Skip to main content
25/02/2024 | ສຶກສາ

ແມ່ຍິງ ສສກ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 114 ປີ

ສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 114 ປີ ( ວັນທີ 8 ມີນາ 1910-ວັນທີ 8 ມີນາ   2024) ເມື່ອວັນທີ 20 ກຸມພາ 2024 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຂັນທະລີ ສີຣິພົງພັນ ອະດີດການນໍາຂັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ນາງ ວຽງແກ້ວ ພົມມະວົງ ຄະນະປະຈໍາພັກ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ສະຫາຍ ນາງ ບົວຄໍາ ດາວສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະພັກ ສສກ, ປະທານສະຫະພັນແມ່ຍິງ ກະຊວງສຶກສາທິການ […]
25/02/2024 | ສຶກສາ

ດີວີວີ ມອບສື່ສິ່ງພິມໃຫ້ ສສກ ສົ່ງເສີມການສຶກສາຜູ້ໃຫຍ່

ຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ສະເຫຼີມສະຫຼອງການຮ່ວມມືທີ່ມີມາແຕ່ດົນນານໂດຍການມອບສຶ່ສິ່ງພິມ ສົ່ງເສີມການສຶກສາໃນ ສປປ ລາວ ໃນວັນທີ 20 ກຸມພາ 2024 ທີ່ຫ້ອງການ ດີວີວີ ອິນເຕີເນເຊິນແນວ ປະຈຳພາກພື້ນ ທີ່ນະຄອນຫຼວງວຽງຈັນໂດຍຕາງໜ້າລົງນາມມອບຂອງທ່ານ Christoph Jost ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ຕາງໜ້າຮັບຂອງທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ Annette Knobloch ເອກອັກຄະລັດຖະທູດແຫ່ງປະເທດເຢຍລະມັນ ປະຈໍາ ສປປ ລາວ ພ້ອມດ້ວຍອະດີດຮອງລັດຖະມົນຕີ ສສກ, […]
16/02/2024 | ສຶກສາ

ລັດຖະມົນຕີ ສສກ ເນັ້ນຜູ້ບໍລິຫານການສຶກສາ ແຂວງສາລະວັນ ສືບຕໍ່ໂຄງການນຳນ້ອງຄືນສູ່ໂຮງຮຽນ ສ້າງກຳລັງແຮງໃຫ້ຊາດ

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ (ສສກ) ເນັ້ນໜັກໃຫ້ຜູ້ບໍລິຫານການສຶກສາທິການ ແລະ ກິລາ ແຂວງສາລະວັນ ສືບຕໍ່ຈັດຕັ້ງປະຕິບັດໂຄງການນຳນ້ອງນັກຮຽນທົ່ວແຂວງສາລະວັນ ກັບຄືນມາໂຮງຮຽນ ເພື່ອສ້າງອະນາຄົດລູກຫຼານລາວ ກໍຄື ແຂວງໄດ້ຮຽນຮູ້ໜັງສື ເພື່ອໃຫ້ມີອະນາຄົດທີ່ດີໃນຕໍ່ໜ້າ ຊຶ່ງຈະກາຍເປັນໜໍ່ແໜງກຳລັງສຳຄັນໃຫ້ຊາດ ໃນການສ້າງສາພັດທະນາປະເທດຊາດຢ່າງຍືນຍົງຕະຫຼອດໄປ. ພິທີເຕົ້າໂຮມຄະນະນຳ, ພະນັກງານ ແລະ ຄູອາຈານ ໃນຂະແໜງການສຶືກສາ ແລະ ກິລາ ພາຍໃນແຂວງສາລະວັນ ໄດ້ຈັດຂຶ້ນ ເມື່ອວັນທີ 14 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມຂອງວິທະຍາໄລຄູ ສາລະວັນ ແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ, ມີທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດນີ້, ທ່ານ […]
16/02/2024 | ສຶກສາ

ແຂວງບໍ່ແກ້ວ ມີ 3 ສາເຫດຫຼັກທີ່ພາໃຫ້ນັກຮຽນປະລະການຮຽນ ເຖິງ 5 ພັນກວ່າຄົນ ຂະນະທີ່ ແຂວງວາງແຜນຫຼາຍຢ່າງແກ້ໄຂ

ແຂວງບໍ່ແກ້ວ ກໍເປັນອີກແຂວງໜຶ່ງໃນທົ່ວປະເທດ ທີ່ປະສົບກັບບັນຫານັກຮຽນປະລະການຮຽນຈໍານວນຫຼາຍ ໃນປີ 2023 ແລະ 2024 ລວມ 5 ພັນກວ່າຄົນ ປະກອບມີ ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ ເນື່ອງຈາກສາເຫດດ້ານພູມສາດ ແລະ ສະຖານການສຶກສາ; ສາເຫດໃນຕົວນັກຮຽນ ແລະ ສາເຫດທາງເສດຖະກິດ-ສັງຄົມ. ຂະນະທີ່, ທາງແຂວງໄດ້ວາງທິດທາງແຜນການຫຼາຍຢ່າງ ເພື່ອແກ້ໄຂບັນຫາດັ່ງກ່າວ. ອີງຕາມບົດລາຍງານຂອງພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໃນກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາປີ 2023 ໃນລະຫວ່າງວັນທີ 7-8 ກຸມພາ 2024 ທີ່ກະຊວງສຶກສາທິການ ແລະ ກິລາໃຫ້ຊາບວ່າ: ໃນສົກຮຽນ 2023-2024 ທົ່ວແຂວງມີນັກຮຽນເຂົ້າຮຽນໃນມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ ຫຼຸດລົງ 654 ຄົນ ເນື່ອງຈາກປະຊາກອນໃນເກນອາຍຸເຂົ້າຮຽນບໍ່ໄປຮຽນ (ຢູ່ບ້ານ, ໄປອອກແຮງງານ), ມີການໂຮມໂຮງຮຽນເຂົ້າກັນ ເຮັດໃຫ້ໂຮງຮຽນໄກບ້ານ […]
15/02/2024 | ສຶກສາ

ບໍລີສັດ ຄໍາພູວົງ ມອບທຶນການສຶກສາໃຫ້ສະມາຄົມຄະນິດສາດລາວ ມູນຄ່າ 50 ລ້ານກີບ

ພິທີມອບທຶນການສຶກສາໃຫ້ແກ່ສະມາຄົມຄະນິດສາດລາວ ໄດ້ມີຂຶ້ນເມື່ອວັນທີ 9 ກຸມພາ 2024 ທີ່ສໍານັກງານກະຊວງສຶກສາທິການ ແລະ ກິລາ ໂດຍຕາງໜ້າມອບຂອງທ່ານ ຈັນທະວົງ ພະມີສິດ ຜູ້ບໍລິຫານ ບໍລິສັດ ຄໍາພູວົງ ແລະ ຕາງໜ້າຮັບຂອງທ່ານ ຮສ.ປອ ສັກມອນ ສິຣີສັກ ປະທານສະມາຄົມຄະນິດສາດລາວ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ  ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະສະມາຄົມ ແລະ ຜູ້ຕາງໜ້າຈາກບໍລີສັດ ຄໍາພູວົງ ແລະ ຄະນະຮັບຜິດຊອບທັງສອງຝ່າຍ. ການສະໜັບສະໜູນໃນຄັ້ງນີ້, ແມ່ນເປັນການລິເລີ່ມປະກອບສ່ວນຂອງບໍລິສັດ ຄໍາພູວົງ ກຣຸບ ໃນການຊຸກຍູ້ວຽກງານສະມາຄົມຄະນິດສາດລາວ ຈໍານວນ 50 ລ້ານກີບ ເພື່ອເຮັດໃຫ້ວຽກງານຄະນິດສາດໃນປະເທດໄດ້ເບັ່ງບານໄປເລື້ອຍໆ ໂດຍການໄດ້ລວບລວມບັນດານັກຄະນິດສາດເຂົ້າມາຮ່ວມ, ເປີດໂອກາດຄົນທີ່ເກັ່ງເຂົ້າຮ່ວມສໍາມະນາ ແລະ […]
14/02/2024 | ສຶກສາ

ກາງເດືອນນີ້ ສສກ ເລີ່ມສຶກສາວິໄຈການຮຽນການສອນ ໄລຍະ 3 ປີ ຢູ່ບັນດາເມືອງເປົ້າໝາຍ

ນັບຕັ້ງແຕ່ກາງເດືອນກຸມພາ 2024, ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຈະເດີນທາງໄປໂຮງຮຽນຊັ້ນປະຖົມສຶກສາໃນ 30 ເມືອງເປົ້າໝາຍ ເພື່ອເກັບກໍາຂໍ້ມູນທຽບຖານສໍາລັບກໍລະນີສຶກສາຄົ້ນຄວ້າການຮຽນການສອນແບບເໝາະສົມສຳລັບເດັກທຸກຄົນ ເປັນໄລຍະເວລາ 3 ປີ ເລີ່ມແຕ່ປີ 2024-2026. ອີງຕາມການລາຍງານຂອງແຜນງານບີຄວາ ເມື່ອວັນທີ 14 ກຸມພາ 2024 ໃຫ້ຊາບວ່າ: ໃນລະຫວ່າງເດືອນກຸມພາ ແລະ ເດືອນມີນາຂອງທຸກປີ, ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູຂອງກະຊວງສຶກສາທິການ ແລະ ກິລາ ຈະດໍາເນີນການຄົ້ນຄວ້າກໍລະນີສຶກສາແບບປະລິມານ ໂດຍການສໍາພາດກຸ່ມເປົ້າໝາຍ 21 ໂຮງຮຽນ. ຫຼັງຈາກນັ້ນ, ໃນເດືອນເມສາ ຈະດໍາເນີນການປະເມີນຜົນການຮຽນກັບນັກຮຽນຂັ້ນ ປ.1 ໃນ 120 ໂຮງຮຽນ. ການສຶກສາຄົ້ນຄວ້າດັ່ງກ່າວ, ແມ່ນນໍາພາໂດຍກົມສ້າງຄູ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID) ໂດຍຜ່ານແຜນງານບີຄວາ. ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ […]
14/02/2024 | ສຶກສາ

ສກມ ສີໂຄດຕະບອງ ຈັດສອບເສັງນັກຮຽນເກັ່ງຂັ້ນເມືອງ ສົກ 2023-2024

ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ສອບເສັງນັກຮຽນເກັ່ງຊັ້ນປະຖົມ ແລະ ມັດທະຍົມສຶກສາ ປະຈຳສົກຮຽນ 2023-2024 ເມື່ອວັນທີ 9 ກຸມພາ 2024 ທີ່ໂຮງຮຽນມັດທະຍົມຕອນປາຍ ມິດຕະພາບ ວຽງຈັນ-ໂຮຈິມິນ ໂດຍການເປັນປະທານຂອງທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ, ມີຜູ້ບໍລິຫານການສຶກສາຂັ້ນເມືອງ, ຄະນະກຳມະການສອບເສັງ, ຄູອາຈານນຳພາ ແລະ ນ້ອງນັກສອບເສັງເຂົ້າຮ່ວມ. ໃນພິທີ, ທ່ານ ສິນໄຊ ສຸທຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ກ່າວໃຫ້ຮູ້ວ່າ: ການຈັດສອບເສັງໃນຄັ້ງນີ້ ແມ່ນເພື່ອເປັນການແຂ່ງຂັນການສອນດີ-ຮຽນເກັ່ງຂອງຄູ ແລະ ນ້ອງນັກຮຽນໃນແຕ່ລະວິຊາຂັ້ນຮຽນ, ຊັ້ນຮຽນຕ່າງໆ ພ້ອມຮັບປະກັນໄດ້ທາງດ້ານປະສິດທິພາບປະສິດທິຜົນ ແນໃສ່ການປະຕິບັດການຍ້ອງຍໍ, ຄູສອນດີ-ນັກຮຽນເກັ່ງ ແລະ ທັງເປັນການສ້າງຂະບວນການສົ່ງເສີມປະຕິບັດແຜນຍຸດທະສາດການສຶກສາໄລຍະໃໝ່ໃຫ້ປາກົດຜົນເປັນຈິງ. ໃນການສອບເສັງນັກຮຽນເກັ່ງຊັ້ນປະຖົມ (ປ.5), ຊັ້ນມັດທະຍົມຕອນຕົ້ນ (ມ.4) […]
14/02/2024 | ສຶກສາ

ຜູ້ແທນກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ຢ້ຽມຊົມຫໍພິພິທະພັນປະຫວັດສາດ ກອງທັບ

ຄະນະຜູ້ແທນກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023 ໄດ້ຢ້ຽມຊົມຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ ໃນວັນ 8 ກຸມພາ 2024 ທີີ່ຫໍພິພິທະພັນດັ່ງກ່າວ ໂດຍໃຫ້ກຽດນໍາຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີອະດີດຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ພະແນກ, ຜູ້ອໍານວຍການບໍລິສັດລັດວິສາຫະກິດ, ມະຫາວິທະຍາໄລ, ວິທະຍາໄລ, ສະມາຄົມການສຶກສາພາກເອກະຊົນ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເຂົ້າຢ້ຽມຊົມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023 ໃນລະຫວ່າງວັນທີ 7-8 ກຸມພາ 2024 ໂດຍເປັນກຽດຕ້ອນຮັບຂອງທ່ານ ພັນໂທ ສີສຸມັງ […]