Skip to main content

ເປີດນຳໃຊ້ຫ້ອງຄອມພິວເຕີ ຫ້ອງທີ 2 ເພື່ອອຳນວຍຄວາມສະດວກໃຫ້ແກ່ສູນຝຶກອົບຮົມພາສາຫວຽດນາມ

31/08/2026
ພິທີເປີດນໍາໃຊ້ຫ້ອງຄອມພິວເຕີ ຫ້ອງທີ 2 ສູນຝຶກອົບຮົມພາສາຫວຽດນາມ ໄດ້ມີຂຶ້ນໃນວັນທີ 25 ສິງຫາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍໃຫ້ກຽດເຂົ້າຮ່ວມຝ່າຍລາວ ມີທ່ານ ປອ ນາງ ສີສຸກ ວົງວິຈິດ, ທ່ານ ປອ ສຳລານ ພັນຄະວົງ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ຝ່າຍຫວຽດນາມ ມີທ່ານ ຮສ.ປອ ເລືອງມິງກື ຜູ້ອຳນວຍການ ມະຫາວິທະຍາໄລ ກິວລອງ, ທ່ານ ກີມ ຣຶງ ຮອງປະທານສະພາປະຊາຊົນແຂວງວິງລອງ, ທ່ານ ຫວຽນ ແທັງ ຕ້ວນ ຮອງຫົວໜ້າພະແນກສຶກສາ ແລະ ກໍ່ສ້າງແຂວງວິງລອງ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການກະຊວງ, ກົມທີ່ກ່ຽວຂ້ອງ,ສະຖາບັນ, ພະນັກງານ ອາຈານ, ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຮສ.ປອ ເລືອງມິງກື ໄດ້ກ່າວວ່າ: ການເປີດຫ້ອງຄອມພິວເຕີໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍເປັນ ເພື່ອເປັນການຮ່ວມມືກັນກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ລະຫວ່າງສອງຝ່າຍ ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ, ມະຫາວິທະຍາໄລກິວລອງ ຍິນດີໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ເຊິ່ງປັດຈຸບັນ ມະຫາວິທະຍາໄລກິວລອງ ໄດ້ມີຫຼາກຫຼາຍຫຼັກສູດໃຫ້ເລືອກຮຽນ ມີອາຈານຜູ້ມີຄວາມຮູ້ຄວາມສາມາດ ແລະ ຫ້ອງຮຽນທີ່ທັນສະໄໝ ສະນັ້ນ ໃນການເປີດຫ້ອງຄອມດພິວເຕີເພີ່ມອີກເປັນຫ້ອງທີ່ສອງໃຫ້ແກ່ສູນຝຶກອົບຮົມພາສາຫວຽດນາມ ທີ່ສະຖາບັນຄົ້ນຄວ້າວິທະຍາສາດແຫ່ງນີ້ ຈະເປັນອີກສະຖານການສຶກສາໜຶ່ງ ທີ່ສ້າງເງືຶ່ອນໄຂ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກຮຽນ, ນັກສຶກສາ ແລະ ພະນັກງານລາວ ໃນການຮຽນຮູ້ພາສາຫວຽດນາມ ກ່ອນຈະໄປສຶກສາຄົ້ນຄວ້າຕໍ່ຢູ່ ສສ ຫວຽດນາມ ແລະ ທັງເປັນການຮຽນຮູ້ເພື່ອການສື່ສານ ຕື່ມອີກ ແລະ ຫວັງວ່າ ມະຫາວິທະຍາໄລກິວລອງ ຈະເປັນອີກທາງເລືອກໜຶ່ງ ໃນການໄປສຶກສາຕໍ່ທີ່ປະເທດຫວຽດນາມ ແລະ ຫວັງວ່າລູກຫຼານນັກຮຽນທີ່ກຽມພາສາຫວຽດຢູ່ແຫ່ງນີ້ ຈະເລືອກຮຽນທີ່ມະຫາວິທະຍາໄລກິວລອງ ໃນການສຶກສາຕໍ່ທີ່ປະເທດຫວຽດນາມ.
ສໍາລັບຫ້ອງຄອມພິວເຕີດັ່ງກ່າວ, ແມ່ນຕັ້ງຢູ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ຂຶ້ນກັບສູນຝຶກອົບຮົມພາສາຫວຽດນາມ, ຫ້ອງຄອມພິວເຕີໄດ້ຕິດຕັ້ງອຸປະກອນຢ່າງຄົບຊຸດ ປະກອບມີ: ຄອມພິວເຕີ 21 ເຄື່ອງ, ເຄື່ອງສາຍ Projector, ເຄື່ອງພິມ, ລະບົບເຄືອຂ່າຍອິນເຕີເນັດ, ໂຕະ, ຕັ່ງ ລວມມູນຄ່າປະມານ 558 ລ້ານກວ່າກີບ (642 ລ້ານດົ່ງ). ການເປີດ ແລະ ນຳໃຊ້ຫ້ອງຄອມພິວເຕີນີ້ ໄດ້ປັບປຸງ ແລະ ຍົກຮູບແບບຄຸນນະພາບການຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ພະນັກງານ ແລະ ຊ່ຽວຊານ ຂອງກະຊວງສຶກສາທິການ ແລະ ກິລາ ລາວ, ບັນດາກະຊວງ, ຂະແໜງການອ້ອມຂ້າງ ແລະ ນັກຮຽນ-ນັກສຶກສາລາວ ທີ່ມີຄວາມຕ້ອງການຮຽນພາສາຫວຽດນາມ.
ປັດຈຸບັນ ມະຫາວິທະຍາໄລ ກິວລອງ ມີສູນຝຶກອົບຮົມພາສາຫວຽດນາມ ຢູ່ ສປປ ລາວ 2 ແຫ່ງ ຄື: ສູນຝຶກອົບຮົມພາສາຫວຽດນາມ ມິດຕະພາບ UCL-IICT ໂດຍມະຫາວິທະຍາໄລ ກິວລອງ ຮ່ວມກັບ ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ສູນແຫ່ງທີສອງ ຕັ້ງຢູ່ສະຖາບັນວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ.
ຈາກນັ້ນ, ຄະນະນໍາທີ່ເຂົ້າຮ່ວມພິທີທັງສອງຝ່າຍ ໄດ້ໃຫ້ກຽດກຕັດແຖບຜ້າເພື່ອເປີດນໍາໃຊ້ຫ້ອງຫ້ອງຄອມພິວເຕີດັ່ງກ່າວ ແລະ ຢ້ຽມຊົມຫ້ອງຄອມພິວເຕີ ອີກດ້ວຍ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ