ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມການສຶກສາກ່ອນໄວຮຽນຄົນໃໝ່

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດການຈັດຕັ້ງພະນັກງານດໍາລົງຕຳແໜ່ງບໍລິຫານ ເມື່ອວັນທີ 2 ຕຸລາ ຜ່ນມາ ທີ່ສຳນັກງານກະຊວງ ສສກ (ເຂດເຈົ້າອານຸວົງ) ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງແມ່ນທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສີພາພອນ ມະນິວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ແລະ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ ພ້ອມດ້ວຍບັນດາຮອງຫົວໜ້າກົມອ້ອມຂ້າງ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ຜ່ານຂໍ້ຕົກລົງ ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ. ດັ່ງນັ້ນ, ລັດຖະມົນຕີ ສສກ ຈຶ່ງຕົກລົງ ເຫັນດີແຕ່ງຕັ້ງທ່ານ ກິຄຳ ພິມບຸນຍໍ ຈາກຕຳແໜ່ງຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວມ ຜູ້ທີ່ມີຄຸນງາມຄວາມດີ ແລະ ຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ ຈົນມາຮອດປັດຈຸບັນ ຂຶ້ນເປັນຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ຢ່າງເປັນທາງການ ໂດຍມີສິດໄດ້ຮັບເງິນອຸດໜູນຕຳແໜ່ງບໍລິຫານຕາມດຳລັດຂອງນາຍົກລັດຖະມົນຕີ ແລະ ໃຫ້ຫ້ອງການກະຊວງ ສສກ, ກົມຈັດຕັ້ງ ແລະ ພະນັກງານ, ກົມການເງິນ ແລະ ກົມການສຶກສາກ່ອນໄວຮຽນ, ພະແນກການເງິນຫ້ອງການ ສສກ, ຜູ້ກ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງປະຕິບັດຂໍ້ຕົກລົງສະບັບນີ້ຕາມໜ້າທີ່ຂອງໃຜລາວ.
ໂອກາດດຽວກັນ, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ເນັ້ນໜັກໃຫ້ຜູ້ຮັບຕຳແໜ່ງໃໝ່ ສືບຕໍ່ບຸກບືນສ້າງຕົນເອງໃຫ້ມີຄວາມຫ້າວຫັນກ້າວໜ້າທາງດ້ານແນວຄິດການເມືອງຕໍ່ເນື່ອງຢ່າງບໍ່ຢຸດຢັ້ງ ສິ່ງສຳຄັນ ຕ້ອງມີຄວາມຮັບຜິດຊອບສູງ, ມີຄວາມອົດທົນ, ມີຄວາມເປັນແບບຢ່າງຮອບດ້ານ ແລະ ມີຄວາມສາມັກຄີເປັນຈິດໜຶຶ່ງອັນດຽວກັນ ກ້າເວົ້າ ກ້າສະເໜີບັນຫາ, ມີມະຕິຕົກລົງກັນເປັນໝູ່ຄະນະ, ມີມະຕິແນວໃດກໍຕ້ອງປະຕິບັດແນວນັ້ນ ພ້ອມກັນພັດທະນາວິຊາການໃຫ້ເປັນມືອາຊີບ, ມີຄວາມກ້າຫານ, ມີຄວາມກ້າຮັບຜິດຊອບໃຫ້ສົມກັບເປັນຜູ້ນຳຍຸກໃໝ່ ແລະ ສິ່ງສຳຄັນທີ່ສຸດແມ່ນຕ້ອງມີການເຮັດວຽກແບບປະຊາທິປະໄຕ ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງຕົນເອງໃນທາງທີ່ບໍ່ຖືກຕ້ອງ.
ພ້ອມດຽວກັນນີ້, ທ່ານ ກິຄຳ ພິມບຸນຍໍ ໄດ້ຮັບຄຳໂອຫວາດ ພ້ອມຈະສືບຕໍ່ຈັດຕັ້ງປະຕິບັດວຽກງານໃຫ້ເກີດດອກອອກຜົນ ແລະ ມີຄຸນນະພາບ ຈະຕື່ນຕົວປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້. ບັນດາຄໍາຄິດເຫັນຂອງທ່ານຮອງລັດຖະມົນຕີ ລ້ວນແລ້ວແຕ່ເປັນທິດທາງ ແລະ ເປັນປະໂຫຍດອັນສູງສົ່ງ ຂໍຮັບເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຊີວິດຕົວຈິງ ແລະ ເປັນແຜນການນໍາພາໃນທຸກດ້ານ ເພື່ອຈະສືບຕໍ່ເສີມຂະຫຍາຍຜົນງານຂອງບັນດາທ່ານຄະນະກົມທີ່ໄດ້ສ້າງໄວ້ ເປັນຕົ້ນແມ່ນ ດຳລັດການສຶກສາກ່ອນໄວຮຽນ, ກຸ່ມພັດທະນາເດັກໃນຊຸມຊົນ ແລະ ກວດກາຄວາມບົກຜ່ອງໜ້າທີ່ການຂອງເດັກໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
ໂດຍ ສົງການ ພັນແພງດີ

















