Skip to main content

ຄະນະຜູ້ແທນວິທະຍາໄລວິຊາຊີບເມືອງຫຼິວໂຈວ ແລະ ສະພາການຄ້າຈີນແຂວງເຫີໜານ ປະຈຳລາວ ຫາລືວຽກງານການພັດທະນາບຸກຄະລາກອນ ລາວ-ຈີນ

04/06/2026
ເມື່ອວັນທີ 1 ມິຖຸນາ 2026 ທ່ານ ເຫວີຍ ຫາຍຈິ້ນ, ເລຂາທິການຄະນະກຳມະການພັກ ວິທະຍາໄລວິຊາຊີບເມືອງຫຼິວໂຈວ ສປ ຈີນ ພ້ອມດ້ວຍຄະນະຜູ້ແທນ ໄດ້ເຂົ້າຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ສາຂາສະພາການຄ້າຈີນແຂວງເຫີໜານ ປະຈຳ ສປປ ລາວ, ໂດຍເປັນກຽດຕ້ອນຮັບຂອງທ່ານ ໂຈວ ຈິນຟູ ປະທານສະພາການຄ້າ, ພ້ອມດ້ວຍ ທ່ານ ຈາງ ຫຍິງຊາຍ ເລຂາທິການສະພາການຄ້າ ແລະ ທ່ານ ລີ ນິງ ປະທານບໍລິຫານສະພາການຄ້າ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທັງສອງຝ່າຍໄດ້ປະຊຸມຫາລື ແລະ ແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງ ກ່ຽວກັບຜົນສຳເລັດຂອງການຮ່ວມມືດ້ານການສຶກສາ ແລະ ການພັດທະນາບຸກຄະລາກອນ ລະຫວ່າງລາວຈີນ, ຈີນ-ລາວ, ໂດຍສະເພາະການຮ່ວມສ້າງສາຂາວິຊາ “ປັນຍາປະດິດ + ໂດຣນ (AI + Drone)” ຢູ່ປະເທດລາວ. ໂຄງການດັ່ງກ່າວເປັນຕົວແບບໃໝ່ຂອງການຮ່ວມມືລະຫວ່າງສະຖາບັນການສຶກສາ ແລະ ພາກທຸລະກິດ ເພື່ອຜະລິດກຳລັງຄົນດ້ານເຕັກໂນໂລຢີສະໄໝໃໝ່ ໃຫ້ສອດຄ່ອງກັບທິດທາງການພັດທະນາດິຈິຕອນ ແລະ ອຸດສາຫະກຳອັດສະລິຍະ.
ໂອກາດນີ້, ທ່ານ ໂຈວ ຈິນຟູ ໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດທີ່ບັນລຸໄດ້ຜ່ານມາ ແລະ ຢືນຢັນວ່າ ສະພາການຄ້າຈີນ ແຂວງເຫີໜານ ປະຈຳ ສປປ ລາວ ຈະສືບຕໍ່ປະສານງານກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ໂຄງການຮ່ວມມືດ້ານການສຶກສາ, ການຝຶກອົບຮົມວິຊາຊີບ ແລະ ການສ້າງໂອກາດໃຫ້ນັກສຶກສາລາວໄດ້ເຂົ້າຮັບການຝຶກງານ ແລະ ປະກອບອາຊີບໃນວິສາຫະກິດຈີນທີ່ລົງທຶນໃນລາວ.
ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ຫາລືກ່ຽວກັບການພັດທະນາຂອງ ບໍລິສັດ ລາວ-ຟູດາ ອໍໂຕໂມບາຍ ຈຳກັດ, ເຊິ່ງເປັນໜຶ່ງໃນສີ່ຝ່າຍຮ່ວມມືສ້າງ “ສະຖາບັນຫຼູປ່ານລາວ”. ປັດຈຸບັນ ບໍລິສັດໄດ້ສ້າງໂຮງງານແຫ່ງໃໝ່ ແລະ ກຳລັງກະກຽມນຳສາຍການຜະລິດລົດບັນທຸກເຂົ້າສູ່ການດຳເນີນງານຢ່າງເຕັມຮູບແບບ. ລົດບັນທຸກຄັນທຳອິດທີ່ຜະລິດໃນລາວຈະຖືກນຳອອກສູ່ຕະຫຼາດໃນໄລຍະອັນໃກ້ນີ້ ແລະ ຈະມີການຈັດພິທີເປີດນຳໃຊ້ສາຍການຜະລິດຢ່າງເປັນທາງການ. ໂຄງການດັ່ງກ່າວຖືເປັນບາດກ້າວສຳຄັນໃນການພັດທະນາອຸດສາຫະກຳປະກອບລົດຍົນໃນ ສປປ ລາວ ແລະ ຈະສ້າງໂອກາດການຈ້າງງານໃຫ້ແກ່ແຮງງານທ້ອງຖິ່ນ.
ໃນການພົບປະດັ່ງກ່າວ, ທ່ານ ຈາງ ຫຍິງຊາຍ ເລຂາທິການສະພາການຄ້າ ໄດ້ແນະນຳສະພາບລວມການລົງທຶນດ້ານກະສິກຳ ໃນ ສປປ ລາວ ໂດຍອີງໃສ່ປະສົບການດຳເນີນທຸລະກິດດ້ານກະສິກຳໃນລາວຫຼາຍກວ່າ 10 ປີ, ທ່ານໄດ້ແບ່ງປັນຂໍ້ມູນກ່ຽວກັບທ່າແຮງຂອງລາວໃນດ້ານການປູກພືດເສດຖະກິດ, ການແປຮູບຜະລິດຕະພັນກະສິກຳ ແລະ ການນຳໃຊ້ເຕັກໂນໂລຢີສະໄໝໃໝ່ເຂົ້າໃນການຜະລິດ. ພ້ອມກັນນັ້ນ, ຍ້ອນວ່ານະຄອນຫຼິວໂຈວມີຄວາມສຳພັນອັນດີກັບສະມາຄົມກະສິກຳກວາງຊີ, ທັງສອງຝ່າຍຈຶ່ງເຫັນດີໃນການສຳຫຼວດໂອກາດຮ່ວມມືໃໝ່ໆ ໃນອະນາຄົດ ໂດຍສະເພາະດ້ານການພັດທະນາກະສິກຳສະຫຼາດ, ການຖ່າຍທອດເຕັກໂນໂລຢີ ແລະ ການພັດທະນາບຸກຄະລາກອນດ້ານກະສິກຳ ແລະ ການນຳໃຊ້ນະວັດຕະກຳໃຫມ່ໂດຣນເຂົ້າມາພັດທະນາກະສິກຳໃນລາວ.
ການຢ້ຽມຢາມໃນຄັ້ງນີ້, ໄດ້ສະແດງໃຫ້ເຫັນເຖິງຄວາມສຳພັນອັນແໜ້ນແຟ້ນລະຫວ່າງວິທະຍາໄລວິຊາຊີບເມືອງຫຼິວໂຈວ ແລະ ສາຂາສະພາການຄ້າຈີນແຂວງເຫີໜານ ປະຈຳ ສປປ ລາວ. ພ້ອມທັງເປັນການວາງຮາກຖານອັນດີ ໃນການຂະຫຍາຍຄວາມຮ່ວມມືດ້ານການສຶກສາ, ອຸດສາຫະກຳ, ກະສິກຳ ແລະ ການພັດທະນາຊັບພະຍາກອນມະນຸດ ລະຫວ່າງ ສປ ຈີນ ແລະ ສປປ ລາວ ໃຫ້ມີຄວາມເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງຂຶ້ນໃນອະນາຄົດ.
ພາບ-ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ