Skip to main content

ຄະນະພັກຮາກຖານ ສວສ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ 1 ສະຫາຍ

04/06/2026
ໃນຕອນບ່າຍຂອງວັນທີ 29 ພຶດສະພາ 2026 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ໃຫ້ແກ່ ສະຫາຍ ບຸນທະວີ ນະວົງສາ ຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ປອ ວົງເພັດ ອຸດົມລິດ ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີບັນດາເລຂາໜ່ວຍພັກ/ຮອງເລຂາໜ່ວຍພັກຮາກຖານແຕ່ລະສູນ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ສັກດາວົງ ໄຊຍະລາດ ຮອງເລຂາໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 97/ຄພ. ສສກ ລົງວັນທີ 6 ເມສາ2026 ຂອງຄະນະປະຈໍາພັກກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ໃຫ້ແກ່ ສະຫາຍ ບຸນທະວີ ນະວົງສາ. ຈາກນັ້ນ, ສະຫາຍ ບຸນທະວີ ນະວົງສາ ໄດ້ຂຶ້ນກ່າວຄຳປະຕິຍານຕົນ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຈົງຮັກພັກດີຕໍ່ອຸດົມການຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງສະຕິປັນຍາ ແລະ ຄວາມຮັບຜິດຊອບ ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຢູ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໃຫ້ມີຜົນສຳເລັດອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.
ຕອນທ້າຍຂອງພິທີ, ສະຫາຍ ປອ ວົງເພັດ ອຸດົມລິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໃຫ້ທິດຊີ້ນຳແກ່ສະມາຊິກພັກໃໝ່ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ ສະຫາຍ ບຸນທະວີ ນະວົງສາ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ຕັ້ງໜ້າບຳລຸງຮັກສາຄຸນສົມບັດສິນທຳປະຕິວັດ ເພື່ອຮ່ວມກັນສ້າງສາ ແລະ ພັດທະນາກຳລັງແຮງຂອງພັກ ພາຍໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ