Skip to main content

ເມືອງອາດສະພອນ ສຳເລັດການສ້າງຂີດຄວາມສາມາດ ໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 7

01/09/2026
ໃນວັນທີ 28 ສິງຫາ 2026, ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ອາດສະພອນ, ແຂວງສະຫວັນນະເຂດ ໄດ້ຈັດພິທີປິດກອງປະຊຸມ “ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 7 (IPS 7)” ຢ່າງເປັນທາງການ ທີ່ສະໂມສອນ ຫ້ອງການ ສກມ ອາດສະພອນ ພາຍຫຼັງທີ່ໄດ້ດຳເນີນການຝຶກອົບຮົມມາແຕ່ວັນທີ 24 ສິງຫາ 2026 ເປັນຕົ້ນມາ ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ ທ່ານ ຖາວອນ ໄຊຍະເຄື່ອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ, ມີທ່ານ ຄຳປະສົງ ຄູນມີໄຊ ຫົວໜ້າພາກວິຊາພາສາລາວ ວິທະຍາໄລຄູ ສະຫວັນນະເຂດ ທັງເປັນຫົວໜ້າທີມຄູຝຶກ ແລະ ທ່ານ ສຸວັນທອນ ຈັນທະວົງ ຮອງຫົວໜ້າຫ້ອງການ ສກມ ເມືອງ ພ້ອມດ້ວຍຄະນະຄູຝຶກ ແລະ ສຳມະນາກອນ ເຂົ້າຮ່ວມທັງໝົດ 70 ທ່ານ (ຍິງ 31 ທ່ານ).
ກອງປະຊຸມຝຶກອົບຮົມ IPS 7 ຄັ້ງນີ້ ມີຈຸດປະສົງສຳຄັນ ເພື່ອສ້າງ ແລະ ຍົກສູງຂີດຄວາມສາມາດ ໃຫ້ແກ່ບຸກຄະລາກອນຜູ້ເຮັດວຽກສຶກສານິເທດພາຍໃນ ໃຫ້ມີຄວາມຮູ້, ທັກສະ ແລະ ວິທີການທີ່ຈຳເປັນ ໃນການຊີ້ນຳ, ຕິດຕາມ, ຊ່ວຍເຫຼືອ ແລະ ໃຫ້ຄຳປຶກສາແກ່ຄູ-ອາຈານ ລວມທັງສະຖານສຶກສາ ເພື່ອມຸ່ງໃສ່ປັບປຸງຄຸນນະພາບການຮຽນ-ການສອນ ໃຫ້ມີປະສິດທິພາບສູງຂຶ້ນ ເຊິ່ງຕະຫຼອດໄລຍະ 5 ວັນ ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນຮຽນຮູ້, ແລກປ່ຽນບົດຮຽນ, ປະສົບການ ແລະ ສົນທະນາຫາລືໃນຫຼາຍປະເດັນທີ່ກ່ຽວຂ້ອງກັບວຽກງານສຶກສານິເທດພາຍໃນ. ພ້ອມດຽວກັນນັ້ນ, ກໍໄດ້ຝຶກຝົນທັກສະການນຳໃຊ້ວິທີການ ແລະ ເຄື່ອງມືຕ່າງໆ ເພື່ອສາມາດນຳໄປປະຍຸກໃຊ້ເຂົ້າໃນວຽກງານຕົວຈິງຢ່າງມີຜົນສຳເລັດ.
ໂອກາດດັ່ງກ່າວ, ທ່ານ ຖາວອນ ໄຊຍະເຄື່ອງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ສຳມະນາກອນ ໂດຍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ນຳເອົາຄວາມຮູ້, ບົດຮຽນ ແລະ ທັກສະ ທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ ແລະ ປະຍຸກໃຊ້ໃນວຽກງານຕົວຈິງຢູ່ສະຖານສຶກສາຂອງຕົນ ເພື່ອໃຫ້ເກີດປະສິດທິຜົນສູງສຸດ.
ພາບ-ຂ່າວ: ວອນມາ ໄຊຍະວົງສາ (ນັກຂ່າວ ສກມ ເມືອງອາດສະພອນ)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ