນດານັກກິລາເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ສະຫາຍ ຮ້ອຍເອກ ສີວິໄຊ ເຄນວົງສັກ ຫົວໜ້າການທະຫານ...

Continue reading

ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມການສຶກສາກ່ອນໄວຮຽນຄົນໃໝ່

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດການຈັດຕັ້ງພະນັກງານດໍາລົງຕຳແໜ່ງບໍລິຫານ ເມື່ອວັນທີ 2 ຕຸລາ ຜ່ນມາ ທີ່ສຳນັກງານກະຊວງ ສສກ (ເຂດເຈົ້າອານຸວົງ) ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງແມ່ນທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສີພາພອນ ມະນິວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ແລະ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ ພ້ອມດ້ວຍບັນດາຮອງຫົວໜ້າກົມອ້ອມຂ້າງ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ຜ່ານຂໍ້ຕົກລົງ...

Continue reading

ປະຫວັດຄວາມເປັນມາ ວັນທີ 7 ຕຸລາ ວັນຄູແຫ່ງຊາດ

ປະຫວັດຄວາມເປັນມາຂອງວັນທີ 7 ຕຸລາ ວັນຄູແຫ່ງຊາດ ມວນມະນຸດ ໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້ ສະນັ້ນ, ຈຶ່ງຂໍຍົກບັນຫາມາຕັ້ງຂຶ້ນວ່າ: ຄົນແນວໃດຈຶ່ງເອີ້ນວ່າຄູ? ຄຳວ່າຄູ ແມ່ນຄຳເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູໝາຍເຖິງຄົນທີ່ມີຄວາມຮູ້ແລະປະສົບການ ຊຶ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້...

Continue reading

ມະຫາວິທະຍາໄລສະຫວັນນະເຂດ ໄດ້ຮັກສາການອະທິການບໍດີ ຜູ້ໃໝ່

ມະຫາວິທະຍາໄລສະຫວັນນະເຂດ (ມຂ) ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງໃນຄະນະນຳຂອງມະຫາວິທະຍາໄລ ເມື່ອວັນທີ 2 ຕຸລາ ຜ່ານມາ ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາຫົວໜ້າກົມທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີ, ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການ-ຮັບອຸດໜູນບຳນານ ເລກທີ...

Continue reading