Skip to main content

ສະຫວັນນະເຂດ ມີຄວາມພ້ອມຮອບດ້ານ ໄຂສົກຮຽນໃໝ່ 2026-2027 ພ້ອມວາງ 4 ມາດຕະການແກ້ໄຂບັນຫາຂາດແຄນຄູ

01/09/2026
ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການໄຂສົກຮຽນໃໝ່ 2026-2027 ໂດຍປະຕິບັດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາປະຈຳປີທົ່ວປະເທດ ແລະ ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 5350/ສສກ, ລົງວັນທີ 18 ສິງຫາ 2026.
ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດເອົາວັນທີ 1 ກັນຍາ 2026 ເປັນມື້ໄຂສົກຮຽນໃໝ່ຢ່າງເປັນທາງການໃນທົ່ວປະເທດ. ສຳລັບ ແຂວງສະຫວັນນະເຂດ ຈະໄດ້ຈັດພິທີໄຂສົກຮຽນໃໝ່ຂັ້ນແຂວງຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 2 ກັນຍາ 2026 ທີ່ ໂຮງຮຽນ ມັດທະຍົມສົມບູນ (ມສ) ໂພນສະຫວັນ, ພ້ອມທັງຈະມີການຖ່າຍທອດສົດພິທີດັ່ງກ່າວ ໄປຍັງຫ້ອງການສຶກສາທິການ ແລະ ກິລາ ທັງ 14 ເມືອງ ແລະ 1 ນະຄອນ ໃນເວລາຄຽງຄູ່ກັນ.
ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມອບໝາຍໃຫ້ທຸກໂຮງຮຽນໃນທົ່ວແຂວງ ເລັ່ງກວດກາອາຄານຮຽນ, ໂຕະ, ຕັ່ງ ແລະ ກໍານົດເອົາອາທິດທີ 4 ຂອງເດືອນສິງຫາ ເປັນໄລຍະການອະນາໄມປັບປຸງທັດສະນີຍະພາບ ເພື່ອສ້າງສະພາບແວດລ້ອມທີ່ດີດຶງດູດນັກຮຽນ. ສະເພາະໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແມ່ນໃຫ້ເລັ່ງສ້ອມແປງໃຫ້ທັນນຳໃຊ້. ດ້ານວິຊາການ ແມ່ນໃຫ້ປະຕິບັດຫຼັກສູດ 100% ຕາມມາດຕະຖານດັ້ງເດີມ ແລະ ຊຸກຍູ້ໃຫ້ມີການແຕ່ງບົດສອນຮ່ວມກັນ.
ໃນສົກຮຽນ 2026-2027 ນີ້, ຄາດວ່າຈຳນວນນັກຮຽນໃນທົ່ວແຂວງຈະມີຕົວເລກເພີ່ມຂຶ້ນໃນທຸກຊັ້ນຮຽນ ດັ່ງນີ້: ຊັ້ນກ່ອນໄວຮຽນ ຄາດວ່ານັກຮຽນຈະເພີ່ມຂຶ້ນຈາກ 25,394 ຄົນ ມາເປັນ 28,000 ຄົນ (ເພີ່ມຂຶ້ນ 9.41%); ຊັ້ນປະຖົມສຶກສາ ຄາດວ່ານັກຮຽນຈະເພີ່ມຂຶ້ນຈາກ 99,788 ຄົນ ມາເປັນ 102,000 ຄົນ (ເພີ່ມຂຶ້ນ 2.16%); ຊັ້ນມັດທະຍົມສຶກສາ ຄາດວ່ານັກຮຽນຈະເພີ່ມຂຶ້ນຈາກ 61,826 ຄົນ ມາເປັນ 65,100 ຄົນ (ເພີ່ມຂຶ້ນ 5%).
ປັດຈຸບັນ, ແຂວງສະຫວັນນະເຂດ ມີຄູລ້ຽງເດັກ-ອະນຸບານ 668 ທ່ານ, ຄູປະຖົມ 3,297 ທ່ານ, ຄູມັດທະຍົມຕອນຕົ້ນ 1,146 ທ່ານ, ຄູມັດທະຍົມຕອນປາຍ 252 ທ່ານ ແລະ ຄູມັດທະຍົມສົມບູນ 1,370 ທ່ານ. ໃນປີ 2026 ນີ້, ແຂວງໄດ້ຮັບໂຄຕ້າລັດຖະກອນຄູໃໝ່ 255 ທ່ານ (ຍິງ 189 ທ່ານ) ແລະ ມີຄູອັດຕາຈ້າງຂອງແຂວງ 219 ທ່ານ. ເຖິງຢ່າງໃດກໍຕາມ, ແຂວງຍັງປະເຊີນກັບບັນຫາຂາດແຄນຄູເຖິງ 665 ຄົນ, ໂດຍສະເພາະຊັ້ນປະຖົມທີ່ມີການສອນຫ້ອງຄວບ ເຊິ່ງກວມເອົາ 39.58%. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ວາງ 4 ມາດຕະການຕົ້ນຕໍ ຄື: ຍົກຍ້າຍຄູສອນຈາກໂຮງຮຽນທີ່ມີຊົ່ວໂມງສອນໜ້ອຍ ໄປຊ່ວຍໂຮງຮຽນທີ່ຂາດແຄນຄູ; ສົມທົບກັບກອງບັນຊາການທະຫານແຂວງ ນຳເອົາພະນັກງານທະຫານທີ່ຜ່ານການຝຶກອົບຮົມວິຊາຄູຊັ້ນປະຖົມ ຈຳນວນ 45 ສະຫາຍ ໄປຊ່ວຍສອນຢູ່ໂຮງຮຽນເຂດຊາຍແດນ (ເມືອງເຊໂປນ, ນອງ, ທ່າປາງທອງ, ຊົນນະບູລີ ແລະ ວິລະບູລີ); ຊຸກຍູ້ໃຫ້ຄູທີ່ຮອດກະສຽນບຳນານ ແຕ່ຍັງມີສຸຂະພາບແຂງແຮງ ສືບຕໍ່ສອນ ໂດຍຈະໄດ້ຮັບເງິນອຸດໜູນເພີ່ມ 70% ຂອງເງິນເດືອນພື້ນຖານ; ສະເໜີອຳນາດການປົກຄອງແຂວງ ພິຈາລະນາຮັບເອົາຄູອັດຕາຈ້າງເພີ່ມເຕີມ.
ເຖິງວ່າການສະໜອງອຸປະກອນ ແລະ ປຶ້ມແບບຮຽນຈະສາມາດຕອບສະໜອງໄດ້ປະມານ 65% ຂອງຄວາມຕ້ອງການທັງໝົດ, ແຕ່ທາງພະແນກໄດ້ຊີ້ນຳໃຫ້ທຸກໂຮງຮຽນນຳໃຊ້ປຶ້ມແບບຮຽນເກົ່າໃຫ້ເກີດປະໂຫຍດສູງສຸດ. ພ້ອມດຽວກັນນີ້, ກໍໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ສັງຄົມ ຊ່ວຍກັນປະກອບສ່ວນ, ລວມທັງການສະໜັບສະໜູນຈາກໂຄງການຄູ່ຮ່ວມພັດທະນາ ເຊັ່ນ: ອົງການຊ່ວຍເຫຼືອກາໂຕລິກ (CRS), ອົງການສຸພານິມິດ (World Vision) ແລະ ແຜນງານບີຄວາ (BEQUAL) ເພື່ອຊ່ວຍເຫຼືອເດັກນ້ອຍໃນເຂດຫ່າງໄກສອກຫຼີກ.
ເພື່ອໃຫ້ການເປີດສົກຮຽນໃໝ່ 2026-2027 ປະສົບຜົນສຳເລັດຕາມຄາດໝາຍ, ທ່ານ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຝາກຂໍ້ຮຽກຮ້ອງເຖິງທຸກພາກສ່ວນ ດັ່ງນີ້: ນັກຮຽນ ໃຫ້ຕັ້ງໃຈສຶກສາຮ່ຳຮຽນ ເອົາໃຈໃສ່ 5 ຫຼັກມູນການສຶກສາ, ເຄົາລົບນັບຖືພໍ່ແມ່-ຄູອາຈານ ແລະ ຢູ່ຫ່າງໄກຈາກຢາເສບຕິດ; ຜູ້ປົກຄອງ ເອົາໃຈໃສ່ສົ່ງເສີມ, ໃຫ້ກຳລັງໃຈ ແລະ ສົ່ງລູກຫຼານໄປໂຮງຮຽນຢ່າງເປັນປະຈຳ ພ້ອມທັງປະສານງານຕິດຕາມພຶດຕິກຳຂອງລູກຫຼານກັບຄູປະຈຳຫ້ອງ; ໂຮງຮຽນ ແລະ ຄູ-ອາຈານ ເອົາໃຈໃສ່ສຶກສາອົບຮົມແນວຄິດ, ນຳພານັກຮຽນຄົ້ນຄວ້າ, ສ້າງຂະບວນການແຂ່ງຂັນ “ສອນດີ-ຮຽນເກັ່ງ” ແລະ ປະເມີນຄວາມຮູ້ນັກຮຽນຢ່າງຕໍ່ເນື່ອງ; ພາກສ່ວນສັງຄົມ ຮ່ວມມືກັນປົກປັກຮັກສາ, ກໍ່ສ້າງພື້ນຖານໂຄງລ່າງໂຮງຮຽນ ແລະ ສະກັດກັ້ນປາກົດການຫຍໍ້ທໍ້, ຢາເສບຕິດ ແລະ ສິ່ງມຶນເມົາ ບໍ່ໃຫ້ມີຜົນກະທົບຕໍ່ລູກຫຼານ.
ໃນຕອນທ້າຍ, ທ່ານ ອະນຸສອນ ສຸດທິວົງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງເລິກເຊິ່ງມາຍັງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ວຽກງານການສຶກສາຕະຫຼອດມາ, ໂດຍສະເພາະການມອບທຶນການສຶກສາຮຽນຄູ ເຊິ່ງໃນສົກຮຽນນີ້ມີນັກຮຽນໄດ້ຮັບທຶນເຖິງ 482 ນ້ອງ, ລວມທັງທຶນສາຍວິຊາຊີບອື່ນໆ ແລະ ການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກະກຽມໄຂສົກຮຽນໃໝ່ຄັ້ງນີ້.
ພາບ-ຂ່າວ: ສກຂ ສະຫວັນນະເຂດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ