ມສ ຕານມີໄຊ ຄວ້າລາງວັນຊະນະເລີດແຂ່ງຂັນເວົ້າພາສາເກົາຫຼີ ຊັ້ນ ມ.ປາຍ ສະຫຼອງງານສັບປະດາ ເກົາຫຼີ
08/09/2026

ໂຮງຮຽນມັດທະຍົມສົມບູນ (ມສ) ຕານມີໄຊ ຄວ້າລາງວັນຊະນະເລີດການແຂ່ງຂັນເວົ້າພາສາ ເກົາຫຼີ ໃນລະດັບຊັ້ນມັດທະຍົມສຶກສາຕອນປາຍ ທົ່ວນະຄອນຫຼວງວຽງຈັນ ສ່ວນລາງວັນຊະນະເລີດການແຂ່ງຂັນເວົ້າພາສາ ເກົາຫຼີ ລະດັບຊັ້ນມັດທະຍົມຕອນຕົ້ນ ຕົກເປັນຂອງ ມສ ວຽງຈັນ ເນື່ອງໃນໂອກາດງານສັບປະດາເກົາຫຼີ.
ງານສັບປະດາເກົາຫຼີ ຈັດຂຶ້ນລະຫວ່າງວັນທີ 5-6 ກັນຍາ 2026 ທີ່ສູນການຄ້າວຽງຈັນເຊັນເຕີ ຊຶ່ງງານດັ່ງກ່າວ ເຕັມໄປດ້ວຍບັນຍາກາດຟົດຟື້ນ ຊຶ່ງມີຫຼາາຍກິດຈະກຳ ເປັນຕົ້ນແມ່ນ ການແຂ່ງຂັນກິລາເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ. ເກົາຫຼີ ຄັ້ງທີ 10 ປະຈຳປີ 2026 ແລະ ການແຂ່ງຂັນທັກສະເວົ້າພາສາເກົາຫຼີ, ເທດສະການອາຫານ ແລະ ມີບູດຕ່າງໆມາວາງສະແດງ ເຮັດໃຫ້ຜູ້ມາຮ່ວມງານໄດ້ມ່ວນຊື່ນເພີດເພີນໄປພ້ອມໆກັນ.
ໃນໂອກາດທີ່ເຂົ້າຮ່ວມພິທີປິດ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຂຶ້ນມີຄຳເຫັນ ເຊິ່ງທ່ານໄດ້ກ່າວວ່າ ຕາງໜ້າໃຫ້ຄະນະນຳກະຊວງ ສຶກສາທິການ ແລະ ກິລາ, ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜູ້ທີ່ ໄດ້ຮັບລາງວັນ ຈາກການແຂ່ງຂັນເທຄວັນໂດ ແລະ ການແຂ່ງຂັນທັກສະ ເວົ້າພາສາ ເກົາຫຼີ. ສຳລັບ ຜູ້ທີ່ຍັງບໍ່ປະສົບຜົນສຳເລັດ ໃນຄັ້ງນີ້, ກໍຂໍໃຫ້ຢ່າທໍ້ຖອຍ ໃຈ, ທຸກຄົນຍັງມີເວລາອີກຫຼາຍທີ່ຈະເຮັດໃຫ້ດີຂຶ້ນໃນອະນາຄົດ.
ດັ່ງທີ່ບັນດາທ່ານຮູ້ກັນດີ, ສປປ ລາວ ແລະ ສາທາລະນະລັດ ເກົາຫຼີ ໄດ້ເພີ່ມພູນຄູນສ້າງ ສາຍພົວພັນ ມິດຕະພາບ ທີ່ອົບອຸ່ນ ແລະ ແໜ້ນແຟ້ນ ເປັນເວລາຍາວນານ. ນັບຕັ້ງແຕ່ການສ້າງຕັ້ງ ສາຍພົວພັນການທູດຮ່ວມກັນ ໃນ ປີ 1995, ທັງສອງປະເທດ ກໍຄື ປະຊາຊົນທັງສອງຊາດ ໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ຂອງການສ້າງຕັ້ງ ແລະ ຟື້ນຟູ ສາຍພົວພັນການທູດ ລະຫວ່າງ ລາວ ແລະ ເກົາຫຼີ ຊຶ່ງໄດ້ຕົກລົງຮ່ວມກັນສຸມໃສ່ຍົກລະດັບສາຍພົວພັນທະວີພາຄີ ໃຫ້ ເປັນຮຸ້ນສ່ວນຍຸດທະສາດ ແບບຮອບດ້ານ. ງານສັບປະດາ ເກົາຫຼີ ໃນຄັ້ງນີ້ ຈຶ່ງເປັນປະຈັກຕາ ໃນການເພີ່ມທະວີ ສາຍພົວພັນມິດຕະພາບ ໃຫ້ນັບມື້ກວ້າງຂວາງຂຶ້ນເລື້ອຍ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ສສກ ຍັງໄດ້ຮຽກຮ້ອງໃຫ້ຄູຝຶກເທຄວັນໂດ ສ.ເກົາຫຼີ ຊ່ວຍຝຶກຊ້ອມໃຫ້ນັກກິລາເທຄວັນໂດທີມຊາດລາວ ເພື່ອຍາດເອົາຫຼຽນຄຳ ໃນການແຂ່ງຂັນກິລາເອຊຽນ ເກມ ທີ່ປະເທດຍີ່ປຸ່ນ ໃນທ້າຍເດືອນກັນຍານີ້.
ໃນງານສັບປະດາ ເກົາຫຼີ ກໍໄດ້ມີການແຂ່ງຂັນທັກສະເວົ້າພາສາເກົາຫຼີ ແຂ່ງຂັນ 3 ລະດັບ ກໍຄື ລະດັບຊັ້ນມັດທະຍົມຕອນຕົ້ນ, ຊັ້ນມັດທະຍົມຕອນປາຍ ແລະ ຂັ້ນວິຊາຊີບ ຜ່ານການແຂ່ງຂັນຜົນປະກົດວ່າ: ລະດັບຊັ້ນມັດທະຍົມຕອນຕົ້ນ ອັນດັບ 1 ທ້າວ ສີສຸພັນ ໄຊສົມແພງ ຈາກໂຮງຮຽນມັດທະຍົມສົມບູນວຽງຈັນ, ອັນດັບ 2 ນາງ ອານານຕາ ບຸນໄຊທິບ ຈາກ ໂຮງຮຽນມັດທະຍົມສົມບູນວຽງຈັນ ແລະ ອັນດັບ 3 ນາງ ມານິລາ ວິໄລຜົນ ຈາກໂຮງຮຽນມັດທະຍົມສົມບູນພັນໝັ້ນ; ສ່ວນລະດັບມັດທະຍົມຕອນປາຍ ອັນດັບ 1 ນາງ ປາຍຟ້າ ສຸລິນທາ ຈາກໂຮງຮຽນ ມສ ຕານມີໄຊ, ອັນດັບ 2 ນາງ ຄະນິສາ ວົງຫາຈັກ ຈາກໂຮງຮຽນມັດທະຍົມສົມບູນ ວຽງຈັນ ແລະ ອັນດັບ 3 ທ້າວ ພິລະພັດ ໄຊຍະສິງ ຈາກໂຮງຮຽນມັດທະຍົມສົມບູນວຽງຈັນ; ລະດັບວິຊາຊິບ ລະດັບມະຫາວິທະຍາໄລ ແລະ ໄວໜຸ່ມ ອັນດັບ 1 ນາງ ປານີ ເຮີເນີຊີ, ອັນດັບທີ 2 ທ້າວ ໂອເຣ ແສງນຸ່ນຕີ ແລະ ອັນດັບ 3: ທ້າວ ທາຍລາວ ວາຕູລາວ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ














