ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດແຕ່ງຕັ້ງ ທ່ານ ປອ ສຳລານ ພັນຄະວົງ ຄະນະປະຈຳພັກກະຊວງ, ປະທານກວດກາພັກ, ເລຂາໜ່ວຍພັກຮາກຖານ ທັງເປັນຫົວໜ້າກົມປະກັນຄຸນນະພາບການສຶກສາ ຂຶ້ນເປັນຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົນໃໝ່ ຢ່າງເປັນທາງການ ເມື່ອວັນທີ 12 ມີນາ ຜ່ານມາ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ (ຕືກໄອຊີທີ) ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ທັງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາຄະນະປະຈຳພັກ, ຄະນະພັກ, ຮອງລັດຖະມົນຕີ ສສກ, ບັນດາຄະນະອະທິການບໍດີ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ຜູ້ອຳນວຍການວິທະຍາໄລ, ຫົວໜ໊າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອຫຼວງໃນທົ່ວປະເທດເຂົ້າຮ່ວມແບບເຊິ່ງໜ້າ […]