Skip to main content
29/01/2024 | ສຶກສາ

ສລດ ຍົກລະດັບການປະກອບກິດຈະການໃຫ້ນັກສຶກສາປີ 2 ວລ ເຕັກນິກວິຊາຊີບ 5 ແຫ່ງໃນ ນວ

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ຈັດກອງປະຊຸມຝຶກ​ອົບຮົມ​ “ການປະກອບກິດຈະການ” ​ໃຫ້ແກ່ນັກສຶກສາ ປີທີ 2 ຂອງວິທະຍາໄລເຕັກນິກວິຊາຊີບ 5 ແຫ່ງ ພາຍໃນນະຄອນຫຼວງວຽງຈັນ ໃນວັນທີ 22 ມັງກອນ 2024 ທີ່ສູນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຮອງຜູ້ອຳນວຍການສູນ, ພະນັກງານ, ແຂກທີ່ຖືກເຊີນ ຕະຫຼອດຮອດນ້ອງນັກຮຽນທີ່ເຂົ້າຮ່ວມຝຶກອົບຮົມ. ການຈັດຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອເປັນການສົ່ງເສີມແນວຄວາມຄິດກ່ຽວກັບການປະກອບກິດຈະການ ໃຫ້ແກ່ນັກຮຽນນັກສຶກສາຜູ້ທີ່ສົນໃຈຢາກຮຽນຮູ້ກ່ຽວກັບການປະກອບກິດຈະການ ຫຼື ຢາກເປັນເຈົ້າຂອງທຸລະກິດ/ເປັນນາຍຕົນເອງ; ປູກຈິດສຳນຶກກ່ຽວກັບການເປັນຜູ້ປະກອບກິດຈະການໃຫ້ແກ່ນັກຮຽນນັກສຶກສາ ໃນການເລືອກປະກອບອາຊີບພາຍຫຼັງທີ່ຮຽນຈົບຈາກສະຖານການສຶກສາ ແລະ ເພື່ອປະຕິບັດຕາມທິດທາງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສຳລັບເນື້ອໃນເນື້ອ​ໃນຂອງຫຼັກສູດໃນການຝຶກອົບຮົມ ແມ່ນໄດ້ພັດທະນາ​ມາ​ຈາກ​ຫຼາຍວິຊາ​ທີ່ກ່ຽວຂ້ອງກັບການເຮັດ​ທຸລະ​ກິດ ​ໂດຍ​ມີຈຸດປະສົງ​ໃຫ້ຜູ້ຮຽນ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ຕົນ​ເອງ ດ້ວຍ​ການ​ນຳ​ແນວ​ຄວາມ​ຄິດ​ທາງທຸລະ​ກິດມາ​ໃຊ້​ຮ່ວມ​ກັບທັກສະເພາະດ້ານ ຫຼື ​ວິຊາ​ສະ​ເພາະທີ່​ແຕ່ລະຄົນໄດ້​ຮຽນມາ ເພື່ອສ້າງເປັນທຸລະ​ກິດຂອງຕົນເອງ ແລະ ສາມາດ​ສ້າງ​ເປັນແຜນ​ດຳ​ເນີນ​ງານ​ຂອງ​ທຸລະ​ກິດ​ໄດ້​ ໂດຍຜູ້ຮຽນໄດ້ຮຽນຮູ້ພື້ນຖານການ​ປະກອບ​ກິດຈະການ,​ ລັກສະນະ ແລະ ບົດບາດຂອງຜູ້ປະກອບກິດຈະການ ແລະ ຂັ້ນຕອນໃນການເລີ່ມຕົ້ນເຮັດທຸລະກິດ ເຊັ່ນ: ຮຽນຮູ້ກ່ຽວກັບບັນຫາຕ່າງໆໃນການສ້າງທຸລະກິດໃໝ່, ຜົນປະໂຫຍດຂອງການເຮັດທຸລະກິດ, […]
29/01/2024 | ສຶກສາ

ສສກ-ອົດສະຕຣາລີ ລະດົມຄວາມຄິດຜະລິດວິດີໂອສໍາລັບຄູ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໃນຫ້ອງຮຽນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດສໍາລັບການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ລະດົມຄວາມຄິດຜະລິດວິດີໂອສໍາລັບຄູ ໃນຫົວຂໍ້ “ການຜະລິດວິດີໂອກ່ຽວກັບບົດບາດ ລະຫວ່າງ ຍິງ-ຊາຍ ໃນຫ້ອງຮຽນ” ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ນາງ ເລເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ແລະ ທ່ານ ອຸດົມ ສິງດາລາ ຮອງອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ມີຜູ້ຕາງໜ້າຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ), ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ (E-Learning), ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ […]
29/01/2024 | ສຶກສາ

ວລ ວຽງຈັນ-ຮ່າໂນ້ຍ ຮ່ວມມືກັບ ໂກໂບ ແມນພາວເວີ ເຊີວິດ ສ້າງວິຊາຊີບໃຫ້ນັກສຶກສາລາວ

ວິທະຍາໄລ (ວລ) ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ຮ່ວມມືກັບ ບໍລິສັດ ໂກໂບ ແມນພາວເວີ ເຊີວິດ ຈໍາກັດ  (Global Manpower Services Sole CO.LTD) ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີສີມື, ມີປະສິດທິພາບຮັບໃຊ້ສັງຄົມ. ພິທີເຊັນສັນຍາການຮ່ວມມືສ້າງຄວາມເຂັ້ມແຂງທາງດ້ານວິຊາຊີບໃຫ້ນັກສຶກສາລະຫວ່າງ ທ່ານ ແສງອາລຸນ ວົງພູທອນ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ແລະ ທ່ານ ນາງ ພຸດຖາວອນ ໄຊຍະເສນ ຫົວໜ້າບໍລິສັດ ໂກໂບ ແມນພາວເວີ ເຊີວິດ ຈໍາກັດ ຝ່າຍລາວ ໄດ້ມີຂຶ້ນໃນວັນທີ 16 ມັງກອນ 2024 ທີ່ວິທະຍາໄລດັ່ງກ່າວ, ມີຜູ້ຕາງໜ້າບໍລິສັດ ໂກໂບ ແມນພາວເວີ ເຊີວິດ ຈໍາກັດ ຝ່າຍໄທ ຕະຫຼອດຮອດພະນັກງານ, ຄູອາຈານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ. ການຮ່ວມມືກັນຂອງສອງຝ່າຍໃນຄັ້ງນີ້, ແມ່ນສອດຄ່ອງກັບແຜນຍຸດທະສາດການພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບຂອງກົມອາຊີວະສຶກສາ […]
29/01/2024 | ສຶກສາ

ຄູ-ນັກສຶກສາ ວຕລຢ ເກືອບ 500 ຄົນ ຮຽນຮູ້ວິທີປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ

ບັນດາພະນັກງານ, ຄູອາຈານ ແລະ ນັກຮຽນ-ນັກສຶກສາຂອງວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ໄດ້ຮຽນຮູ້ວິທີການສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ ກໍຄື ນະຄອນຫຼວງວຽງຈັນ ໃນປັດຈຸບັນ ເປັນຕົ້ນແມ່ນ ການປຸ້ນຈີ້, ຊີງຊັບ, ລັກຊັບ ແລະ ຄາດຕະກຳ ເພື່ອໃຫ້ມີສະຕິລະວັງຕົວ ແລະ ມີຄວາມຮູ້-ບົດຮຽນໃນການປ້ອງກັນ, ຕ້ານ ແລະ ວິທີການຮັບມືກັບປະກົດການຫຍໍ້ຕ່າງໆທີ່ເກີດຂຶ້ນ. ໃນວັນທີ 19 ມັງກອນ 2024, ພະແນກສະກັດກັ້ນອາຍະກຳ ແລະ ຕ້ານການກໍ່ການຮ້າຍ ກົມຕຳຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ໄດ້ລົງເຜີຍແຜ່ໂຄສະນາການສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ ກໍຄື ນະຄອນຫຼວງວຽງຈັນ ທີ່ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ ພັນໂທ ໄພວັນ ໄຊປະເສີດ ຫົວໜ້າພະແນກສະກັດກັ້ນອາຍະກຳ ແລະ ຕ້ານການກໍ່ການຮ້າຍ ກົມຕຳຫຼວດ ສືບສວນ-ສອບສວນ, ມີທ່ານ ຄຳສະໄຫວ ຍອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ທ່ານ ສຸລິຍາ ປ່າໄຊ […]
24/01/2024 | ສຶກສາ

ຊາວໜຸ່ມ ສລດ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ ພ້ອມເລືອກຄະນະບໍລິຫານງານຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອເປັນການສະຫຼຸບ ແລະ ຕີລາຄາວຽກງານຜ່ານມາ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ແລະ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ. ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 19 ມັງກອນ 2024 ທີ່ຫ້ອງປະຊຸມສູນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ, ເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ສສກ, ມີສະຫາຍ ນາງ ທຸມມະລີ ບຸນຈະເລີນ ຫົວໜ້າຈຸພັກຮາກຖານ ສລດ, ຮອງຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແລະ ສະຫາຍ ນາງ ບຸນມາລີ ຈັນບຸນມີ ເລຂາ ຄຊປປລ ຮາກຖານ […]
22/01/2024 | ສຶກສາ

ແມ່ຍິງ ສຄຂ ຕີລາຄາຄືນວຽກງານ 5 ປີ ພ້ອມເລືອກໄດ້ຄະນະຊຸດໃໝ່

ສະຫະພັນແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອເປັນການສະຫຼຸບ ຕີລາຄາວຽກງານ 5 ປີຜ່ານມາ (2019-2023) ແລະ ວາງແຜນວຽກງານໃນ 5 ຕໍ່ໜ້າ (2024-2028) ພ້ອມທັງຄັດເລືອກໄດ້ຄະນະບໍລິຫານງານຊຸດໃໝ່ ເພື່ອສືບຕໍ່ຊີ້ນໍານຳພາວຽກງານໃຫ້ດີຂຶ້ນ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 16 ມັງກອນ 2023 ທີ່ຫ້ອງປະຊຸມ ສວສ ໂດຍການເປັນປະທານຂອງສະຫາຍ ນາງ ລັດດາວັນ ຈິດຕະວົງ ປະທານສະຫະພັນແມ່ຍິງຮາກຖານ ສວສ, ມີສະຫາຍ ສຸກສາຄອນ ສີປະເສີດ ເລຂາໜ່ວຍພັກ, ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ພ້ອມດ້ວຍປະທານໜ່ວຍກຳມະບານ, ຊາວໜຸ່ມ ແລະ ແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຕະຫຼອດຮອດໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ແລະ ສະມາຊິກແມ່ຍິງພາຍໃນໝ່ວຍເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ດາວລຸນນີ ວົງວິໄລ ປະທານໜ່ວຍສະຫະພັນແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ […]
22/01/2024 | ສຶກສາ

ລັດຖະມົນຕີ ສສກ ຊຸກຍູ້ວຽກງານທີ່ແຂວງຫຼວງນໍ້າທາ

ທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໃນວັນທີ 18 ມັງກອນ 2024 ທີ່ສະໂມສອນ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ໂດຍຕາງໜ້າໃນການຕ້ອນຮັບຂອງທ່ານ ບຸນໂຮມ ຈິດດາລາ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 5 ເມືອງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ ແລະ ພະນັກງານຄູອາຈານເຂົ້າຮ່ວມ. ໃນໂອກາດຕ້ອນຮັບລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄັ້ງນີ້,  ທ່ານ ບຸນໂຮມ ຈິດດາລາ ໄດ້ລາຍງານສະພາບການພັດທະນາການສຶກສາ ແລະ ກິລາຂອງແຂວງຫຼວງນໍ້າທາໂດຍຫຍໍ້ ຊຶ່ງການສຶກສາໃນແຂວງຫຼວງນໍ້າທາ ແມ່ນໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຄູອາຈານ ສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງໜັກແໜ້ນ ມີຄວາມອຸ່ນອຽນທຸ່ນທ່ຽງ ເຮັດໃຫ້ສະພາບພາຍໃນຂະແໜງການສຶກສາມີຄວາມສະຫງົບໂດຍພື້ນຖານ; ໃນທົ່ວແຂວງມີລັດຖະກອນສຶກສາ 2.967 ຄົນ, ຍິງ […]