Skip to main content

ເປີດກວ້າງການຮ່ວມມືດ້ານການສຶກສາຊັ້ນສູງ ລາວ-ຫວຽດນາມ ສົ່ງເສີມໂຄງການສ້າງຕັ້ງມະຫາວິທະຍາໄລມິດຕະພາບ ໃຫ້ປະກົດຜົນເປັນຮູບປະທຳ

31/08/2026
ກອງປະຊຸມປຶກສາຫາລືການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ການເປີດກວ້າງຫຼັກສູດການຮຽນແບບເຊື່ອມຕໍ່ ເພື່ອນຳໃຊ້ເຂົ້າໃນໂຄງການ “ສ້າງຕັ້ງມະຫາວິທະຍາໄລ ມິດຕະພາບ ລາວ-ຫວຽດນາມ” ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2026 ທີ່ສະຖານທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຮ່ວມໃນກອງປະຊຸມໂດຍ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ສສກ, ທ່ານ ຫງວຽນ ຫາຍ ແທັງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ ພ້ອມດ້ວຍບັນດາຜູ້ອຳນວຍການ, ຮອງອຳນວຍການ, ຄະນະນຳ ແລະ ຜູ້ແທນຈາກສະຖາບັນການສຶກສາ ແລະ ມະຫາວິທະຍາໄລຕ່າງໆ ທັງຝ່າຍລາວ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ແສງສະເດັນ ບຸນລາວົງ ໄດ້ເນັ້ນໜັກວ່າ ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແມ່ນເສົາຄ້ຳທີ່ສຳຄັນຍິ່ງໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຈຸດປະສົງເພື່ອຜັນຂະຫຍາຍເນື້ອໃນຂໍ້ຕົກລົງ ແລະ ທິດທາງຍຸດທະສາດຂອງສອງລັດຖະບານ ລາວ-ຫວຽດນາມ ໃຫ້ປະກົດຜົນເປັນຮູບປະທຳ ໂດຍສະເພາະແມ່ນໂຄງການ “ສ້າງຕັ້ງມະຫາວິທະຍາໄລ ມິດຕະພາບ ລາວ-ຫວຽດນາມ” ເຊິ່ງເປັນສັນຍາລັກອັນພົ້ນເດັ່ນແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືແບບຮຸ້ນສ່ວນຍຸດທະສາດລະຫວ່າງສອງຊາດ.
ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກ່າວອີກວ່າ: ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ສອດຄ່ອງຕາມທິດຊີ້ນຳຂອງຂັ້ນເທິງ ແລະ ຕອບສະໜອງຄວາມຕ້ອງການດ້ານຊັບພະຍາກອນມະນຸດໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຍຸກປັດຈຸບັນ, ຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ແລກປ່ຽນ 4 ປະເດັນເນື້ອໃນຕົ້ນຕໍຄື: ການເອກະພາບດ້ານວິຊາການ ສືບຕໍ່ປຶກສາຫາລືກ່ຽວກັບຫຼັກສູດການຮຽນ-ການສອນ, ການກຳນົດແຜນການກໍ່ສ້າງບຸກຄະລາກອນໃນໄລຍະເລີ່ມຕົ້ນ, ນະໂຍບາຍທຶນການສຶກສາເພື່ອດຶງດູດນັກຮຽນ-ນັກສຶກສາ ຕະຫຼອດຈົນຄວາມຮັບຜິດຊອບຂອງສອງຝ່າຍ; ການເປີດກວ້າງຫຼັກສູດແບບເຊື່ອມຕໍ່ ສະເໜີໃຫ້ພາກສ່ວນວິຊາການຮ່ວມກັນກຳນົດຫຼັກສູດບູລິມະສິດ, ການຮັບຮອງວຸດທິການສຶກສາຮ່ວມກັນ ແລະ ສ້າງເງື່ອນໄຂໃຫ້ນັກສຶກສາສາມາດເຂົ້າເຖິງການຮຽນຮູ້ ແລະ ຜົນງານວິທະຍາສາດລະດັບສາກົນ; ການພັດທະນາຫຼັກສູດຕົ້ນແບບ ປັບປຸງ ແລະ ສ້າງຫຼັກສູດຮ່ວມກັນ ລະຫວ່າງ ມະຫາວິທະຍາໄລສອງຝ່າຍ ເພື່ອໃຫ້ມີຄວາມໂດດເດັ່ນ, ມີລັກສະນະສະເພາະ ແລະ ເໝາະສົມກັບການພັດທະນາຂອງ ສປປ ລາວ; ການສ້າງກົນໄກປະສານງານທີ່ຍືນຍົງ ສ້າງເຄືອຂ່າຍການພົວພັນລະຫວ່າງມະຫາວິທະຍາໄລ ແລະ ຂະແໜງການກ່ຽວຂ້ອງ ໃຫ້ມີຄວາມແໜ້ນແຟ້ນ, ວ່ອງໄວ, ມີປະສິດທິພາບ ພ້ອມທັງມີລະບົບຕິດຕາມປະເມີນຜົນຢ່າງຕໍ່ເນື່ອງ.
ທ່ານ ແສງສະເດັນ ບຸນລາວົງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ແລະ ຄວາມຮູ້ອັນໜັກແໜ້ນຂອງຜູ້ແທນທຸກທ່ານ ຈະເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສາມາດກຳນົດແຜນດຳເນີນງານທີ່ຊັດເຈນ ເພື່ອນຳພາໂຄງການສ້າງຕັ້ງມະຫາວິທະຍາໄລ ມິດຕະພາບ ລາວ-ຫວຽດນາມ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ສອງລັດຖະບານມອບໝາຍໃຫ້.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ