22/03/2024 | ສຶກສາ
ທີມງານສື່ມວນຊົນ ສສກ ສຳເລັດການລົງເຄື່ອນໄຫວສຳພາດຜົນງານພົ້ນເດັ່ນຂະແໜງການສຶກສາ-ກິລາ 3 ແຂວງພາກກາງ
ທີມງານສື່ມວນຊົນຈາກຂະແໜງວາລະສານ ແລະ ໜັງສືພິມ, ວິທະຍຸ ແລະ ໂທລະພາບສຶກສາ-ກິລາ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ສຳເລັດການລົງເຄື່ອນໄຫວສຳພາດຜົນງານອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທ້າຍ ແລະ ແຜນວຽກຈຸດສຸມຕໍ່ໜ້າ ໃນຂະແໜງການສຶກສາ ແລະ ກິລາ ຢູ່ 3 ແຂວງພາກກາງ ຄື: ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ເພື່ອນຳມາໂຄສະນາເຜີຍແຜ່ຜ່ານທາງສື່ມວນຊົນຂອງກະຊວງ ສສກ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານການສຶກສາຂັ້ນທ້ອງຖິ່ນຫຼາຍຂຶ້ນ. ການລົງເຄື່ອນໄຫວສຳພາດຜົນງານພົ້ນເດັ່ນໃນຄັ້ງນີ້ ໄດ້ມີຂຶ້ນໃນລະຫວ່າງວັນທີ 11-20 ມີນາ 2024 ນຳພາທີມງານໂດຍ ທ່ານ ຈັນທະຄາດ ອິນທະດາລິນ ຮັກສາການຮອງຫົວໜ້າຂະແໜງວາລະສານ ແລະ ໜັງສືພິມ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ຊຶ່ງໃຫ້ກຽດຕ້ອນຮັບໂດຍ […]