Skip to main content
30/11/2023 | ສຶກສາ

ສົກຮຽນ 2022-2023 ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ 357 ຄົນ

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ 1 ແລະ ລະດັບຕໍ່ເນື່ອງ ປະລິນຍາຕີ ລະບົບ 2 ປີ ຮຸ່ນທີ 3 ປະຈຳສົກຮຽນ 2022-2023 ໄດ້ທັງໝົດ 357 ຄົນ, ໃນນັ້ນ ປະລິນຍາຕີ ຮຸ່ນທີ 1 ມີ 266 ຄົນ, ຍິງ 162 ຄົນ ແລະ ຕໍ່ເນື່ອງ ປະລິນຍາຕີ 91 ຄົນ, ຍິງ 53 ຄົນ. ເມື່ອວັນທີ 29 ພະຈິກ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນການສອນ ປະຈຳສົກຮຽນ 2022-2023 ແລະ ມອບປະກາສະນິຍະບັດໃຫ້ແກ່ນັກສຶກສາທີ່ໄດ້ສຳເລັດການສຶກສາລະດັບປະລິນຍາຕີລະບົບ […]
29/11/2023 | ສຶກສາ

ສສກ ປະກາດພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຢ່າງເປັນທາງການ ໃນວັນທີ 28 ພະຈິກ 2023 ທີ່ຕຶກໄອຊີທີ ກະຊວງ ສສກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມສຶກສາ ແລະ ກິລາ, ລັດວິສາຫາກິດໂຮງພິມສຶກສາ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ສູນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຕະຫຼອດຮອດແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ. ໃນພິທີ, ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ຄື: ທ່ານ ນາງ […]
29/11/2023 | ສຶກສາ

ກົມສາມັນສຶກສາ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍ ປະຈຳໄຕມາດ 3 ປີ 2023

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍສາມັນສຶກສາ ປະຈຳໄຕມາດ 3 ຂອງປີ 2023 ແບບເຊິ່ງໜ້າ ແລະ ທາງໄກ ໃນວັນທີ 24 ພະຈິກ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຄໍາປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ, ທ່ານ ສຸກສັນ ແພງດີ ຕາງໜ້າຈາກອົງການຊ່ວຍເຫຼືອເດັກສາກົນ ຫຼື SCI ແລະ ທ່ານ ນາງ ທາກາໂຣ ຟູກາມິ ຕາງໜ້າຈາກອົງການອຸຍນິເຊັບ, ມີບັນດາຄູ່ຮ່ວມພັດທະນາ, ພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານ 3 ຂະແໜງການຍ່ອຍສາມັນສຶກສາ ໃນໄຕມາດທີ 3 ພ້ອມທັງວາງແຜນໄຕມາດທີ 4 ແລະ ແຜນປີ 2024 ຈາກພະແນກກວດກາ, ຕິດຕາມ […]
29/11/2023 | ສຶກສາ

ກົມຄຸ້ມຄອງວິທະຍາສາດ ຫາລືການເຂົ້າຮ່ວມເປັນພາຄີ ຂອງກົດການປະພຶດວ່າດ້ວຍການປ້ອງກັນຄວາມປອດໄພແຫຼ່ງກໍາເນີດລັງສີ

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລືການເຂົ້າຮ່ວມເປັນພາຄີ ຂອງກົດການປະພຶດວ່າດ້ວຍການປ້ອງກັນຄວາມປອດໄພຂອງແຫຼ່ງກໍາເນີດລັງສີ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ຕໍ່ກັບຫຼັກການ, ຜົນປະໂຫຍດ ແລະ ຄວາມສ່ຽງ ທີ່ອາດເກີດຂຶ້ນຈາກການນໍາໃຊ້ແຫຼ່ງກຳເນີດລັງສີ ແລະ ນິວເຄລຍ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 28 ພະຈິກ 2023 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຄະນະຜູ້ຊ່ຽວຊານ ຈາກອົງການພະລັງງານປະລໍາມະນຸສາກົນ (IAEA), ຜູ້ຕາງໜ້າຈາກກະຊວງອ້ອມຂ້າງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງເຊິ່ງໜ້າ ແລະ ອອນລາຍ. ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້, ເຂົ້າໃຈ ຕໍ່ກັບຫຼັກການ, ຜົນປະໂຫຍດ ແລະ ຄວາມສ່ຽງ ທີ່ອາດເກີດຂຶ້ນຈາກການນໍາໃຊ້ແຫຼ່ງກຳເນີດລັງສີ ແລະ ນິວເຄລຍ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ຕໍ່ກັບກົດການປະພຶດວ່າດ້ວຍ ການປ້ອງກັນຄວາມປອດໄພຈາກແຫຼ່ງກຳເນີດລັງສີ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ໄດ້ຮັບຮູ້ […]
28/11/2023 | ສຶກສາ

ມອບ-ຮັບ ເປັນທາງການ ໂຮງຮຽນ ມສ ນາຊາຍທອງ ທຶນຊ່ວຍເຫຼືອລ້າຈາກ ສປ ຈີນ

ພິທີມອບ-ຮັບ ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ (ມສ) ນາຊາຍທອງ ຊຶ່ງແມ່ນທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 22 ພະ​ຈິກ 2023 ທີ່ໂຮງຮຽນດັ່ງກ່າວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງນະ​ຄອນຫຼວງວຽງ​ຈັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຫວາງ ສ້າງ ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ສປ ​ຈີນ ປະ​ຈຳ ສປປ ລາວ, ພ້ອມດ້ວຍຮອງເຈົ້າ​ຄອງນະ​ຄອນຫຼວງວຽງ​ຈັນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນທັງສອງຝ່າຍ ລາວ-ຈີນ ແລະ ແຂກຖືກເຊີນຢ່າງຫຼວງຫຼາຍ. ໃນພິທີ, ທ່ານ ຈ້າວ ເວີນ​ຍູ ທີ່​ປຶກ​ສາ​ທູດ​ເສດ​ຖະ​ກິດ ແລະ ການ​ຄ້າ ​ສະ​ຖານ​ທູດ ສປ ​ຈີນ […]
28/11/2023 | ສຶກສາ

ມຊ ຫວນຄືນມູນເຊື້ອ 2 ວັນປະຫວັດສາດສຳຄັນຂອງຊາດ

ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນການທູດລາວ ຄົບຮອບ 78 ປີ (12 ຕຸລາ 1945-12 ຕຸລາ 2023) ເມື່ອບໍ່ດົນມານີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການໃຫ້ກຽດປາຖະກະຖາຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນການທູດລາວ ຄົບຮອບ 78 ປີ ໂດຍສະເພາະບັນດາປັດໄຈສຳຄັນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945 ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອວັນປະກາດເອກະລາດ 12 ຕຸລາ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າຕໍ່ສູ້ບໍ່ຍອມໃຫ້ປະເທດອັນແສນຮັກຂອງຕົນຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຜູ້ຮຸກຮານຈຶ່ງພ້ອມກັນລຸກຂຶ້ນຕໍ່ສູ້ບໍ່ຍອມຈຳນົນ […]
28/11/2023 | ສຶກສາ

ສວສ ຍົກລະດັບຄູສອນ ມ.4 ແລະ ມ.7 ສູນທີ 2 ໂຮງຮຽນທົດລອງ 4 ແຂວງພາກກາງ ແລະ ໃຕ້ ທີ່ ວຄ ບ້ານເກີນ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມສອນ ຂັ້ນ ມ.4 ແລະ ມ.7 ສຳລັບສູນທີ 2 ໂຮງຮຽນທົດລອງ ໃນ 6 ເມືອງ 4 ແຂວງ ພາກກາງ ແລະ ພາກໃຕ້ ເມື່ອວັນທີ 27 ພະຈິກ 2023 ທີ່ວິທະຍາໄລຄູ (ວຄ) ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານໃນພິທີເປີດຂອງທ່ານ ອຸທິດ ທິບມະນີ ຮອງອຳນວຍການ ສວສ ແລະ ທ່ານ ປະຢັດ ລັດຕະນາ ຮອງອໍານວຍການວິທະຍາໄລຄູບ້ານເກີນ, ມີບັນດາຊ່ຽວຊານ, ພະນັກງານອາວຸໂສບໍານານ, ຜູ້ອໍານວຍການ-ຮອງອໍານວຍການສູນ, ຫົວໜ້າພະແນກ, ຫົວໜ້າຫ້ອງການຄຸ້ມຄອງໂຄງການ, ທີ່ປຶກສາພາຍໃນ ແລະ ຕ່າງປະເທດ, ຄູຝຶກຈາກ ສວສ, ກົມສາມັນ, ກົມສ້າງຄູ, ວິທະຍາໄລຄູ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ […]
28/11/2023 | ສຶກສາ

ຫຼາຍພາກສ່ວນຮ່ວມມືຊຸກຍູ້ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນຫາດປາງ ເມືອງປາກອູ

ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມສາມັນສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຮ່ວມກັບ ອົງການເພື່ອຄວາມສາມັກຄີສໍາລັບປະຊາຊົນຜູ້ດ້ອຍໂອກາດໃນອາຊີ ແລະ ສະຫະພັນແຮງງານຕໍ່າແຜ່ນຕັດຫຍິບ, ເຄມີ, ອາຫານ, ການຄ້າ, ການບໍລິການ ແລະ ແຮງງານທົ່ວໄປຂອງປະເທດຍີ່ປຸ່ນ ໄດ້ຮ່ວມກັນຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນຫາດປາງ ເມືອງປາກອູ ແຂວງຫຼວງພະບາງ ເພື່ອຊຸກຍູ້ສົ່ງເສີມ ແລະ ກໍ່ສ້າງພື້ນຖານໂຄງລ່າງວຽກງານໃນຂະແໜງການສຶກສາ ແລະ ກິລາ ເຮັດໃຫ້ນ້ອງນັກຮຽນໄດ້ມີບ່ອນຮຽນທີ່ດີຂຶ້ນກວ່າເກົ່າ. ພິທີເຊັນສັນຍາດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 24 ພະຈິກ 2023 ທີ່ຮ້ານອາຫານຕໍານັກລາວ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດລົງນາມເຊັນສັນຍາລະຫວ່າງ ທ່ານ ນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ທ່ານ ຊາກາຕະ ໂກຕະ ຮອງປະທານສະຫະພັນ […]