ສປປ ລາວ ຈະສົ່ງນັກກິລາ 6 ປະເພດ ເຂົ້າຮ່ວມຊີງໄຊ ມະຫະກຳກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ ສສ ຫວຽດນາມ
ສປປ ລາວ ຈະສົ່ງຄະນະນຳ ແລະ ນັກກິລາ ກວ່າ 100 ຄົນ ໃນ 6 ປະເພດ ເຊັ່ນ: ແລ່ນ-ລານ, ລອຍນໍ້າ, ປັນຈັກສີລັດ, ຫວໍວິນນາມ, ບານບ້ວງ ແລະ ດອກປີກໄກ່, ເພື່ອເຂົ້າຮ່ວມການແຂ່ງຂັນມະຫະກຳກິລານັກຮຽນອາຊຽນ ຄັ້ງທີ 13 ຊຶ່ງຈະຈັດຂຶ້ນທີ່ ນະຄອນດານັງ, ສສ ຫວຽດນາມ ໃນລະຫວ່າງ ວັນທີ 22 ພະຈິກ ເຖິງ ວັນທີ 03 ທັນວາ 2023 ນີ້.
ອີງຕາມຂໍ້ມູນຈາກກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ໄດ້ມີຄວາມພ້ອມແລ້ວ 90% ແລ້ວ, ນັກກິລາທຸກປະເພດ ໄດ້ເລີ່ມເຂົ້າສູນຝຶກຊ້ອມ ແຕ່ວັນທີ 23 ຕຸລາ ເປັນຕົ້ນມາ ໃນນີ້ ກິລາ ແລ່ນ-ລານ ແລະ ປັນຈັກສີລັດ ໄດ້ຝຶກຊ້ອມຢູ່ສະຖາບັນກິລາກາຍະກຳສີເກີດ; ກິລາລອຍນໍ້າ ຝຶກຊ້ອມຢູ່ໂຮງຮຽນນານາຊາດ ສະລອຍນໍ້າສະມາຄົມຟູຈຽນ;...