ສສກ ປຶກສາຫາລື ຄົ້ນຄວ້າ ແລະ ປັບປຸງຮ່າງຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໄລຍະ 10 ປີ
11/08/2026

ໃນວັນທີ 7 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມສູນຝຶກອົບຮົມແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລື, ຄົ້ນຄວ້າ ແລະ ປັບປຸງຮ່າງຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໄລຍະ 10 ປີ (2026–2035) ໂດຍການເປັນປະທານຂອງ ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ/ຮອງຫົວໜ້າກົມ, ຫົວໜ້າກອງເລຂາຄະນະກຳມະການພັດທະນາຊັບພະຍາກອນມະນຸດຈາກບັນດາກະຊວງ, ອົງການຈັດຕັ້ງສູນກາງ, ພ້ອມດ້ວຍຫົວໜ້າສະຖາບັນລາວ-ອົດສະຕຣາລີ, ຄະນະຊ່ຽວຊານ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ໄດ້ມີຄຳເຫັນວ່າ: ການພັດທະນາຊັບພະຍາກອນມະນຸດ ແມ່ນປັດໄຈຕັດສິນຊີ້ຂາດຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໃນເງື່ອນໄຂການປ່ຽນແປງຂອງໂລກ ແລະ ການເຊື່ອມໂຍງພາກພື້ນ-ສາກົນ, ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ຍົກລະດັບວຽກງານນີ້ໃຫ້ເປັນບູລິມະສິດລະດັບຊາດ. ພ້ອມນັ້ນ, ຍັງໄດ້ລາຍງານຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່ ເພື່ອໃຫ້ຮ່າງຍຸດທະສາດແຫ່ງຊາດ ໄລຍະ 10 ປີ ມີເນື້ອໃນອຸດົມສົມບູນ, ຄົບຖ້ວນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເປັນບ່ອນອີງທີ່ເຂັ້ມແຂງໃຫ້ແກ່ທຸກຂະແໜງການ. ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໃສ່ 3 ທິດທາງຕົ້ນຕໍ ເພື່ອໃຫ້ຜູ້ເຂົ້າຮ່ວມສຸມໃສ່ຄົ້ນຄວ້າ ເຊັ່ນ: ເພີ່ມຄວາມຮັບຜິດຊອບ ແລະ ລະດົມສະໝອງເຂົ້າໃນການຄົ້ນຄວ້າເນື້ອໃນຕາມ 10 ຂົງເຂດບູລິມະສິດ ໂດຍປະກອບຄຳເຫັນຢ່າງກົງໄປກົງມາ ໃຫ້ສອດຄ່ອງກັບທິດທາງຂອງພັກ-ລັດ ແລະ ສະພາບຕົວຈິງ, ເອົາໃຈໃສ່ຜັນຂະຫຍາຍຕົວຊີ້ວັດ HDI, HAI & HCI+ ເຂົ້າໃນວຽກງານຕົວຈິງ ເພື່ອຕິດຕາມ, ປະເມີນຜົນ ແລະ ຍົກລະດັບຄຸນນະພາບຊັບພະຍາກອນມະນຸດຂອງລາວ ໃຫ້ສອດຄ່ອງກັບມາດຕະ ຖານພາກພື້ນ ແລະ ສາກົນ, ໃຫ້ຄະນະຮັບຜິດຊອບ, ກອງເລຂາແຫ່ງຊາດ ແລະ ຊ່ຽວຊານ ອຳນວຍຄວາມສະດວກ ແລະ ສັງລວມຂໍ້ຄິດເຫັນ ເພື່ອສັງລວມເປັນຮ່າງຍຸດທະສາດທີ່ສົມບູນ ທັນຕາມກຳນົດເວລາ ພາຍໃນທ້າຍເດືອນສິງຫາ 2026.
ສຳລັບການດຳເນີນກອງປະຊຸມ, ຜູ້ເຂົ້າຮ່ວມຍັງຈະໄດ້ຮັບຟັງການລາຍງານຄວາມຄືບໜ້າການສ້າງຮ່າງຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດ ແລະ ຮ່າງມະຕິວ່າດ້ວຍຊັບພະຍາກອນມະນຸດທີ່ມີຄຸນນະພາບ ໂດຍ ທ່ານ ຮອງຫົວໜ້າກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາ. ຈາກນັ້ນ, ຫ້ອງການ HRDO ຮ່ວມກັບຊ່ຽວຊານໄດ້ນຳສະ ເໜີຮູບແບບການຄົ້ນຄວ້າໃນການຜັນຂະຫຍາຍມະຕິເຂົ້າໃນຮ່າງຍຸດທະສາດ, ພ້ອມທັງໄດ້ຮັບຟັງການອະທິບາຍຕົວຊີ້ວັດ HDI, HAI & HCI+. ພ້ອມນັ້ນ, ຍັງໄດ້ແບ່ງກຸ່ມຄົ້ນຄວ້າຕາມ 10 ຂົງເຂດບູລິມະສິດ ໂດຍການເຈາະຈີ້ມຄຳຖາມ ແລະ ປັບປຸງຂໍ້ມູນຕາມເອກະສານທີ່ກຽມໄວ້ ແລະ ໄດ້ຂຶ້ນນຳສະເໜີຜົນການຄົ້ນຄວ້າຂອງແຕ່ລະກຸ່ມ.
ພາບ-ຂ່າວໂດຍ: ການຈະນາ














