Skip to main content

ຫ້ອງການກະຊວງ ສສກ ເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ຫ້ອງການ ພ້ອມມອບຫຼຽນກາລະນຶກ 50 ປີ

08/09/2026
ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ວຽກງານຂອງຫ້ອງການ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນຕອນເຊົ້າວັນທີ 4 ກັນຍາ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ກິ່ງມະໂນ ພົມມະຫາໄຊ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາຫ້ອງການກະຊວງ, ມີສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍສະຫາຍຮອງເລຂາຄະນະພັກຮາກຖານຫ້ອງການ, ຄະນະພັກຮາກຖານ, ບັນດາເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຫ້ອງການກະຊວງ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ, ມະຫາຊົນກ້າວໜ້າ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງການກະຊວງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນພິທີ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026 ຂອງຫ້ອງການກະຊວງ; ຮັບຟັງເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 4444/ສສກ, ລົງວັນທີ 17 ກໍລະກົດ 2026; ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີເຮັດວຽກຂອງກະຊວງ ສສກ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງຫ້ອງການກະຊວງ; ຂໍ້ຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານຫ້ອງການກະຊວງ; ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ກະຊວງ; ໄດ້ຮັບຟັງການເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ສະບັບເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026. ນອກຈາກນີ້, ໃນພິທີຍັງໄດ້ມີການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ອີກດ້ວຍ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ກິ່ງມະໂນ ພົມມະຫາໄຊ, ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ຄະນະພັກ, ຄະນະນຳ ຕະຫຼອດຮອດບັນດາສະມາຊິກພັກ ແລະ ພະນັກງານພາຍໃນຫ້ອງການກະຊວງ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນໄປທິດທາງດຽວກັນ ທັງດ້ານແນວຄິດ ແລະ ພຶດຕິກຳຕົວຈິງ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຄະນະພັກ, ຄະນະນຳ ແລະ ພະນັກງານຫ້ອງການກະຊວງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງມີຄວາມຮັບຜິດຊອບສູງ, ເຮັດໃຫ້ກົນໄກການເຮັດວຽກຂອງກະຊວງ ແລະ ຫ້ອງການ ດຳເນີນໄປໄດ້ຢ່າງມີປະສິດທິພາບ. ພ້ອມນັ້ນ, ສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງຫ້ອງການ ເຊິ່ງມີຄຸນລັກສະນະພິເສດປຽບເໝືອນ “ທະບວງໜຶ່ງ” ພາຍໃຕ້ກະຊວງ, ເປັນສູນລວມຮອບດ້ານ, ເປັນສູນປະສານງານ, ເກັບກຳ-ສຳເນົາເອກະສານ, ເບິ່ງແຍງຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນເສນາທິການໃຫ້ແກ່ກະຊວງ.
ດັ່ງນັ້ນ, ເພື່ອປັບປຸງ ແລະ ຍົກສູງປະສິດທິພາບການເຮັດວຽກໃນຕໍ່ໜ້າ, ສະຫາຍໄດ້ເນັ້ນບາງທິດທາງຊີ້ນຳທີ່ສຳຄັນ ດັ່ງນີ້: ໃຫ້ຄະນະຫ້ອງການ ແລະ ຄະນະພະແນກ (ທັງໝົດ 8 ພະແນກ) ກວດຄືນພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ພ້ອມທັງປ່ຽນແປງທັດສະນະຈາກ “ການເຮັດວຽກແບບວິຊາການ” ມາເປັນ “ຜູ້ຄຸ້ມຄອງ ແລະ ນຳພາ” ຢ່າງແທ້ຈິງ; ຍຶດໝັ້ນ 5 ຫຼັກການຂອງພັກ, ຫຼັກການລວມສູນປະຊາທິປະໄຕ, ຕັດສິນເປັນໝູ່ຄະນະ ແລະ ມອບຄວາມຮັບຜິດຊອບໃຫ້ບຸກຄົນ; ປະຕິບັດທິດນຳ “3 ກ້າ 3 ເປີດ” ຢ່າງເຂັ້ມງວດ ຄື: ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເປີດໃຈ, ເປີດປະຕູ, ເປີດກວ້າງ (ຮັບຟັງ, ແລກປ່ຽນຄວາມເຫັນ ແລະ ມີຄວາມຈິງໃຈ); ເລັ່ງແກ້ໄຂບັນຫາເອກະສານຊັກຊ້າ ໂດຍຫັນມາໃຊ້ລະບົບຕິດຕາມເອກະສານທັນສະໄໝ (E-Office/App) ເພື່ອຕິດຕາມສະຖານະເອກະສານ, ຫຼຸດຜ່ອນການໃຊ້ເຈ້ຍ ແລະ ຫຼຸດບົດລາຍງານທີ່ຊ້ຳຊ້ອນ; ຫຼີກລ່ຽງການເຮັດວຽກຊ້ຳຊ້ອນ ຫຼື ກ້າວກ່າຍພາລະບົດບາດຂອງກົມອື່ນ; ຄະນະນຳເອງກໍຕ້ອງມີຄວາມຮັບຜິດຊອບຕໍ່ເນື້ອໃນເອກະສານ; ການເຮັດໜັງສືເຊີນຄະນະນຳ ກໍຕ້ອງໄດ້ແຈ້ງຕາຕະລາງໃຫ້ເພິ່ນຮັບຊາບ ແລະ ເຫັນດີກ່ອນທຸກຄັ້ງ ແລະ ຕ້ອງກວດກາຄວາມຖືກຕ້ອງຂອງສັບພາສາ, ຕຳແໜ່ງທາງການໃຫ້ຖືກຕ້ອງຕາມລະບຽບການ. ມາຮອດນີ້, ຂ້າພະເຈົ້າເຊື່ອໝັ້ນ ຄະນະພັກ, ຄະນະນຳ, ສະມາຊິກພັກ ຕະຫຼອດຮອດພະນັກງານ-ລັດຖະກອນ ຫ້ອງການກະຊວງ ທຸກສະຫາຍ ຈະມີຄວາມສາມັກຄີເປັນໜຶ່ງດຽວ ແລະ ປະສົບຜົນສຳເລັດຢ່າງງົດງາມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄື ພາລະກິດທີ່ໄດ້ຮັບມອບໝາຍໃນຕໍ່ໜ້າ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບໂດຍ: ບົວລະພາ ອິນສີມະນີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ