Skip to main content

ປກສ ນະຄອນຫຼວງວຽງຈັນ ວາງກຳລັງຈະລາຈອນ ເກືອບ 400 ນາຍ ເພື່ອລະບາຍການສັນຈອນ ໃນໄລຍະເປີດສົກຮຽນໃໝ່

01/09/2026
ໃນວັນທີ 28 ສິງຫາ 2026 ທີ່ຜ່ານມາ, ພະແນກຕຳຫຼວດຈະລາຈອນ ຮ່ວມກັບ ກອງຕຳຫຼວດຈະລາຈອນ 9 ຕົວເມືອງ ປະຈຳກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນ ແລະ ລະບາຍການສັນຈອນ ໃນໄລຍະເປີດສົກຮຽນໃໝ່ ສົກຮຽນ 2026-2027 ໃຫ້ກຽດເປັນປະທານໂດຍ ທ່ານ ພັນໂທ ວິລະພົງ ສະເໜ່ຫາ ຮອງຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ), ມີ ທ່ານ ພັນໂທ ບຸນມີ ຫຼວງບັນດິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ, ພ້ອມດ້ວຍ ຫົວໜ້າ-ຮອງພະແນກຕຳຫຼວດຈະລາຈອນ ນວ, ຄະນະກອງຕຳຫຼວດຈະລາຈອນ 9 ຕົວເມືອງ ແລະ ພະນັກງານ-ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ພັນໂທ ເດດລືຊາ ໄຊຍະສານ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ນວ ໄດ້ຜ່ານແຜນປ້ອງກັນ ໂດຍລະບຸວ່າ: ພາຍຫຼັງໄດ້ຮັບການຊີ້ນຳຈາກ ຫ້ອງຕຳຫຼວດ ປກສ ນວ ແລະ ກົມຕຳຫຼວດຈະລາຈອນ, ທາງພະແນກໄດ້ຈັດສ້າງແຜນບັນຈຸກຳລັງປະຈຳການຕາມເສັ້ນທາງສາຍຕ່າງໆ, ທາງແຍກ, ວົງວຽນ, ປ້ອມຈະລາຈອນ ແລະ ຢູ່ທຸກໆ ຈຸດໜ້າໂຮງຮຽນ ເພື່ອອຳນວຍຄວາມສະດວກ ແລະ ຄວບຄຸມລະບາຍການສັນຈອນໃນທົ່ວນະຄອນຫຼວງວຽງຈັນ. ໃນສົກຮຽນໃໝ່ນີ້ ໄດ້ກຳນົດຈຸດລະບາຍການສັນຈອນທັງໝົດ 127 ຈຸດ, ປ້ອມຈະລາຈອນ 69 ປ້ອມ, ໂຮງຮຽນ 45 ແຫ່ງ, ໂດຍນຳໃຊ້ກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທັງໝົດ 366 ນາຍ, ເຊິ່ງໄດ້ແບ່ງກຳລັງອອກຮັບຮອບຕາມຈຸດຕ່າງໆ ດັ່ງນີ້: ຈຸດໂຄສະນາອົບຮົມຈະລາຈອນ 3 ຈຸດ (ໜ້າໂຮງຮຽນ ມສ ວຽງຈັນ, ໂຮງຮຽນ ສິນໄຊ ແລະ ໂຮງຮຽນ ລາວ-ຫວຽດ), ກອງຕຳຫຼວດທາງຫຼວງ 7 ຈຸດ, ກອງຕຳຫຼວດຈະລາຈອນ ເມືອງສີສັດຕະນາກ 37 ຈຸດ, ກອງຕຳຫຼວດຈະລາຈອນ ເມືອງຈັນທະບູລີ 27 ຈຸດ, ກອງຕຳຫຼວດຈະລາຈອນ ເມືອງໄຊທານີ 15 ຈຸດ, ກອງຕຳຫຼວດຈະລາຈອນ ເມືອງສີໂຄດຕະບອງ 12 ຈຸດ, ກອງຕຳຫຼວດຈະລາຈອນ ເມືອງໄຊເຊດຖາ 9 ຈຸດ, ກອງຕຳຫຼວດຈະລາຈອນ ເມືອງຫາດຊາຍຟອງ 6 ຈຸດ, ກອງຕຳຫຼວດຈະລາຈອນ ເມືອງນາຊາຍທອງ 5 ຈຸດ, ກອງຕຳຫຼວດຈະລາຈອນ ເມືອງສັງທອງ 3 ຈຸດ ແລະ ກອງຕຳຫຼວດຈະລາຈອນ ເມືອງປາກງື່ມ 2 ຈຸດ.
ນອກຈາກນີ້, ຄະນະກອງບັນຊາການ ຍັງໄດ້ເນັ້ນຍ້ຳໃຫ້ກຳລັງຕຳຫຼວດຈະລາຈອນທຸກນາຍ ທີ່ປະຈຳຢູ່ຕາມຈຸດສັນຍານໄຟອຳນາດ, ເສັ້ນທາງແຍກ ແລະ ໜ້າໂຮງຮຽນ ໃຫ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດ ແລະ ມີກິລິຍາມາລະຍາດອ່ອນໂຍນ ເພື່ອຮັບປະກັນໃຫ້ ຄູ-ອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດ ຜູ້ໃຊ້ລົດໃຊ້ຖະໜົນ ສາມາດສັນຈອນໄປ-ມາ ໄດ້ຢ່າງມີຄວາມເປັນລະບຽບຮຽບຮ້ອຍ, ສະດວກ ແລະ ປອດໄພຕະຫຼອດໄລຍະການເປີດສົກຮຽນໃໝ່.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ