Skip to main content

ມອບ-ຮັບອາຄານຮຽນຫຼັງໃໝ່ ໂຮງຮຽນປະຖົມສົມບູນນາກອຍຫ້ວຍ ເມືອງອາດສະພັງທອງ ມູນຄ່າ 630 ລ້ານກວ່າກີບ

04/06/2026
ໃນວັນທີ 30 ພຶດສະພາ ຜ່ານມານີ້, ທີ່ໂຮງຮຽນປະຖົມສົມບູນນາກອຍຫ້ວຍ ບ້ານສາມັກຄີໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ ແລະ ທ່ານ ເນດຄຳ ສຸດທະລັກ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງອາດສະພັງທອງ, ພ້ອມດ້ວຍບັນດາສະມາຊິກສະພາປະຊາຊົນແຂວງ (ສສຂ), ຄະນະນຳເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຜູ້ຕາງໜ້າພາກທຸລະກິດ, ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຄຳຮູ້ ພູມມະລາດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງອາດສະພັງທອງ ໄດ້ຜ່ານປະຫວັດຄວາມເປັນມາ ແລະ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ນີ້. ໂຮງຮຽນປະຖົມສົມບູນນາກອຍຫ້ວຍ ໄດ້ສ້າງຕັ້ງຂຶ້ນໃນປີ 1992 ໂດຍທຶນຮອນຂອງຊຸມຊົນ, ໃນເມື່ອກ່ອນມີອາຄານພຽງ 3 ຫ້ອງຮຽນ ເຊິ່ງເປັນໂຄງສ້າງໄມ້ຊົ່ວຄາວ, ມຸງສັງກະສີ, ພື້ນດິນ ແລະ ແອ້ມດ້ວຍໄມ້ແປ້ນ-ໄມ້ເຮ້ຍ ເຊິ່ງມີສະພາບຊຸດໂຊມຫຼາຍ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ໃນຕົ້ນເດືອນພຶດສະພາ ປີ 2025, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ປະຈຳເຂດເລືອກຕັ້ງທີ 13 ນຳໂດຍ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ແລະ ທ່ານ ກົງແກ້ວ ມີວໍລະຈັກ ອະດີດປະທານສະພາປະຊາຊົນແຂວງ, ໄດ້ລົງພື້ນທີ່ຊຸກຍູ້ ແລະ ປະກອບສ່ວນທຶນຮອນ ພ້ອມທັງລະດົມການສົມທົບທຶນຈາກພໍ່ແມ່ປະຊາຊົນ, ບຸກຄົນ, ນິຕິບຸກຄົນ, ນັກທຸລະກິດ ແລະ ຫ້າງຮ້ານຕ່າງໆ ຈົນສາມາດເລີ່ມລົງມືກໍ່ສ້າງໃນວັນທີ 24 ພຶດສະພາ 2025 ເປັນຕົ້ນມາ.
ໂຄງການກໍ່ສ້າງດັ່ງກ່າວ ປະກອບມີອາຄານຮຽນ 1 ຫຼັງ, ຂະໜາດ 8×28 ແມັດ, ມີ 4 ຫ້ອງຮຽນ ແລະ ຫ້ອງນ້ຳ 3 ຫ້ອງ. ພ້ອມດຽວກັນນັ້ນ ຍັງໄດ້ປະກອບສ່ວນອຸປະກອນການຮຽນ-ການສອນ ເປັນຕົ້ນແມ່ນ ໂຕະນັກຮຽນ 40 ຊຸດ, ໂຕະຕັ່ງຄູ 4 ຊຸດ ແລະ ຊຸດນັກຮຽນປະຖົມທັງໝົດ 335 ຊຸດ. ໃນນີ້ ຍັງໄດ້ແບ່ງປັນມອບໃຫ້ແກ່ໂຮງຮຽນອື່ນໆຕື່ມອີກ ເຊັ່ນ: ໂຮງຮຽນປະຖົມສົມບູນນາກອຍຫ້ວຍ 66 ຊຸດ, ໂຮງຮຽນປະຖົມສົມບູນນາກອຍໂຄກ 49 ຊຸດ, ໂຮງຮຽນປະຖົມສົມບູນກົກຕານ 83 ຊຸດ, ໂຮງຮຽນປະຖົມສົມບູນປາໄລ່ 93 ຊຸດ ແລະ ໂຮງຮຽນປະຖົມດົງໝາກຢາງ 44 ຊຸດ. ໂຄງການດັ່ງກ່າວ ໄດ້ສໍາເລັດການກໍ່ສ້າງຢ່າງສົມບູນ ໂດຍນຳໃຊ້ທຶນຮອນທັງໝົດ 630,000,000 ກີບ (ຫົກຮ້ອຍສາມສິບລ້ານກີບ).
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ປອ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວສະແດງຄວາມພາກພູມໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນຈົນເຮັດໃຫ້ການກໍ່ສ້າງອາຄານຮຽນຫຼັງນີ້ສຳເລັດຕາມຄາດໝາຍ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກ ແລະ ຝາກຝັງໃຫ້ຄະນະຄູ-ອາຈານ, ນ້ອງນັກຮຽນ ແລະ ປະຊາຊົນພາຍໃນບ້ານ ພ້ອມກັນປົກປັກຮັກສາອາຄານຮຽນຫຼັງໃໝ່ນີ້ ໃຫ້ນຳໃຊ້ໄດ້ຍາວນານ ແລະ ເກີດປະໂຫຍດສູງສຸດ ເພື່ອເປັນສະຖານທີ່ບົ່ມສອນຄວາມຮູ້ໃຫ້ແກ່ຊັບພະຍາກອນມະນຸດ ແລະ ອະນາຄົດຂອງຊາດ.
ຈາກນັ້ນ, ທ່ານ ຄຳຮູ້ ພູມມະລາດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ເປັນຜູ້ຕາງໜ້າກ່າວຮັບເອົາ ແລະ ມອບຕໍ່ໃຫ້ແກ່ອຳນາດການປົກຄອງບ້ານ ເພື່ອຄຸ້ມຄອງ ແລະ ນຳໃຊ້.
ໃນຕອນທ້າຍພິທີ, ທ່ານ ປອ ນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະປະທານ ໄດ້ຮ່ວມກັນຕັດແຖບຜ້າເປີດນຳໃຊ້ອາຄານຮຽນຫຼັງໃໝ່ຢ່າງເປັນທາງການ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມົງຄຸນ ໃຫ້ແກ່ການເລີ່ມຕົ້ນສົກຮຽນໃໝ່ ແລະ ສ້າງອະນາຄົດທີ່ສະຫວ່າງສະໄຫວໃຫ້ແກ່ລູກຫຼານໃນທ້ອງຖິ່ນສືບໄປ.
ພາບ-ຂ່າວ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ