ລັດຖະບານ ລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ

ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດພິທີປະດັບຫຼຽນຄຳແຫ່ງຊາດ ໃຫ້ແກ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນຕອນເຊົ້າຂອງວັນທີ 3 ຕຸລາ 2023 ທີ່ທໍານຽບປະທານປະເທດ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໂດຍໃຫ້ກຽດປະດັບຫຼຽນຂອງພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ.
ການປະດັບຫຼຽນດັ່ງກ່າວນີ້, ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍສັນລະເສີນຕໍ່ການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ບຣູໄນ ໃນຕະຫຼອດໄລຍະ 30 ປີຜ່ານມາ ແລະ ຫຼຽນດັ່ງກ່າວ ເປັນຫຼຽນທີ່ມີຄຸນຄ່າສູງສຸດຂອງ ສປປ ລາວ ທີ່ມອບໃຫ້ຂັ້ນປະມຸກລັດ ແລະ ຜູ້ນໍາປະເທດ ທີ່ເປັນເພື່ອນມິດສະໜິດແໜ້ນ ແລະ ມີຜົນງານອັນໂດດເດັ່ນ ປະກອບສ່ວນເຂົ້້າໃນການພັດທະນາ ສປປ ລາວ.
ໃນພິທີ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນຄໍາແຫ່ງຊາດໃຫ້ແກ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ໃນຄັ້ງນີ້ ຊຶ່ງເປັນການສ່ອງແສງໃຫ້ເຫັນເຖິງຄວາມຮູ້ບຸນຄຸນອັນເລິກເຊິ່ງ, ເປັນການຍ້ອງຍໍສັນລະເສີນ ແລະ ການຕີລາຄາສູງຂອງລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າຕໍ່ການປະກອບສ່ວນຂອງ ສົມເດັດ ຊຸນຕານ ທີ່ຍາມໃດກໍເອົາໃຈໃສ່ຖະນຸບໍາລຸງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ຕະຫຼອດໄລຍະ 30 ປີຜ່ານມາ ແລະ ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ. ຝ່າຍລາວ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍບຣູໄນ ເພີ່ມພູນຄູນສ້າງສາຍພັວພັນການເປັນຄູ່ຮ່ວມຍຸດທະສາດ, ຈັດຕັ້ງຜັນຂະຫຍາຍບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນແລ້ວນັ້ນໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ເພື່ອຄວາມຈະເລີນກ້າວໜ້າຂອງສອງປະເທດ ລາວ-ບຣູໄນ ກໍຄື ເພື່ອພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ພ້ອມກັນນີ້, ທ່ານຍັງໄດ້ອວຍພອນ ສົມເດັດ ຊຸນຕານ ແລະ ຄະນະຜູ້ແທນຂັ້ນສູງຂອງ ບຣູໄນ ດາຣູຊາລາມ ຈົ່ງປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາພັດທະນາປະເທດ ແລະ ສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງ ສປປ ລາວ-ບຣູໄນ ດາຣູຊາລາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.
ໃນຂະນະດຽວກັນ, ສົມເດັດ ຊຸນຕານ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຮູ້ສຶກປິຕິຍິນດີເປັນຢ່າງຍິ່ງທີ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີປະດັບຫຼຽນຄຳແຫ່ງຊາດ ໃຫ້ຕົນເອງໃນຄັ້ງນີ້. ການທີ່ໄດ້ຮັບຫຼຽນທີ່ມີຄຸນຄ່າສູງສຸດຈາກລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້ ຖືເປັນຂອງຂວັນອັນລ້ຳຄ່າທີ່ສຸດ, ທັງເປັນການປະດັບກຽດສັກສີ, ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ເປັນກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ຕົນເອງ ໃນການສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບຂອງສອງປະເທດ ໂດຍສະເພາະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ບຣູໄນ ດາຣູຊາລາມ ແລະ ສປປ ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໃນຕໍ່ໜ້າ, ທັງສ່ອງແສງໃຫ້ເຫັນເຖິງການພົວພັນຮ່ວມມືສອງປະເທດນັບມື້ໃກ້ຊິດກັນຫຼາຍຂຶ້ນ. ລັດຖະບານ ແລະ ປະຊາຊົນ ບຣູໄນ ຈະຮ່ວມເຮັດວຽກກັບຝ່າຍລາວຢ່າງຕັ້ງໜ້າ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃນຕໍ່ໜ້າ, ອວຍພອນໃຫ້ສາຍພົວພັນສອງປະເທດ ຈົ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ນຳເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງປະເທດ ບຣູໄນ-ລາວ.
ພິທີປະດັບຫຼຽນໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ເຕັມໄປດ້ວຍໝາກຜົນສຳເລັດອັນຈົບງາມ ຊຶ່ງມີຂຶ້ນໃນທ່າມກາງບັນຍາກາດທີ່ປະຊາຊົນ ລາວ-ບຣູໄນ ພວມສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ.
ໂດຍ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ
ຂ່າວທີ່ກ່ຽວຂ້ອງ














