ລັດຖະມົນຕີ ສສກ ເນັ້ນໃຫ້ຊາວໜຸ່ມ ສຸມໃສ່ປະຕິບັດໜ້າທີ່ການເມືອງ 10 ຫົວຂໍ້

ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ເນັ້ນໜັກໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມແຕ່ລະຂັ້ນທີ່ສັງກັດຢູ່ໃນການຈັດຕັ້ງ ທີ່ເຄື່ອນໄຫວວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ສຸມໃສ່ປະຕິບັດໜ້າທີ່ການເມືອງຢ່າງໜັກແໜ້ນ ແນໃສ່ເຮັດໃຫ້ວຽກງານໄດ້ຮັບໝາກຜົນ ແລະ ເປັນໄປຕາມແຜນທີ່ກຳນົດໄວ້.
ເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໄດ້ມີພິທີພົບປະໂອ້ລົມຂອງສະຫາຍເລຂາຄະນະບໍລິຫານງານພັກກະຊວງຕໍ່ຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມທົ່ວຂະແໜງສຶກສາ-ກິລາ ໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 29 ປີ ພ້ອມທັງປະກາດການແຕ່ງຕັ້ງຄະນະບໍລິຫານງານ ສະມາຄົມຊາວໜຸ່ມນັກຮຽນ, ນັກສຶກສາຂອງ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ I ໂດຍພາຍໃຕ້ການເປັນປະທານ ແລະ ໂອ້ລົມຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ນາງ ວຽງແກ້ວ ພົມມະວົງ ຄະນະປະຈໍາພັກກະຊວງ, ຜູ້ຊີ້ນໍາສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາກໍາມະການສູນກາງຊາວໜຸ່ມ, ຫົວໜ້າຫ້ອງການ, ກົມ, ຜູ້ຕາງໜ້າຫ້ອງການ, ກົມ ຈາກສູນກາງຊາວໜຸ່ມ, ຮອງເລຂາ, ຄະນະປະຈໍາ, ຄະນະບໍລິຫານງານຊາວໜຸ່ມກະຊວງ, ເລຂາ-ຮອງເລຂາ, ຄະນະບໍລິຫານງານຊາວໜຸ່ມສໍານັກກະຊວງ, ວິທະຍາໄລອ້ອມຂ້າງກະຊວງ, ສະມາຄົມການສຶກສາພາກເອກະຊົນ, ມະຫາວິທະຍາໄລ, ວິທະຍາໄລຄູ, ສະຖານອາຊີວະສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວໂອ້ລົມໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມແຕ່ລະຂັ້ນທີ່ສັງກັດຢູ່ໃນການຈັດຕັ້ງ ທີ່ເຄື່ອນໄຫວວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຈະຕ້ອງໄດ້ສຸມໃສ່ປະຕິບັດໜ້າທີ່ການເມືອງ ເປັນຕົ້ນແມ່ນ ການນໍາຊາວໜຸ່ມແຕ່ລະຂັ້ນ ຕ້ອງເອົາໃຈໃສ່ວຽກງານແນວຄິດການເມືອງຕໍ່ສະມາຊິກໃຫ້ມີຄວາມເຊື່ອໝັ້ນ ແລະ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ໃນການນໍາພາຂອງພັກ-ລັດ ຕໍ່ໜ້າສະພາບການປັດຈຸບັນທີ່ປະເທດຊາດຂອງພວກເຮົາກໍາລັງພົບພໍ້ ໂດຍສະເພາະສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາຢາເສບຕິດ (ວາລະແຫ່ງຊາດ) ແລະ ອື່ນໆ ພ້ອມທັງເປັນເຈົ້າການໃນການສົ່ງເສີມ, ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສໍາເລັດ ດ້ວຍຈິດໃຈບຸກທະລຸ ແລະ ຫັນປ່ຽນຢ່າງແຂງແຮງ; ຝຶກຝົນຕົນເອງໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການກໍາລົງຊີວິດອັນຖືກຕ້ອງ ແລະ ມູນເຊື້ອຂອງຊາດ, ຂອງພັກ, ຂອງຊາດ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ; ຄົ້ນຄວ້າສຶກສາຮໍ່າຮຽນ, ຮຽນຮູ້ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາອັນໃໝ່ໆ.
ພ້ອມກັນນັ້ນ, ກໍໃຫ້ຕິດຕາມ, ກວດກາ, ໃຫ້ຄໍາປຶກສາ, ປະຊາສໍາພັນ, ແຈ້ງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຕົວຈິງ ແລະ ເປັນທາງການໃຫ້ສະມາຊິກຊາວໜຸ່ມຂອງຕົນ ທີ່ເປັນພະນັກງານ, ຄູອາຈານ ແລະ ນັກຮຽນ-ນັກສຶກສາຢ່າງວ່ອງໄວທົ່ວເຖິງ; ມີສະຕິໃນການບໍລິໂພກຂ່າວສານທາງສື່ອອນໄລຕ່າງໆ, ຕີຖອຍຂໍ້ມູນທີ່ບິດເບືອນ, ສ້າງສະຖານະການເຮັດໃຫ້ສັງຄົມເກີດມີຄວາມສັບສົນ, ລະແວງສົງໃສຕ່າງໆ; ຊາວໜຸ່ມຕ້ອງຮຽນຮູ້ 5 ທັກສະ ຄື: ວິຊາສະເພາະ ຄວາມເປັນຊ່ຽວຊານ, ການບໍລິຫານ (ວຽກງານ, ສຸຂະພາບ), ພາສາຕ່າງປະເທດ ຊາວໜຸ່ມຢ່າງໜ້ອຍ 3 ພາສາ, ຄອມພິວເຕີ; ຊາວໜຸ່ມຫັນລົງສູ້ຮາກຖານ; ຊາວໜຸ່ມຊ່ວຍຄະນະນໍາແກ້ໄຂ 3 ບັນຫາ ຄື: ຂາດແຄນຄູ, ລະດົມນັກຮຽນເຂົ້າມາຮຽນໃຫ້ຫຼາຍ, ບໍ່ຢາກຮຽນຕໍ່ວິຊາຊີບ, ມະຫາວິທະຍາໄລ (ຢ້ານບໍມີວຽກເຮັດງານທໍາ); ວຽກງານກິລາ ຕ້ອງສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນ; ການຄົ້ນຄວ້າວິທະຍາສາດ ສໍາຄັນຕ້ອງແມ່ນຄົນທີ່ມີຄວາມສາມາດ; ຕໍ່ກັບສະມາຄົມຊາວໜຸ່ມນັກຮຽນ, ນັກສຶກສາ ແມ່ນເຫັນດີຕາມແຜນທີ່ວາງໄວ້ ໂດຍມອບໃຫ້ຄະນະຊາວໜຸ່ມກະຊວງ ກໍຄືຄະນະບໍລິຫານງານສະມາຄົມຂອງຄະນະຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ I ນີ້ ເອົາໃຈໃສ່ຢ່າງແຂງແຮງໃນການເຜີຍແຜ່ຜັນຂະຫຍາຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມທົ່ວຂະແໜງສຶກ ແລະ ກິລາ ໃຫ້ກວ້າງຂວາງ, ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານສະມາຄົມຊາວໜຸ່ມນັກຮຽນ, ນັກສຶກສາ ຄັ້ງທີ I (ໄລຍະ 2023-2025) ຂອງຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ໃຫ້ມີຜົນສໍາເລັດ, ສ້າງເປັນແຜນສະເພາະ, ກິດຈະກໍາລະອຽດ.
ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງສະພາບແຜນພັດທະນາການສຶກສາ ໃນ ສປປ ລາວ ສົກ 2022-2023, ພາລະບົດບາດ ແລະ ສິ່ງທ້າທາຍຂອງຊາວໜຸ່ມຕໍ່ກັບວຽກງານການຄົ້ນຄວ້າວິທະຍາສາດ, ການຊອກວຽກເຮັດງານທຳ, ມະຕິຕົກລົງຂອງຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 253/ຄພສກ ລົງວັນທີ 2 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານ ສະມາຄົມຊາວໜຸ່ມນັກຮຽນ, ນັກສຶກສາ ຂອງຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ I, ແຜນການເຄື່ອນໄຫວວຽກງານສະມາຄົມຊາວໜຸ່ມນັກຮຽນ, ນັກສຶກສາ ຄັ້ງທີ I (2023-2025) ຂອງຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ