Skip to main content
05/02/2024 | ສຶກສາ

ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ປະກາດແຕ່ງຕັ້ງ ຮອງຜູ້ອໍານວຍການ 2 ທ່ານ

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຫຼື ວຕລຢ ຈັດພິທີປະກາດກົງຈັກການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ 4 ກໍຄື ແຕ່ງຕັ້ງຮອງຜູ້ອຳນວຍການ  ຈໍານວນ 2 ທ່ານ ແລະ ປະກາດເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຈຳນວນ 10 ສະຫາຍ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ໜູພັນ ອຸດສາ ຄະນະພັກກະຊວງ, ເລຂາພັກຮາກຖານກົມ, ຫົວໜ້າກົມອາຊີວະສຶກສາ, ສະຫາຍ ຄຳສະໄຫວ ຍອມມີລາວົງ ເລຂາຄະນະພັກຮາກຖານວິທະຍາໄລ ທັງເປັນຜູ້ອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ພ້ອມດ້ວຍບັນດາຄະນະອຳນວຍການວິທະຍາໄລອ້ອມຂ້າງ, ຄະນະພັກຮາກຖານ, ຄະນະອຳນວຍການ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງ ຕະຫຼອດຮອດພະນັກງານ ຄູອາຈານຂອງວິທະຍາໄລຢ່າງພ້ອມພຽງ. ໃນພິທີ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ຄະນະອຳນວຍການ ຈໍານວນ 2 ທ່ານ ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ […]

02/02/2024 | ສຶກສາ

] ສສກ-ອຸຍແນັດສະໂກພາກພື້ນ ປະຈໍາບາງກອກ ຈະສືບຕໍ່ຮ່ວມມືພັດທະນາການສຶກສາ ວິທະຍາສາດ ແລະ ໄອຊີທີ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ຫ້ອງການຫຼາຍຂະແໜງການອຸຍແນັດສະໂກພາກພື້ນ ປະຈໍາບາງກອກ ປະເທດໄທ ຈະສືບຕໍ່ການຮ່ວມມືໃນຂົງເຂດວິທະຍາສາດ, ໄອຊີທີ, ການສຶກສາຊັ້ນສູງ ແລະ ການຍົກສູງຄຸນນະພາບການສຶກສາ ລວມໄປເຖິງການສ້າງສັງຄົມແຫ່ງການຮຽນຮູ້ທີ່ສອດຄ່ອງກັບບູລິມະສິດຕ່າງໆຂອງວຽກງານພັດທະນາການສຶກສາ.   ໃນວັນທີ 26 ມັງກອນ 2024 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ຊາດ​ລາວ ເ​ພື່ອ​ອຸຍ​ແນັດສະ​ໂກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຊູຢູນ ຄິມ (Soohyun Kim), ຜູ້ອໍາການຫ້ອງການຫຼາຍຂະແໜງການອຸຍແນັດສະໂກພາກພື້ນ ປະຈໍາບາງກອກ ຄົນໃໝ່, ມີບັນດາຄະນະກົມທີ່ມີ​ການ​ຮ່ວມ​ມື​ກັບ​ອົງ​ການ​ອຸຍ​ແນັດ​ສະ​ໂກ (ກົມແຜນການ, ກົມສ້າງຄູ, ສູນ ICT, ກົມການສຶກສາຊັ້ນສູງ, ກົມຄຸ້ມຄອງວິທະຍາສາດ ແລະ ກົມກິລາລະດັບສູງ) ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ […]

29/01/2024 | ສຶກສາ

ສລດ ຍົກລະດັບການປະກອບກິດຈະການໃຫ້ນັກສຶກສາປີ 2 ວລ ເຕັກນິກວິຊາຊີບ 5 ແຫ່ງໃນ ນວ

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ຈັດກອງປະຊຸມຝຶກ​ອົບຮົມ​ “ການປະກອບກິດຈະການ” ​ໃຫ້ແກ່ນັກສຶກສາ ປີທີ 2 ຂອງວິທະຍາໄລເຕັກນິກວິຊາຊີບ 5 ແຫ່ງ ພາຍໃນນະຄອນຫຼວງວຽງຈັນ ໃນວັນທີ 22 ມັງກອນ 2024 ທີ່ສູນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຮອງຜູ້ອຳນວຍການສູນ, ພະນັກງານ, ແຂກທີ່ຖືກເຊີນ ຕະຫຼອດຮອດນ້ອງນັກຮຽນທີ່ເຂົ້າຮ່ວມຝຶກອົບຮົມ. ການຈັດຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອເປັນການສົ່ງເສີມແນວຄວາມຄິດກ່ຽວກັບການປະກອບກິດຈະການ ໃຫ້ແກ່ນັກຮຽນນັກສຶກສາຜູ້ທີ່ສົນໃຈຢາກຮຽນຮູ້ກ່ຽວກັບການປະກອບກິດຈະການ ຫຼື ຢາກເປັນເຈົ້າຂອງທຸລະກິດ/ເປັນນາຍຕົນເອງ; ປູກຈິດສຳນຶກກ່ຽວກັບການເປັນຜູ້ປະກອບກິດຈະການໃຫ້ແກ່ນັກຮຽນນັກສຶກສາ ໃນການເລືອກປະກອບອາຊີບພາຍຫຼັງທີ່ຮຽນຈົບຈາກສະຖານການສຶກສາ ແລະ ເພື່ອປະຕິບັດຕາມທິດທາງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສຳລັບເນື້ອໃນເນື້ອ​ໃນຂອງຫຼັກສູດໃນການຝຶກອົບຮົມ ແມ່ນໄດ້ພັດທະນາ​ມາ​ຈາກ​ຫຼາຍວິຊາ​ທີ່ກ່ຽວຂ້ອງກັບການເຮັດ​ທຸລະ​ກິດ ​ໂດຍ​ມີຈຸດປະສົງ​ໃຫ້ຜູ້ຮຽນ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ຕົນ​ເອງ ດ້ວຍ​ການ​ນຳ​ແນວ​ຄວາມ​ຄິດ​ທາງທຸລະ​ກິດມາ​ໃຊ້​ຮ່ວມ​ກັບທັກສະເພາະດ້ານ ຫຼື ​ວິຊາ​ສະ​ເພາະທີ່​ແຕ່ລະຄົນໄດ້​ຮຽນມາ ເພື່ອສ້າງເປັນທຸລະ​ກິດຂອງຕົນເອງ ແລະ ສາມາດ​ສ້າງ​ເປັນແຜນ​ດຳ​ເນີນ​ງານ​ຂອງ​ທຸລະ​ກິດ​ໄດ້​ ໂດຍຜູ້ຮຽນໄດ້ຮຽນຮູ້ພື້ນຖານການ​ປະກອບ​ກິດຈະການ,​ ລັກສະນະ ແລະ ບົດບາດຂອງຜູ້ປະກອບກິດຈະການ ແລະ ຂັ້ນຕອນໃນການເລີ່ມຕົ້ນເຮັດທຸລະກິດ ເຊັ່ນ: ຮຽນຮູ້ກ່ຽວກັບບັນຫາຕ່າງໆໃນການສ້າງທຸລະກິດໃໝ່, ຜົນປະໂຫຍດຂອງການເຮັດທຸລະກິດ, […]

29/01/2024 | ສຶກສາ

ສສກ-ອົດສະຕຣາລີ ລະດົມຄວາມຄິດຜະລິດວິດີໂອສໍາລັບຄູ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໃນຫ້ອງຮຽນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດສໍາລັບການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ລະດົມຄວາມຄິດຜະລິດວິດີໂອສໍາລັບຄູ ໃນຫົວຂໍ້ “ການຜະລິດວິດີໂອກ່ຽວກັບບົດບາດ ລະຫວ່າງ ຍິງ-ຊາຍ ໃນຫ້ອງຮຽນ” ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ນາງ ເລເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ແລະ ທ່ານ ອຸດົມ ສິງດາລາ ຮອງອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ມີຜູ້ຕາງໜ້າຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ), ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ (E-Learning), ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ […]

29/01/2024 | ສຶກສາ

ວລ ວຽງຈັນ-ຮ່າໂນ້ຍ ຮ່ວມມືກັບ ໂກໂບ ແມນພາວເວີ ເຊີວິດ ສ້າງວິຊາຊີບໃຫ້ນັກສຶກສາລາວ

ວິທະຍາໄລ (ວລ) ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ຮ່ວມມືກັບ ບໍລິສັດ ໂກໂບ ແມນພາວເວີ ເຊີວິດ ຈໍາກັດ  (Global Manpower Services Sole CO.LTD) ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີສີມື, ມີປະສິດທິພາບຮັບໃຊ້ສັງຄົມ. ພິທີເຊັນສັນຍາການຮ່ວມມືສ້າງຄວາມເຂັ້ມແຂງທາງດ້ານວິຊາຊີບໃຫ້ນັກສຶກສາລະຫວ່າງ ທ່ານ ແສງອາລຸນ ວົງພູທອນ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ແລະ ທ່ານ ນາງ ພຸດຖາວອນ ໄຊຍະເສນ ຫົວໜ້າບໍລິສັດ ໂກໂບ ແມນພາວເວີ ເຊີວິດ ຈໍາກັດ ຝ່າຍລາວ ໄດ້ມີຂຶ້ນໃນວັນທີ 16 ມັງກອນ 2024 ທີ່ວິທະຍາໄລດັ່ງກ່າວ, ມີຜູ້ຕາງໜ້າບໍລິສັດ ໂກໂບ ແມນພາວເວີ ເຊີວິດ ຈໍາກັດ ຝ່າຍໄທ ຕະຫຼອດຮອດພະນັກງານ, ຄູອາຈານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ. ການຮ່ວມມືກັນຂອງສອງຝ່າຍໃນຄັ້ງນີ້, ແມ່ນສອດຄ່ອງກັບແຜນຍຸດທະສາດການພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບຂອງກົມອາຊີວະສຶກສາ […]

29/01/2024 | ສຶກສາ

ຄູ-ນັກສຶກສາ ວຕລຢ ເກືອບ 500 ຄົນ ຮຽນຮູ້ວິທີປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ

ບັນດາພະນັກງານ, ຄູອາຈານ ແລະ ນັກຮຽນ-ນັກສຶກສາຂອງວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ໄດ້ຮຽນຮູ້ວິທີການສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ ກໍຄື ນະຄອນຫຼວງວຽງຈັນ ໃນປັດຈຸບັນ ເປັນຕົ້ນແມ່ນ ການປຸ້ນຈີ້, ຊີງຊັບ, ລັກຊັບ ແລະ ຄາດຕະກຳ ເພື່ອໃຫ້ມີສະຕິລະວັງຕົວ ແລະ ມີຄວາມຮູ້-ບົດຮຽນໃນການປ້ອງກັນ, ຕ້ານ ແລະ ວິທີການຮັບມືກັບປະກົດການຫຍໍ້ຕ່າງໆທີ່ເກີດຂຶ້ນ. ໃນວັນທີ 19 ມັງກອນ 2024, ພະແນກສະກັດກັ້ນອາຍະກຳ ແລະ ຕ້ານການກໍ່ການຮ້າຍ ກົມຕຳຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ໄດ້ລົງເຜີຍແຜ່ໂຄສະນາການສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ ກໍຄື ນະຄອນຫຼວງວຽງຈັນ ທີ່ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ ພັນໂທ ໄພວັນ ໄຊປະເສີດ ຫົວໜ້າພະແນກສະກັດກັ້ນອາຍະກຳ ແລະ ຕ້ານການກໍ່ການຮ້າຍ ກົມຕຳຫຼວດ ສືບສວນ-ສອບສວນ, ມີທ່ານ ຄຳສະໄຫວ ຍອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ທ່ານ ສຸລິຍາ ປ່າໄຊ […]

24/01/2024 | ສຶກສາ

ຊາວໜຸ່ມ ສລດ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ ພ້ອມເລືອກຄະນະບໍລິຫານງານຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອເປັນການສະຫຼຸບ ແລະ ຕີລາຄາວຽກງານຜ່ານມາ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ແລະ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ. ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 19 ມັງກອນ 2024 ທີ່ຫ້ອງປະຊຸມສູນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ, ເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ສສກ, ມີສະຫາຍ ນາງ ທຸມມະລີ ບຸນຈະເລີນ ຫົວໜ້າຈຸພັກຮາກຖານ ສລດ, ຮອງຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແລະ ສະຫາຍ ນາງ ບຸນມາລີ ຈັນບຸນມີ ເລຂາ ຄຊປປລ ຮາກຖານ […]