ນວ ໄຂສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ພ້ອມເນັ້ນຍົກສູງຄຸນນະພາບການສຶກສາ ແລະ ຫັນເປັນດິຈິຕອນ
02/09/2026

ໃນວັນທີ 31 ສິງຫາ 2026 ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນ (ມສ) ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີກຳມະການປະຈຳພັກ ນະຄອນຫຼວງວຽງຈັນ, ຄະນະພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ສະພາປະຊາຊົນ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງ, ປະທານ-ຮອງປະທານ ຄະນະກຳມະການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ຜູ້ບໍລິຫານການສຶກສາ ພາກລັດ-ເອກະຊົນ, ຄູ-ອາຈານ ແລະ ຕາງໜ້ານັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ໃນສົກຮຽນ 2025-2026 ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນທັງໝົດ 1,170 ແຫ່ງ ແລະ ມີນັກຮຽນ 215,833 ນ້ອງ. ຜົນການສອບເສັງຈົບຊັ້ນ ໃນສົກຮຽນທີ່ຜ່ານມາ ສາມາດບັນລຸຕົວເລກທີ່ດີເດັ່ນ ຊັ້ນ ປ.5 ມີນັກຮຽນເສັງໄດ້ 99.85% (ໄດ້ຄະແນນ 9 ຂຶ້ນໄປ 839 ຄົນ), ຊັ້ນ ມ.4 ມີນັກຮຽນເສັງໄດ້ 99.98% (ໄດ້ປະກາສະນິຍະບັດແດງ 138 ຄົນ), ຊັ້ນ ມ.7 ມີນັກຮຽນເສັງໄດ້ 99.98% (ໄດ້ປະກາສະນິຍະບັດແດງ 96 ຄົນ), ນັກຮຽນເກັ່ງລະດັບຊາດ (ມ.4 ແລະ ມ.7) ຍາດໄດ້ 5 ຫຼຽນຄຳ, 4 ຫຼຽນເງິນ, 1 ຫຼຽນທອງແດງ ແລະ ລາງວັນຊົມເຊີຍ 4 ຄົນ. ນອກຈາກນີ້, ຍັງສາມາດສ້າງໂຮງຮຽນຕົວແບບຄຸນນະພາບຊັ້ນກ່ອນໄວຮຽນໄດ້ 11 ແຫ່ງ, ໂຮງຮຽນຂຽວສະອາດ ແລະ ສິ່ງແວດລ້ອມດີ 67 ແຫ່ງ, ຈັດການແຂ່ງຂັນກິລານັກຮຽນທົ່ວນະຄອນຫຼວງວຽງຈັນ ຄັ້ງທີ III, ງານແຂ່ງຂັນສິລະປະ, ພ້ອມທັງສຳເລັດການສອບເສັງ ບັນຈຸລັດຖະກອນຄູໃໝ່ ໄດ້ທັງໝົດ 527 ຄົນ (ລວມທັງໂກຕ້າປົກກະຕິ ແລະ ທົດແທນ).
ຜ່ານການຈັດຕັ້ງປະຕິບັດ 13 ຄາດໝາຍ ທີ່ສະພາຮັບຮອງ ແມ່ນສາມາດບັນລຸໄດ້ 6 ຄາດໝາຍ ເປັນຕົ້ນແມ່ນ ອັດຕາການເຂົ້າຮຽນຂອງເດັກ 5 ປີ (101.91%), ອັດຕາເຂົ້າໃໝ່ ປ.1 (101.2%), ອັດຕາເຂົ້າຮຽນ ມ.ຕົ້ນ (100.1%) ແລະ ການສອນ ICT (95.61%). ເຖິງຢ່າງໃດກໍດີ ຍັງມີ 3 ຄາດໝາຍທີ່ບໍ່ທັນບັນລຸ (ອັດຕາປະລະ ປ.1 ແລະ ມ.ຕົ້ນ, ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1) ແລະ ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 5.35 % (ຄາດໝາຍໃຫ້ຕໍ່າກວ່າ 4.5 % ແລະ ອີກ 4 ຄາດໝາຍທີ່ເກັບກຳຂໍ້ມູນ.
ສຳລັບການກະກຽມເປີດສົກຮຽນໃໝ່ 2026-2027, ພະແນກສຶກສາທິການ ແລະ ກິລາ ນວ ໄດ້ສຸມໃສ່ 12 ກິດຈະກຳໃຫຍ່ ເປັນຕົ້ນແມ່ນ ການຈັດສັບຊ້ອນຄູສອນ, ການເຜີຍແຜ່ນິຕິກຳ, ການຝຶກອົບຮົມຄູ, ການປຸກລະດົມຜູ້ປົກຄອງນຳລູກຫຼານເຂົ້າຮຽນ, ການປັບປຸງອາຄານສະຖານທີ່-ສິ່ງອຳນວຍຄວາມສະດວກ, ການກວດກາສື່ການຮຽນ-ການສອນ, ພ້ອມທັງເນັ້ນໃສ່ການຕ້ານປະກົດການຫຍໍ້ທໍ້ໃນສະຖານການສຶກສາ ເຊັ່ນ: ຢາສູບໄຟຟ້າ, ນ້ຳກະທ້ອມ ແລະ ການໃຊ້ໂທລະສັບໃນຊົ່ວໂມງຮຽນ.
ຈາກນັ້ນ, ໃນພິທີຕາງໜ້ານັກຮຽນ ແລະ ຄູ-ອາຈານ ທົ່ວນະຄອນຫຼວງວຽງຈັນ ຂຶ້ນສະແດງຄວາມຮູ້ສຶກ ແລະ ປະຕິຍານຕົນ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ບັນດາຫົວໜ້າຂະແໜງ ແລະ ໂຮງຮຽນທີ່ຂຶ້ນກັບ ໄດ້ຮ່ວມກັນ ຈັບມືແຂ່ງຂັນ ເພື່ອສຸມໃສ່ຈັດຕັ້ງປະຕິບັດໃຫ້ບັນລຸ 13 ຄາດໝາຍ ທີ່ສະພາປະຊາຊົນຮັບຮອງ.
ໂອກາດອັນມີຄວາມໝາຍນີ້, ທ່ານ ປອ ອາດສະພັງທອງ ສີພັນດອນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍເນັ້ນໃຫ້ຂະແໜງການສຶກສາ ເອົາໃຈໃສ່ວຽກງານຈຸດສຸມ ສົກຮຽນ 2026-2027 ເຊັ່ນ: ພັດທະນາ ແລະ ສະໜອງຄູໃຫ້ພຽງພໍ, ແກ້ໄຂບັນຫາຄູຂາດແຄນ; ປັບປຸງພື້ນຖານໂຄງລ່າງ, ສະພາບແວດລ້ອມ ແລະ ກຽມຄວາມພ້ອມຮອງຮັບການປັບລະບົບການສຶກສາໃໝ່ (6+3+3) ໂດຍສະເພາະຫ້ອງ ປ.6.; ຍົກສູງຄຸນນະພາບການສຶກສາ ໂດຍຫັນເປັນທັນສະໄໝ ແລະ ດີຈິດຕອນ (ການສ້າງຫ້ອງ ICT, ຫ້ອງທົດລອງ, STEM); ຊຸກຍູ້ການສຶກສາສາມັນວິຊາຊີບ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ສົ່ງເສີມການກິລາ-ສິລະປະ ເພື່ອໃຫ້ຮ່າງກາຍແຂງແຮງ, ຫ່າງໄກຈາກສິ່ງເສບຕິດ ແລະ ສ້າງໂຮງຮຽນສີຂຽວ-ນິເວດ.
ພາບ-ຂ່າວ: ບົວລະພາ














