Skip to main content

ມສ ສິນໄຊ ບັນລຸການສອບເສັງຈົບຊັ້ນໄດ້ 100% ທຸກຊັ້ນຮຽນ ມີນັກຮຽນໄດ້ຮັບປະກາສະນີຍະບັດແດງ 13 ນ້ອງ

10/08/2026
ໂຮງຮຽນປະຖົມ-ມັດທະຍົມສົມບູນ ສິນໄຊ ຫຼື ມສ ສິນໄຊ ຈັດພິທີສະຫຼຸບສົກຮຽນ 2025-2026 ສາມາດຮັກສາມູນເຊື້ອໃນການຈັດຕັ້ງປະຕິບັດການຮຽນ-ການສອນ ຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ຢ່າງມີຄຸນນະພາບ ສາມາດສອບເສັງຈົບຊັ້ນນັກຮຽນໄດ້ 100% ທຸກຊັ້ນຮຽນ, ໃນນັ້ນ ສາມາດຍາດໄດ້ປະກາສະນີຍະບັດແດງຊັ້ນ ມ.4 ແລະ ມ.7 ໄດ້ 13 ນ້ອງ ແລະ ມີນັກຮຽນຊັ້ນປະຖົມສຶກສາ ຍາດໄດ້ຄະແນນລວມ 30 ຄະແນນເຕັມ (ອັນດັບ 1) ຈຳນວນ 3 ນ້ອງ.
ພິທີສະຫຼຸບສົກຮຽນ 2025-2026 ແລະ ມອບປະກາສະນີຍະບັດຈົບຊັ້ນ ປະຖົມສຶກສາ (ປ5), ມັດທະຍົມສຶກສາຕອນຕົ້ນ (ມ.4) ລວມທັງມັດທະຍົມສຶກສາຕອນປາຍ (ມ.7) ຂອງ ມສ ສິນໄຊ ຈັດຂຶ້ນໃນວັນທີ 4 ສິງຫາ 2026 ຂຶ້ນຢ່າງເປັນທາງການ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນ ສິນໄຊ, ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ, ອຳນາດການປົກຄອງບ້ານສີບຸນເຮືອງ, ທີ່ປຶກສາໂຮງຮຽນ ພ້ອມດ້ວຍຄະນະອຳນວຍການ, ຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງໆນັກຮຽນ ຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ນາງ ອາລີ ພົນເສນາ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ ໃນສົກຮຽນ 2025-2026 ໃຫ້ຮູ້ວ່າ: ໂຮງຮຽນພວກເຮົາ ສາມາດຍາດໄດ້ຜົນງານການສອບເສັງຈົບຊັ້ນ ດ້ວຍຜົນສຳເລັດ 100% ທຸກຊັ້ນຮຽນ ໂດຍສະເພາະ ຊັ້ນປະຖົມສຶກສາ (ປ5): ມີນັກຮຽນສອບເສັງ 142 ຄົນ (ຜ່ານ 100%), ມີນັກຮຽນເກັ່ງຮອບດ້ານ (ຄະແນນສະເລ່ຍ 7 ຂຶ້ນໄປ) 93 ຄົນ. ພິເສດ, ມີນັກຮຽນຍາດໄດ້ຄະແນນລວມ 30 ຄະແນນເຕັມ (ອັນດັບ 1) ຈຳນວນ 3 ຄົນ ຄື: ນາງ ທະນາລີ ສີວະລາໄຊ, ນາງ ປະເສີດຄຳ ຕິ່ງວົງຄຳ ແລະ ນາງ ສຸນິສາ ຊະນະໄຊ.
ສ່ວນຊັ້ນມັດທະຍົມຕອນຕົ້ນ (ມ.4) ມີນັກຮຽນສອບເສັງ 164 ຄົນ (ຜ່ານ 100%), ມີນັກຮຽນເກັ່ງຮອບດ້ານ 113 ຄົນ ແລະ ຍາດໄດ້ໃບປະກາສະນີຍະບັດແດງ 6 ຄົນ ປະກອບມີ ນາງ ອິນທິດາ ໄຊຍະສຸກ, ນາງ ເພັດອານົງ ວົງສຸດໃຈ, ນາງ ສີລິນະພາ ອັກຄະວົງ, ທ້າວ ພູນຊັບ ແທນທອງ, ທ້າວ ຄຳບົວ ເຈິ່ຈິ່ງ ແລະ ທ້າວ ພຸ່ງພະຈັນ ນັນທະວົງ.
ຂະນະທີ່ ຊັ້ນມັດທະຍົມຕອນປາຍ (ມ.7) ມີນັກຮຽນສອບເສັງ 112 ຄົນ (ຜ່ານ 100%), ມີນັກຮຽນເກັ່ງຮອບດ້ານ 97 ຄົນ ແລະ ຍາດໄດ້ໃບປະກາສະນີຍະບັດແດງ 7 ຄົນ ຄື: ນາງ ສຸວັນນີ ແກ້ວພາລີຈັນ, ນາງ ດາລິດາ ແກ້ວວິທຳ, ນາງ ທິດາພອນ ວົງມີໄຊ, ນາງ ປານທິດາພອນ ມີບຸນ, ນາງ ອາລິດດາ ຈັນທະວົງ, ນາງ ອາທິຕາ ຈັນທະວົງສັກ ແລະ ທ້າວ ຫັດສະກອນ ພົມສີສະຫວັດ.
ຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນ ສິນໄຊ ໃຫ້ຮູ້ອີກວ່າ: ໃນສົກຮຽນດັ່ງກ່າວ ນັກຮຽນຊັ້ນ ມ.4 ຂອງໂຮງຮຽນຍັງສາມາດສ້າງຜົນງານທີ່ໜ້າພາກພູມໃຈ ດ້ວຍການ ຍາດໄດ້ອັນດັບ 2 ທົ່ວປະເທດ 2 ຄົນ ໄດ້ແກ່ ນາງ ເພັດອານົງ ວົງສຸດໃຈ (ວິຊາພາສາລາວ-ວັນນະຄະດີ) ແລະ ນາງ ອິນທິດາ ໄຊຍະສຸກ (ວິຊາຄະນິດສາດ) ພ້ອມທັງຍັງຍາດໄດ້ຜົນງານດີເດັ່ນທາງດ້ານເຕັກໂນໂລຊີ, ກິລາ, ສິລະປະ ແລະ ການໂຕ້ວາທີ ອີກຈຳນວນໜຶ່ງ.
ເຖີງຢ່າໃດກໍດີ, ທາງໂຮງຮຽນພວກເຮົາ ຍັງມີນະໂຍບາຍ ແລະ ການຊ່ວຍເຫຼືອສັງຄົມ ໂດຍມີການໃຫ້ທຶນການສຶກສາ ກໍຄື ມອບທຶນຊ່ວຍເຫຼືອ ໃຫ້ແກ່ລູກຫຼານຄູ-ອາຈານ, ນັກຮຽນເກັ່ງ ແລະ ນັກຮຽນທີ່ໄດ້ປະກາສະນີຍະບັດແດງ ລວມມູນຄ່າ 858.960.000 ກີບ, ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ຜູ້ປະສົບໄພນ້ຳຖ້ວມ ລວມມູນຄ່າ 90.200.000 ກີບ ແລະ ຍັງໄດ້ຮັບຜົນງານການຍ້ອງຍໍຂັ້ນຕ່າງໆ 10 ໃບ, ຜູ້ອຳນວຍການໂຮງຮຽນ ໄດ້ຮັບໃບຍ້ອງຍໍ 7 ໃບ (ລວມທັງ ຫຼຽນໄຊແຮງງານ ຊັ້ນ II ຈາກທ່ານປະທານປະເທດ), ຄູ-ອາຈານ ໄດ້ຮັບໃບຍ້ອງຍໍ 95 ຄົນ. ແລະ ນັກຮຽນ ໄດ້ຮັບໃບຍ້ອງຍໍ 699 ຄົນ.
ໃນຕອນທ້າຍ, ທ່ານ ນາງ ອາລີ ພົນເສນາ ຍັງໄດ້ເຜີຍແຜນຍຸດທະສາດຂອງໂຮງຮຽນ ໃນຕໍ່ໜ້າ ເພື່ອເປັນການຍົກລະດັບຄຸນນະພາບການສຶກສາຢ່າງຕໍ່ເນື່ອງ, ທາງໂຮງຮຽນໄດ້ເນັ້ນໜັກໃສ່ການສ້າງນັກຮຽນເກັ່ງ ແລະ ໄດ້ສະເໜີຄວາມຮ່ວມມື ຂໍການສະໜັບສະໜູນຈາກບັນດາຜູ້ປົກຄອງ ໃນການຊ່ວຍກວດກາ, ຈຳກັດ ແລະ ຫຼຸດຜ່ອນການຫຼິ້ນໂທລະສັບມືຖື ລວມທັງວິດີໂອເກມຂອງລູກຫຼານໃນເວລາຢູ່ເຮືອນ ເພື່ອປ້ອງກັນຜົນກະທົບຕໍ່ການຮຽນ ແລະ ຊ່ວຍໃຫ້ນັກຮຽນມີເວລາຈົດຈໍ່ຕໍ່ການຄົ້ນຄວ້າບົດຮຽນໄດ້ຢ່າງເຕັມປະສິດທິພາບ.
ໃນພິທີ ຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານ, ມອບໃບປະກາສະນີຍະບັດໃຫ້ນັກຮຽນ ປ.5 ທີ່ສອບເສັງໄດ້ອັນດັບ 1 ຂັ້ນເມືອງ, ມອບປະກາສະນີຍະບັດແດງໃຫ້ແກ່ ນັກຮຽນ ມ.4 ແລະ ມ.7, ພ້ອມທັງມອບໃບຍ້ອງຍໍຂັ້ນຄະນະກຳມະການປົກຄອງເມືອງ ໃຫ້ນັກຮຽນ ປ.5 ທີ່ສອບເສັງໄດ້ຄະແນນດີເດັ່ນ (9 ຂຶ້ນໄປທຸກວິຊາ) ພ້ອມດ້ວຍ ໃບຍ້ອງຍໍປະເພດຕ່າງໆຢ່າງສົມກຽດ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ