03/04/2024 | ສຶກສາ
ສກມ ສີໂຄດຕະບອງ ສ້າງຄວາມເຂັ້ມແຂງໃຫ້ຄູສອນ ປະຈຳປີ 2023
ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນພາຍໃນ ປະຈຳປີ 2023 ເມື່ອວັນທີ 30 ມີນາ 2023 ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ອຳມະລີ ນໍລິນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ, ມີຜູ້ອຳນວຍການໂຮງຮຽນ, ພະນັກງານ ຄູອາຈານຈາກບັນດາໂຮງຮຽນພາຍໃນເມືອງເຂົ້າຮ່ວມ 100 ກວ່າທ່ານ. ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອຳນວຍການ, ພະນັກງານຄູອາຈານພາຍໃນເມືອງ ໄດ້ຮັບຮູ້ກ່ຽວກັບບັນດາເນື້ອໃນເອກະສານສຳຄັນຕ່າງໆຂອງວຽກງານໃນຂະແໜງການສຶກສາ, ນິຕິກໍາຕ່າງໆ ເພື່ອນໍາເອົາເນື້ອໃນເອກະສານດັ່ງກ່າວໄປມູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບທີ່ເກີດດອກອອກຜົນ. ໃນກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດວິໄຈເມືອງສີໂຄດຕະບອງ ປະຈຳສົກຮຽນ 2023-2024, 18 ຄາດໝາຍຂອງເມືອງ ທີ່ຈັດຕັ້ງປະຕິບັດໄດ້, ຮ່າງການຂຽນແຜນພັດທະນາໂຮງຮຽນ, ສະເໜີລະບຽບຄຸ້ມຄອງການນຳໃຊ້ເງິນບໍລິຫານໂຮງຮຽນ, ແນະນຳວິທີການຂຶ້ນແຜນນຳໃຊ້ເງິນ, ສະຫຼຸບເງິນບໍລິຫານໂຮງຮຽນ, ແນະນຳການລົງປື້ມບັນຊີ, ຄັງເງິນສົດ ເຂົ້າ-ອອກ, ສະຫຼຸບບັນຊີ, […]