ແຂວງບໍ່ແກ້ວ ມີຄວາມພ້ອມ ຮ້ອຍສ່ວນຮ້ອຍ ໄຂສົກຮຽນໃໝ່ 2026-2027 ພ້ອມເນັ້ນໃສ່ຈັດສັນຄູ, ສະໜອງອຸປະກອນ ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນ ນໍາພາລູກຫຼານຂອງຕົນມາເຂົ້າໂຮງຮຽນໃຫ້ຄົບ
01/09/2026

ແຂວງບໍ່ແກ້ວ ມີຄວາມພ້ອມແລ້ວທີ່ຈະໄຂສົກຮຽນໃໝ່ ສົກຮຽນ 2026-2027 ເອກະພາບທົ່ວແຂວງ ແລະ ທົ່ວປະເທດ ໃນວັນທີ 1 ກັນຍານີ້ ໂດຍເນັ້ນໃສ່ ການຈັດສັນຄູ, ສະໜອງອຸປະກອນການຮຽນ-ການສອນ ໃຫ້ທົ່ວເຖິງ ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນ ພາລູກຫຼານຂອງຕົນມາເຂົ້າຮຽນ ເພື່ອເຮັດໃຫ້ຄຸນນະພາບການສຶກສາ ດີຂຶ້ນ.
ໃນໂອກາດກະກຽມໄຂສົກຮຽນໃໝ່ 2026-2027 ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້, ທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ຕາງໜ້າໃຫ້ຄະນະນໍາຂະແໜງການສຶກສາ-ກິລາ ທົ່ວແຂວງ ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອລາຍງານເຖິງສະພາບການກະກຽມຄວາມພ້ອມ ໃນການໄຂສົກຮຽນໃໝ່ ສົກຮຽນ 2026-2027 ສໍາລັບສາຍສາມັນສຶກສາ ທົ່ວແຂວງບໍ່ແກ້ວ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ການສຶກສາແມ່ນມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຫຼາຍ. ມັນແມ່ນຮາກຖານ ແລະ ປັດໄຈຕັດສິນຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມ. ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ວາງວຽກຈຸດສຸມໃສ່ການຍົກລະດັບຄຸນນະພາບການຮຽນ-ການສອນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຊາດ, ພ້ອມທັງຮັບປະກັນໃຫ້ນັກຮຽນທຸກຄົນ ໄດ້ຮັບໂອກາດເຂົ້າເຖິງການສຶກສາຢ່າງເທົ່າທຽມ.
ສະນັ້ນ, ຂະແໜງການສຶກສາ ແລະ ກິລາ ແຂວງບໍ່ແກ້ວ ໄດ້ສຸມໃສ່ວຽກງານສໍາຄັນ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ຢ່າງໃກ້ຊິດ ພວກເຮົາໄດ້ອອກແຈ້ງການ ເຖິງຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນທຸກແຫ່ງໃນທົ່ວແຂວງ ໃຫ້ເລັ່ງກະກຽມຄວາມພ້ອມຮອບດ້ານ ໃນ 4 ໜ້າວຽກຕົ້ນຕໍ ດັ່ງນີ້:
1. ການກຽມຄວາມພ້ອມດ້ານອາຄານສະຖານທີ່, ຫ້ອງຮຽນ ແລະ ສະພາບແວດລ້ອມ: ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຊີ້ນໍາໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນທຸກແຫ່ງ ນຳພາຄູ-ອາຈານ, ນັກຮຽນ, ຜູ້ປົກຄອງ ແລະ ອົງການປົກຄອງທ້ອງຖິ່ນ ຮ່ວມກັນອອກແຮງງານອະນາໄມ, ສ້ອມແປງອາຄານ, ປັບປຸງຫຼັງຄາ, ປ່ອງຢ້ຽມ, ປະຕູຫ້ອງຮຽນ ແລະ ລະບົບໄຟຟ້າ ໃຫ້ມີຄວາມປອດໄພ; ດ້ານໂຕະ-ຕັ່ງ ແລະ ອຸປະກອນ: ໄດ້ສໍາຫຼວດ ແລະ ສ້ອມແປງໂຕະ-ຕັ່ງ ທີ່ເປ່ເພ ຈັດສັນໃຫ້ພຽງພໍກັບຈຳນວນນັກຮຽນ, ບໍ່ໃຫ້ມີສະພາບນັກຮຽນນັ່ງແອອັດ ຫຼື ບໍ່ມີໂຕະນັ່ງ ແລະ ດ້ານສະພາບແວດລ້ອມໂຮງຮຽນ: ໄດ້ເນັ້ນໃສ່ການສ້າງສະພາບແວດລ້ອມທີ່ມີສີຂຽວ, ສະອາດ, ປອດໄພ, ຈັດສັນລະບົບນ້ຳໃຊ້, ຫ້ອງນ້ຳ ໃຫ້ຖືກຮູບແບບສຸຂະອະນາໄມ ເພື່ອໃຫ້ໂຮງຮຽນເປັນສະຖານທີ່ ທີ່ໜ້າຢູ່ ແລະ ໜ້າຮຽນ ສຳລັບລູກຫຼານ. ເຊິ່ງການກະກຽມມາຮອດປັດຈຸບັນ ແມ່ນມີຄວາມພ້ອມຮຽບຮ້ອຍແລ້ວ ໃນທົ່ວແຂວງ.
2. ການຈັດສັນ ແລະ ຍົກລະດັບຄູ-ອາຈານ: ແມ່ນວຽກງານບູລິມະສິດທີ່ພວກເຮົາໄດ້ເອົາໃຈໃສ່ທີ່ສຸດ ເຊິ່ງໄດ້ມີການກວດກາ, ຄົ້ນຄວ້າ, ປັບປຸງສັບຊ້ອນ ແລະ ຈັດວາງຄູ ຈາກໂຮງຮຽນທີ່ມີຄູເກີນຄວາມຕ້ອງການ ເພື່ອໄປຊ່ວຍເຫຼືອໂຮງຮຽນທີ່ຂາດແຄນ, ເຄື່ອນຍ້າຍຄູ ຕາມໂຄງສ້າງວິຊາສະເພາະໃຫ້ເໝາະສົມ ແລະ ໃຫ້ສອດຄ່ອງກັບວິຊາສະເພາະ ແລະ ຄວາມຕ້ອງການຂອງແຕ່ລະໂຮງຮຽນ. ສໍາລັບການຂາດແຄນຄູຢູ່ເຂດຫ່າງໄກສອກຫຼີກ ພວກເຮົາໄດ້ລະດົມ ແລະ ຈັດວາງຄູອາສາສະໝັກ, ສັບຊ້ອນຄູພາຍໃນ, ສົ່ງເສີມຄູປະຈໍາຢູ່ຖິ່ນ ແລະ ບຳລຸງຍົກລະດັບ, ຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານເຕັກນິກການສອນ, ການໃຊ້ສື່ການສອນໃໝ່, ການນຳໃຊ້ເຕັກໂນໂລຊີ ໃຫ້ແກ່ຄູ-ອາຈານ ຢ່າງຕໍ່ເນື່ອງ.
3. ການສະໜອງປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ: ແມ່ນໄດ້ເລັ່ງຈັດສົ່ງປຶ້ມແບບຮຽນ ແລະ ອຸປະກອນການຮຽນໃຫ້ຮອດມືນັກຮຽນໃນທຸກຊັ້ນຮຽນ ໃຫ້ທັນເວລາກ່ອນ ຫຼື ຢ່າງຊ້າບໍ່ໃຫ້ເກີນຕົ້ນເດືອນກັນຍານີ້. ທັງນີ້, ເຖິງວ່າການຈັດສົ່ງໄປເຂດຫ່າງໄກຈະມີຄວາມຫຍຸ້ງຍາກດ້ານເສັ້ນທາງ, ແຕ່ທາງພະແນກໄດ້ຕິດຕາມຢ່າງໃກ້ຊິດ ເພື່ອຮັບປະກັນວ່າ “ຈະບໍ່ໃຫ້ການຂາດແຄນປຶ້ມແບບຮຽນ ຫຼື ອຸປະກອນການຮຽນ ມາເປັນອຸປະສັກຕໍ່ການສຶກສາຂອງລູກຫຼານນັກຮຽນເດັດຂາດ”.
4. ການປຸກລະດົມຂົນຂວາຍເດັກເຂົ້າຮຽນ: ພະແນກສຶກສາທິການ ແລະ ກິລາແຂວງ ຂໍຮຽກຮ້ອງມາຍັງ ພໍ່ແມ່-ຜູ້ປົກຄອງ, ຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໃຫ້ພ້ອມກັນເອົາໃຈໃສ່ ໂຄສະນາປຸກລະດົມ, ຊຸກຍູ້ ແລະ ສົ່ງເສີມລູກຫຼານຂອງຕົນ ທີ່ຮອດເກນອາຍຸໃຫ້ໄດ້ເຂົ້າໂຮງຮຽນ 100%, ໃຫ້ເວລາລູກຫຼານໄດ້ຄົ້ນຄວ້າຮໍ່າຮຽນ ແລະ ເປັນກໍາລັງໃຈໃຫ້ເຂົາເຈົ້າຢ່າງສະໝ່ຳສະເໝີ, ພ້ອມທັງຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນ (ເມືອງ ແລະ ບ້ານ) ແລະ ຜູ້ປົກຄອງ ຂໍໃຫ້ຊ່ວຍຕິດຕາມ, ເຝົ້າລະວັງ ແລະ ສ້າງເງື່ອນໄຂ ເພື່ອບໍ່ໃຫ້ນັກຮຽນປະລະການຮຽນ, ຕິດຕາມຜົນການຮຽນ ແລະ ປະສານສົມທົບກັບໂຮງຮຽນຢ່າງໃກ້ຊິດ ຫາກພົບເຫັນເດັກມີແນວໂນ້ມຈະປະລະການຮຽນ. ອັນພິເສດ ແມ່ນສັງຄົມ: ພວກເຮົາຕ້ອງເຂົ້າໃຈວ່າ “ ການສຶກສາ ແມ່ນພັນທະຂອງໝົດທຸກຄົນເພາະການສຶກສາ ແມ່ນຮາກຖານຂອງການພັດທະນາ; ຖ້າທຸກພາກສ່ວນຮ່ວມແຮງຮ່ວມມືກັນຢ່າງເຂັ້ມແຂງ, ພວກເຮົາກໍ່ຈະສາມາດສ້າງຄົນຮຸ່ນໃໝ່ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ເປັນກຳລັງແຮງອັນສໍາຄັນໃນການພັດທະນາປະເທດຊາດ ກໍຄືພັດທະນາຄອບຄົວຂອງຕົນ ”. ສະນັ້ນ, ຂໍເຊີນຊວນທຸກພາກສ່ວນທຸລະກິດ, ສະມາຄົມ ແລະ ມວນຊົນ ຮ່ວມກັນສະໜັບສະໜູນ, ປະກອບສ່ວນ ບໍ່ວ່າຈະເປັນວັດຖຸ ຫຼື ປັດໄຈ ເພື່ອພັດທະນາການສຶກສາຂອງແຂວງພວກເຮົາ ໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ.
ທ່ານ ວັນດີ ທໍາມະວົງ ຍັງໄດ້ກ່າວອີກວ່າ: ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຈາກຄະນະກໍາມະການປົກຄອງແຂວງ ແລະ ຄວາມຮ່ວມມືຂອງທຸກພາກສ່ວນ, ໂດຍສະເພາະ ແມ່ນພໍ່ແມ່ຜູ້ປົກຄອງ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ຊຸມຊົນ ແລະ ຄູ-ອາຈານ ຈະເຮັດໃຫ້ການເປີດສົກຮຽນໃໝ່ 2026-2027 ໃນວັນທີ 1 ກັນຍານີ້ ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.












