ໜ່ວຍພັກຮາກຖານກົມຮ່ວມມືກັບຕ່າງປະເທດ ສສກ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026
04/06/2026

ໃນວັນທີ 2 ມິຖຸນາ 2026, ໜ່ວຍພັກຮາກຖານກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງສອງວັນດັ່ງກ່າວ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ຢູ່ທີ່ກະຊວງ ສສກ (ເຂດສີສະເກດ), ພາຍໃຕ້ການນຳພາຂອງ ສະຫາຍ ແສງສະເດັນ ບຸນລາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ ພ້ອມດ້ວຍບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ, ຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ (ສະຫະພັນກຳມະບານ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນແມ່ຍິງ) ເຂົ້າຮ່ວມຢ່າງພ້ອມພຽງ ແລະ ຕັ້ງໜ້າ.
ໃນໂອກາດນີ້, ສະຫາຍ ແສງສະເດັນ ບຸນລາວົງ ໄດ້ໃຫ້ກຽດກ່າວເປີດພິທີ ແລະ ເລົ່າເຖິງປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງທັງສອງວັນປະຫວັດສາດດັ່ງກ່າວ. ສະຫາຍໄດ້ເນັ້ນໜັກວ່າ: ”ການປູກຕົ້ນໄມ້ ກໍຄືການສ້າງ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຂຽວສົດງົດງາມ ແລະ ຍືນຍົງ, ເຊິ່ງປຽບເໝືອນກັບການບຳລຸງສ້າງ ແລະ ພັດທະນາເດັກນ້ອຍ ເພາະເດັກນ້ອຍໃນວັນນີ້ ກໍຄືຜູ້ໃຫຍ່ໃນວັນໜ້າ ທີ່ຈະເຕີບໃຫຍ່ຂຶ້ນມາເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ມີຄວາມຮູ້, ຄວາມສະຫຼາດສ່ອງໃສ ທີ່ຈະມາເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາທຳມະຊາດ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນອະນາຄົດ.”
ເພື່ອເຮັດໃຫ້ບັນຍາກາດພິທີເຕັມໄປດ້ວຍຄວາມອົບອຸ່ນ ແລະ ເບີກບານມ່ວນຊື່ນ, ໃນຕອນທ້າຍຂອງພິທີ ຍັງໄດ້ມີການຈັດກິດຈະກຳມອບຂອງຂວັນວັນເດັກນ້ອຍໃຫ້ແກ່ລູກຫຼານຂອງພະນັກງານ-ລັດຖະກອນ ພາຍໃນກົມຮ່ວມມືກັບຕ່າງປະເທດ ເພື່ອເປັນການສົ່ງເສີມຄວາມຮັກ-ຄວາມອົບອຸ່ນໃນຄອບຄົວ ແລະ ສ້າງຮອຍຍິ້ມໃຫ້ແກ່ເດັກນ້ອຍ ຜູ້ທີ່ຈະເປັນອະນາຄົດຂອງຊາດ, ເຮັດໃຫ້ພິທີດັ່ງກ່າວອັດລົງດ້ວຍບັນຍາກາດຟົດຟື້ນ, ເຕັມໄປດ້ວຍຄວາມໝາຍ ແລະ ຄວາມຊົງຈຳອັນດີງາມ.
ພາບ-ຂໍ້ມູນ: ກົມຮ່ວມມືກັບຕ່າງປະເທດ














