ເມືອງໂພນໄຊ ສອບເສັງຈົບຊັ້ນປະຖົມສຶກສາຂັ້ນ ປ.5 ປະຈໍາສົກຮຽນ 2025-2026
28/05/2026

ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2026 ທີ່ສູນສອບເສັງໂຮງຮຽນປະຖົມສົມປາກງາ ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນປະຖົມສຶກສາ ຂັ້ນ ປ.5 ປະຈໍາສົກຮຽນ 2025-2026 ທົ່ວເມືອງ ຂຶ້ນຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກ່າວເປີດພິທີຂອງ ທ່ານ ພອນປະດິດ ສຸລິເດດຊານໄຊ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທະລາກອນ ບໍລະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ດາວອນ ລັດສະໝີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂພນໄຊ, ທ່ານຫົວໜ້າ-ຮອງຫົວໜ້າໜ່ວຍງານ ພ້ອມດ້ວຍບັນດາຄະນະຮັບຜິດຊອບບັ້ນສອບເສັງຂັ້ນເມືອງ, ຄູ-ອາຈານ ແລະ ນ້ອງໆນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຄະນະຮັບຜິດຊອບຂັ້ນເມືອງ ໄດ້ລາຍງານກ່ຽວກັບການຫ້າງຫາກະກຽມຄວາມພ້ອມໃນດ້ານຕ່າງໆຂອງການສອບເສັງ ແລະ ຜ່ານກົດລະບຽບການສອບເສັງ ເພື່ອໃຫ້ນ້ອງໆນັກຮຽນໄດ້ຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເປັນເອກະພາບ.
ສຳລັບການສອບເສັງຈົບຊັ້ນປະຖົມສຶກສາ ຂັ້ນ ປ.5 ທົ່ວເມືອງໂພນໄຊ ໃນສົກຮຽນນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນເຕັມ ຄື: ວັນທີ 27-28 ພຶດສະພາ 2026, ໂດຍມີວິຊາສອບເສັງທັງໝົດ 4 ວິຊາຫຼັກຄື: ວິຊາພາສາລາວ (ຫັດແຕ່ງ), ວິຊາພາສາລາວ (ຂຽນທວາຍ ແລະ ຄຳຖາມ), ວິຊາຄະນິດສາດ ແລະ ວິຊາວິທະຍາສາດ-ສິ່ງແວດລ້ອມ. ສົກຮຽນ 2025-2026 ນີ້, ທົ່ວເມືອງໂພນໄຊ ມີນັກສອບເສັງໃນທະບຽນທັງໝົດ 713 ນ້ອງ, ຍິງ 342 ນ້ອງ, ເຊິ່ງໄດ້ແບ່ງອອກເປັນ 11 ສູນສອບເສັງຄື: ສູນສອບເສັງໂຮງຮຽນປະຖົມສົມບູນ ປາກງາ, ສູນສອບເສັງທ່າໂພ, ສູນສອບເສັງໂພນທອງ, ລ້ອງແງດ, ສົບເຈ້ຍ, ຫ້ວຍຂີງ, ດອນດຳ, ຈອມຈຽງ, ກະຕ່າງສະເລື່ອງ, ຫີນຕັ້ງ ແລະ ສູນສອບເສັງໂຮງຮຽນປະຖົມສົມບູນ ໜອງຄຳ.
ໂອກາດນີ້, ທ່ານ ພອນປະດິດ ສຸລິເດດຊານໄຊ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ເນັ້ນໜັກໃຫ້ຄະນະກຳມະການຮັບຜິດຊອບການສອບເສັງທຸກພາກສ່ວນ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດໜ້າທີ່ ແລະ ກົດລະບຽບການສອບເສັງຢ່າງເຂັ້ມງວດ ແລະ ໂປ່ງໃສ ເພື່ອຮັບປະກັນໃຫ້ບັ້ນສອບເສັງໃນຄັ້ງນີ້ດຳເນີນໄປດ້ວຍຄວາມສະຫງົບ, ຖືກຕ້ອງຕາມແຜນການ ແລະ ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບຢ່າງແທ້ຈິງ.
ພາບ-ຂ່າວໂດຍ: ຄຳຫຼ້າ ສກມ ໂພນໄຊ
ກວດແກ້: ສອນອາຄົມ ສກຂ














