Skip to main content

ສະເປີ ອັດ ຟູແລມ 2-0 ຄອງບັນລັງຈ່າຝູງ ພຣີເມຍລີກອາທິດນີ້!

  ທອດແນມ ຮັອດສະເປີ ເປີດບ້ານໄລ່ອັດ ຟູແລມ ຜູ້ມາຢາມ ໄປຢ່າງສວຍງາມ 2 ປະຕູຕໍ່ 0 ໃນເກມ ລອນດອນ ດາບີ້ ນັດຕົກຄ້າງພຣີເມຍລີກ ພ້ອມທັງທະຍານຂຶ້ນຄອງຈ່າຝູງໃນອາທິດນີ້ ໂດຍແຊງທັງ ແມນ ຊີຕີ້ ແລະ ອາເຊນອລ 2 ຄະແນນ ຂະນະທີ່ ຟູແລມ ຫຼົ່ນລົງມາຢູ່ອັນດັບ 13 ຂອງຕາຕະລາງ. ເກມນັດຕົກຄ້າງພຣີເມຍລີກ ຄືນວານນີ້ (23 ຕຸລາ) ສະເປີ ເປີດບ້ານຕ້ອນຮັບການມາຢາມຂອງ ຟູແລມ ເຊິ່ງນັດນີ້ທີມເຈົ້າບ້ານເປີດເກມບຸກເຂົ້າໃສ່ຢ່າງໜັກທັງເກມ ເພື່ອຫວັງເກັບໄຊຫວັງແຊງຂຶ້ນເປັນຈ່າຝູງ ໃນອາທິດນີ້ໃຫ້ໄດ້ ແລະ ກໍມາປະສົບຄວາມສຳເລັດ ຕັ້ງແຕ່ນາທີໆ 36 ຈາກການຍິງສວຍງາມຂອງນັກເຕະຈາກແດນກິມຈິເກົາຫຼີ ຊອນ ເຮືອງ ມິນ ແລະ ສະເປີ ມາຢໍ້າໄຊຊະນະໄດ້ອີກຄັ້ງໃນນາທີ 54 ຈາກ ເຈມ ແມັດດີສັນ...

Continue reading

ລັດຖະມົນຕີ ສສກ ເນັ້ນໃຫ້ຊາວໜຸ່ມ ສຸມໃສ່ປະຕິບັດໜ້າທີ່ການເມືອງ 10 ຫົວຂໍ້

ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ເນັ້ນໜັກໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມແຕ່ລະຂັ້ນທີ່ສັງກັດຢູ່ໃນການຈັດຕັ້ງ ທີ່ເຄື່ອນໄຫວວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ສຸມໃສ່ປະຕິບັດໜ້າທີ່ການເມືອງຢ່າງໜັກແໜ້ນ ແນໃສ່ເຮັດໃຫ້ວຽກງານໄດ້ຮັບໝາກຜົນ ແລະ ເປັນໄປຕາມແຜນທີ່ກຳນົດໄວ້. ເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໄດ້ມີພິທີພົບປະໂອ້ລົມຂອງສະຫາຍເລຂາຄະນະບໍລິຫານງານພັກກະຊວງຕໍ່ຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມທົ່ວຂະແໜງສຶກສາ-ກິລາ ໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 29 ປີ ພ້ອມທັງປະກາດການແຕ່ງຕັ້ງຄະນະບໍລິຫານງານ ສະມາຄົມຊາວໜຸ່ມນັກຮຽນ, ນັກສຶກສາຂອງ ຄຊປປລ ກະຊວງສຶກສາທິການ...

Continue reading

ຢູຟາ ຢືນຢັນ 5 ປະເທດ ຈະເປັນເຈົ້າພາບຮ່ວມຈັດການແຂ່ງຂັນເຕະບານເອີໂຣ 2028

ສະຫະພັນບານເຕະເອີຣົບ (ຢູຟາ) ຢືນຢັນວ່າ 4 ປະເທດຂອງ​ຮາ​ຊະ​ອາ​ນາ​ຈັກ ຄື ອັງກິດ, ສະກັອດແລນ, ເວວ ແລະ​​ ອຽກ​ລັງເໜືອ. ບວກ​ກັບ​ອຽກ​ລັງ​ທັງ​ໝົດ 5 ປະ​ເທດ​ຈະ​ເປັນ​ເຈົ້າພາບ​ຮ່ວມ ໃນ​ການ​ຈັດ​ແຂ່ງ​ຂັນເຕະ​​ບານ​ ເອີໂຣ 2028, ສ່ວນ​ອີ​ຕາ​ລີ ​ແລະ ​ຕວກກີ​ ຈະ​ເປັນ​ເຈົ້າພາບ​ຮ່ວມ ໃນ ເອີ​ໂຣ 2032. ກ່ອນ​ໜ້າ​ນີ້, ສຳລັບ ​ການ​ຈັດ​ແຂ່ງ​ຂັນ​​ເຕະບານ ເອີໂຣ 2028 ມີ​​ການ​ຍື່​ນຂໍ້​ສະ​ເໜີ​ຈາກ​ອີ​ຕາ​ລີ, ຕວກກີ ​ແລະ ຣັດ​ເຊຍ, ​ແຕ່​ອີ​ຕາ​ລີ​ໄດ້​ຖອນ​ຕົວ​ໃນ​ເດືອນ​ກຸມພາ 2022, ​ໃນ​ຂະນະ​ທີ່​ ຕວກກີ​ໄດ້​ຖອນ​ອອກ​ແຕ່​ວັນ​ທີ 4 ຕຸລາ​ 2023 ຜ່ານ​ມາ....

Continue reading

ບານສົ່ງ ລີກ ຍິງ-ຊາຍ ທົ່ວປະເທດ ຊີງຂັນ ສບສ 2023 ເປີດສາກທ້າຍເດືອນຕຸລານີ້

ສະຫະພັນບານສົ່ງແຫ່ງຊາດລາວ ຫຼື ສບສ ກຽມຈັດການແຂ່ງຂັນກິລາບານສົ່ງ ລີກ ໃນຮົ່ມທັງປະເພດທີມຍິງ-ທີມຊາຍ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2023 ຊີງເງິນລາງວັນທັງໝົດ 119.000.000 ກີບ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ. ອີງຕາມຂໍ້ມູນຈາກ ສບສ ໄດ້ແຈ້ງໃຫ້ຊາບວ່າ: ເຖິງບັນດາສະໂມສອນກິລາບານສົ່ງຂອງກະຊວງ, ທຽບເທົ່າ, ນະຄອນຫຼວງວຽງຈັນ, ສະໂມສອນບານສົ່ງຂອງແຂວງ, ມະຫາວິທະຍາໄລ ແລະ ບັນດາສະໂມສອນກິລາບານສົ່ງໃນຂອບເຂດທົ່ວປະເທດ ເພື່ອເຂົ້າຮ່ວມການແຂ່ງຂັນກິລາບານສົ່ງ ລີກ ໃນຮົ່ມຍິງ-ຊາຍ ຊີງຂັນສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2023...

Continue reading