ຈຳປາສັກ ແຂ່ງຂັນສິລະປະ-ວັນນະຄະດີນັກຮຽນ ທົ່ວແຂວງ ສ້າງຂະບວນການສະຫຼອງວັນເດັກນ້ອຍສາກົນ-ວັນປູກຕົ້ນໄມ້ແຫ່ງຊາດ ຢ່າງຟົດຟື້ນ
28/05/2026

ວັນທີ 27 ພຶດສະພາ 2026 ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ຈັດການແຂ່ງຂັນສິລະປະ-ວັນນະຄະດີນັກຮຽນທົ່ວແຂວງຂຶ້ນຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ຢູ່ທີ່ສູນການຄ້າ ຕະຫຼາດສະບາຍດີ (ເຟຣນຊິບມໍ) ນະຄອນປາກເຊ ແຂວງຈຳປາສັກ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນເດັກນ້ອຍສາກົນ (1 ມິຖຸນາ) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍມີ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ຂຸນທຶງ ສະຫງວນພັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ, ພ້ອມດ້ວຍຫົວໜ້າຂະແໜງກິລາກາຍຍະກຳແຂວງ, ຕາງໜ້າຜູ້ປະກອບການເຈົ້າຂອງຕະຫຼາດສະບາຍດີ (ແຟນຊີບມໍ) ໃນນາມຜູ້ສະໜັບສະໜູນສະຖານທີ່, ຄູ-ອາຈານ ຜູ້ນຳພາ, ນັກຮຽນນັກສະແດງ, ຕະຫຼອດຮອດມວນຊົນຊາວນະຄອນປາກເຊ ເຂົ້າຮ່ວມຢ່າງຄຶກຄື້ນ.
ການແຂ່ງຂັນຄັ້ງນີ້ມີຕົວແທນນັກຮຽນເຂົ້າຮ່ວມທັງໝົດ 14 ພາກສ່ວນ, ໂດຍແບ່ງອອກເປັນ 2 ປະເພດລາຍການ 1. ປະເພດລາຍການຮ້ອງເພງ (ມີ 10 ພາກສ່ວນເຂົ້າຮ່ວມ) ມີຕົວແທນຈາກ ເມືອງປະທຸມພອນ, ນະຄອນປາກເຊ, ເມືອງປາກຊ່ອງ, ເມືອງຊະນະສົມບູນ, ເມືອງສຸຂຸມາ, ເມືອງຈຳປາສັກ, ເມືອງໂພນທອງ, ເມືອງບາຈຽງ, ມສ ຂົວຕະພານ ແລະ ມ.ປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ.
ຜົນການແຂ່ງຂັນປະກົດວ່າ: ອັນດັບທີ 1 ທ້າວ ອະລິຍະ ບຸນໜູເງິນ ນະຄອນປາກເຊ ຈາກບົດເພງ “ຊື່ລາວດັງກ້ອງ” ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 3,000,000 ກີບ, ອັນດັບທີ 2 ນາງ ບົວແກ້ວ ພົມມະຈັນ ເມືອງຊະນະສົມບູນ ຈາກບົດເພງ “ວຽງໃນຝັນ” ໄດ້ຮັບເງິນສົດ 1,000,000 ກີບ, ອັນດັບທີ 3 ນາງ ພຸດທະກອນ ຜາຍພອນ ເມືອງໂພນທອງ ຈາກບົດເພງ “ແຈ່ວປາບ້ຳຊຳເໜືອ” ໄດ້ຮັບເງິນສົດ 500,000 ກີບ ແລະ ລາງວັນຊົມເຊີຍ ໄດ້ຮັບເງິນສົດ 200,000 ກີບ.
ສ່ວນປະເພດລາຍການຟ້ອນ ມີ 4 ພາກສ່ວນເຂົ້າຮ່ວມ ທີ່ເປັນຕົວແທນຈາກ ມ.ປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ, ນະຄອນປາກເຊ, ເມືອງປະທຸມພອນ ແລະ ເມືອງບາຈຽງຈະເລີນສຸກ. ຜົນການແຂ່ງຂັນ ອັນດັບທີ 1 ໂຮງຮຽນ ມ.ປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ ຈາກບົດຟ້ອນ “ບຸນປົດປີເກົ່າຕ້ອນຮັບປີໃໝ່” ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 5,000,000 ກີບ, ອັນດັບທີ 2 ຕົວແທນນະຄອນປາກເຊ ຈາກບົດຟ້ອນ “ສະເຫຼີມສະຫຼອງບຸນອອກພັນສາ” ໄດ້ຮັບເງິນສົດ 3,000,000 ກີບ, ອັນດັບທີ 3: ເມືອງບາຈຽງຈະເລີນສຸກ ຈາກບົດຟ້ອນ “ເຜົ່າກຶມມຸຮ່ວມໃຈປູກເຂົ້າ” ໄດ້ຮັບເງິນສົດ 2,000,000 ກີບ ແລະ ລາງວັນຊົມເຊີຍ ໄດ້ຮັບເງິນສົດ 500,000 ກີບ.
ການແຂ່ງຂັນສິລະປະວັນນະຄະດີໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງຄວາມສາມາດເທົ່ານັ້ນ, ແຕ່ແມ່ນການຫັນເອົາ ແນວທາງ ແລະ ທັດສະນະຂອງພັກ ກ່ຽວກັບການພັດທະນາຊັບພະຍາກອນມະນຸດໃນໄລຍະໃໝ່ ມາຜັນຂະຫຍາຍໃຫ້ເກີດດອກອອກຜົນຕົວຈິງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ທັງ ເປັນການສ້າງໂອກາດໃຫ້ນັກຮຽນທີ່ມີພອນສະຫວັນ ແລະ ພອນສະແຫວງ ໄດ້ກ້າສະແດງອອກໃນທາງທີ່ຖືກຕ້ອງ, ຊ່ວຍຫຼໍ່ຫຼອມຈິດໃຈເຍົາວະຊົນໃຫ້ມີຄວາມຮັກຊາດ, ຮັກ ແລະ ຫວງແຫນ ພ້ອມທັງສືບທອດມໍລະດົກທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ບໍ່ໃຫ້ສູນຫາຍໄປ. ພ້ອມກັນນັ້ນ, ກິດຈະກຳນີ້ຍັງເປັນກຳແພງປ້ອງກັນ ແລະ ດຶງດູດເອົາຊາວໜຸ່ມ-ເຍົາວະຊົນ ໃຫ້ຫ່າງໄກຈາກສິ່ງເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ຫັນມາສ້າງຄຸນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ ແລະ ປະເທດຊາດ.
ຂ່າວ-ພາບໂດຍ: ຂາວພອນ ມ້າວຄຳຜິວ
















