Skip to main content

ໜ່ວຍພັກຮາກຖານ ກົມແຜນການ ແລະ ການເງິນ ສສກ ດຳເນີນຊີວິດການເມືອງ ພ້ອມເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ

08/09/2026
ໜ່ວຍພັກຮາກຖານ ກົມແຜນການ ແລະ ການເງິນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສະຫຼຸບວຽກງານ ແລະ ດຳເນີນຊີວິດການເມືອງ ພ້ອມທັງເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂຶ້ນໃນຕອນເຊົ້າວັນທີ 4 ກັນຍາ 2026 ທີ່ຫ້ອງປະຊຸມຕຶກ ICT ຊັ້ນ 4, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ນາງ ກອງມະນີ ວາດຕະນາ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມແຜນການ ແລະ ການເງິນ, ພ້ອມດ້ວຍບັນດາສະຫາຍຄະນະໜ່ວຍພັກ, ແຂກຖືກເຊີນ, ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ເພື່ອເປັນການຮັບເອົາສະມາຊິກພັກສຳຮອງ ຈຳນວນ 1 ສະຫາຍ ກໍຄື ສະຫາຍ ນາງ ພິດດາວັນ ທຳມະວົງ ຂຶ້ນເປັນສະມາຊິກພັກສົມບູນ ເຊິ່ງອີງຕາມກົດລະບຽບພັກ ສະໄໝ XI ໝວດ I, ມາດຕາ 2 ວ່າດ້ວຍລະບຽບການຂະຫຍາຍພັກ ແລະ ອີງຕາມມະຕິຕົກລົງຂອງຄະນະປະຈຳພັກກະຊວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ສະບັບເລກທີ 159/ຄພ.ສສກ, ລົງວັນທີ 23 ກໍລະກົດ 2026.
ໂອກາດນີ້, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ໄດ້ເນັ້ນໜັກໃຫ້ສະມາຊິກພັກທຸກສະຫາຍ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍຶດໝັ້ນໃນອຸດົມການການເມືອງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊີດຊູຄວາມຮັບຜິດຊອບໃນໜ້າທີ່ວຽກງານວິຊາຊີບທີ່ໄດ້ຮັບມອບໝາຍ ໃຫ້ມີປະສິດທິພາບ, ໂປ່ງໃສ ໃນການຮັບເອົາສະມາຊິກພັກສົມບູນໃໝ່ໃນມື້ນີ້ ຖືເປັນກຽດອັນສູງສົ່ງ ແລະ ເປັນກຳລັງແຮງອັນສຳຄັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ໄດ້ຮັບຜົນສຳເລັດຍິ່ງໆສະນັ້ນ ເພື່ອເປັນທິດທາງ ແລະ ບ່ອນອີງໃຫ້ແກ່ສະມາຊິກພັກສົມບູນໃໝ່ ພ້ອມທັງສະມາຊິກພັກທຸກສະຫາຍ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພ້ອມນັ້ນ, ສະຫາຍຍັງເນັ້ນໃຫ້ສະມາຊິກພັກທຸກສະຫາຍ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອມຊຶມ ແລະ ປະຕິບັດຕາມກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ; ເປັນແບບຢ່າງທີ່ດີໃນການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດມະຕິ, ຄຳສັ່ງຂອງພັກຢ່າງເຂັ້ມງວດ ແລະ ປະດິດສ້າງ ກົມແຜນການ ແລະ ການເງິນ ຖືເປັນເສນາທິການທີ່ສຳຄັນຂອງກະຊວງ ສສກ. ສະມາຊິກພັກຕ້ອງຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງ, ວາງແຜນງົບປະມານ ແລະ ການນຳໃຊ້ທຶນຮູບແບບຕ່າງໆ ໃຫ້ມີປະສິດທິພາບ, ໂປ່ງໃສ ແລະ ກວດສອບໄດ້. ພ້ອມກັນນັ້ນ, ກໍຕ້ອງໄດ້ຕິດພັນກັບແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ລວມທັງແຜນພັດທະນາຂອງຂະແໜງການຍ່ອຍ ເພື່ອຮັບປະກັນການນຳໃຊ້ງົບປະມານ ໃຫ້ຖືກຕ້ອງຕາມຈຸດປະສົງເປົ້າໝາຍຂອງການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ, ຕ້ອງເປັນແບບຢ່າງນຳໜ້າ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ ດ້ວຍຫົວຄິດປະດິດສ້າງ.
ສ່ວນດ້ານຄຸນສົມບັດ ແລະ ການກໍ່ສ້າງຕົນເອງ ກໍຕ້ອງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕໍ່ເນື່ອງ, ເປັນເຈົ້າການໃນການຄົ້ນຄວ້າ, ຮໍ່າຮຽນ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ; ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການ, ຕ້ອງກ້າຕຳນິຕິຊົມຕົນເອງ ແລະ ຮັບເອົາການຕິຊົມຈາກມະຫາຊົນ; ຕ້ອງຮັກສາຄວາມລັບຂອງພັກ, ຂອງຊາດ ແລະ ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ; ຮູ້ຈຳແນກມິດ-ສັດຕູ, ຕ້ານພະຍາດອາຍາສິດ (ຢາເສບຕິດ), ການຟຸມເຟືອຍ ແລະ ຕ້ານການສໍ້ລາດບັງຫຼວງທຸກຮູບແບບ.
ດ້ານໜ່ວຍພັກ ແລະ ຄະນະໜ່ວຍພັກ ຮຽກຮ້ອງໃຫ້ໜ່ວຍພັກ ໂດຍສະເພາະສະມາຊິກພັກຮຸ່ນອ້າຍເອື້ອຍ ສືບຕໍ່ຕິດຕາມ, ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂໃຫ້ສະມາຊິກພັກໃໝ່ໄດ້ສະແດງຄວາມສາມາດ ແລະ ເປັນສະມາຊິກພັກທີ່ສາມາດສືບທອດປ່ຽນແທນໄດ້, ເພີ່ມພູນຄວາມສາມັກຄີ ພາຍໃນໜ່ວຍພັກ ເພື່ອສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
ປັດຈຸບັນ, ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປ ໂດຍສະເພາະແມ່ນຄວາມຂັດແຍ່ງທາງດ້ານການເມືອງ ແລະ ສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ປະເທດຂອງພວກເຮົາ. ສະນັ້ນ, ພວກເຮົາຕ້ອງມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເພີ່ມທະວີການປ້ອງກັນພັກ, ປົກປ້ອງຂຸບຂອງສັດຕູທີ່ຫວັງທຳລາຍພັກ. ບັນດາສະຫາຍ ຄະນະໜ່ວຍພັກຮາກຖານ ເອົາໃຈໃສ່ພາຊີ້ນຳໜ່ວຍພັກ ແລະ ສະມາຊິກພັກ ຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ປະສົບຜົນສຳເລັດ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ນຳພາ-ຊີ້ນຳໃນການປັບປຸງກົງຈັກ ແລະ ສັບຊ້ອນບຸກຄະລາກອນ, ການຈັດຕັ້ງຜັນຂະຫຍາຍມະຕິອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທົ່ວປະເທດ ປະຈຳສົກຮຽນ 2025-2026 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ໃນກອງປະຊຸມຍັງໄດ້ດຳເນີນຊີວິດການເມືອງຂອງໜ່ວຍພັກຮາກຖານ ເພື່ອຕີລາຄາຄືນຜົນງານການເຄື່ອນໄຫວຜ່ານມາ, ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເພື່ອສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຜູ້ຕາງໜ້າທົ່ວປະເທດຂອງພັກ ແລະ ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ