Skip to main content

ມະຫາວິທະຍາໄລສະຫວັນນະເຂດ ໄດ້ຮັກສາການອະທິການບໍດີ ຜູ້ໃໝ່

03/10/2023

ມະຫາວິທະຍາໄລສະຫວັນນະເຂດ (ມຂ) ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງໃນຄະນະນຳຂອງມະຫາວິທະຍາໄລ ເມື່ອວັນທີ 2 ຕຸລາ ຜ່ານມາ ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາຫົວໜ້າກົມທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ, ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການ-ຮັບອຸດໜູນບຳນານ ເລກທີ 2403/ສສກ, ລົງວັນທີ 14 ມິຖຸນາ 2023. ໃນນີ້, ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຫັນດີອະນຸມັດໃຫ້ ທ່ານ ສຸລິຍົງ ໄຊໂກສີ ວ່າການອະທິການບໍດີ ມຂ ພັກການ-ຮັບອຸດໜູນບຳນານ ນັບແຕ່ວັນທີ 1 ຕຸລາ 2023 ແລະ ທ່ານ ສີທາ ເຂັມມະລາດ ຮອງອະທິການບໍດີ ມຂ ພັກການ-ຮັບອຸດໜູນບຳນານ ນັບແຕ່ວັນທີ 1 ຕຸລາ 2023, ພ້ອມທັງຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ມຂ ເລກທີ 5085/ສສກ, ລົງວັນທີ 18 ກັນຍາ 2023. ໃນນີ້, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕົກລົງແຕ່ງຕັ້ງ ທ່ານ ຄູນ ສັກບົວວົງ ຄະນະກໍາມະການພັກຮາກຖານ ມຂ ຮອງອະທິການບໍດີ ມຂ ເປັນຮັກສາການອະທິການບໍດີ ມຂ, ຜ່ານດຳລັດເລກທີ 271/ນຍ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງຮອງອະທິການບໍດີ ມຂ. ໃນນີ້, ທ່ານ ນາຍົກລັດຖະມົນຕີ ອອກດໍາລັດ ແຕ່ງຕັ້ງ ທ່ານ ບຸນມົງ ແສງວິໄລຄຳ ເປັນຮອງອະທິການບໍດີ ມຂ, ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງ ມຂ ເລກທີ 7488/ສສກ, ລົງວັນທີ 30 ທັນວາ 2022 ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຕົກລົງ ແຕ່ງຕັ້ງທ່ານ ນາງ ທອງປານ ລາດຊະວົງ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ເປັນຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ.

ນອກຈາກນີ້, ໃນພິທີຍັງໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ຮັກສາການອະທິການບໍດີ ມຂ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ອີກດ້ວຍ.

 

ໂດຍ: ແຂວງສະຫວັນນະເຂດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ