ຄະນະຮັບຜິດຊອບ ສກຂ ສະຫວັນນະເຂດ ຮ່ວມເປີດຫົວບົດສອບເສັງຈົບຊັ້ນ ປ.5 ຢູ່ທົ່ວນະຄອນໄກສອນ ພົມວິຫານ
28/05/2026

ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2026 ທີ່ຜ່ານມາ ເນື່ອງຈາກຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ຕິດພາລະກິດທາງການ ຈຶ່ງໄດ້ມອບໝາຍໃຫ້ຄະນະຮັບຜິດຊອບຂັ້ນຂະແໜງການ ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ນຳໂດຍ ທ່ານ ສະຫງວນຮັກ ທົງພັກດີ ຫົວໜ້າຂະແໜງຈັດຕັ້ງ, ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ, ທ່ານ ອານຸຊາ ໄກສອນ ຮອງປະທານຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການຮັບຜິດຊອບ, ຄູ-ອາຈານ ທີ່ເຂົ້າຮ່ວມຊຸກຍູ້, ຕິດຕາມ ແລະ ໄຂຫົວບົດສອບເສັງ ພ້ອມດ້ວຍນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ ຢູ່ທີ່ສູນສອບເສັງໂຮງຮຽນປະຖົມສາທິດ ນະຄອນໄກສອນ ພົມວິຫານ.
ທ່ານ ແຖວຄຳ ສຸໂຂ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນ, ສາມັນສຶກສາ ແລະ ວິທະຍາສາດ ໄດ້ລາຍງານໃຫ້ຮູ້ວ່າ: ການສອບເສັງຈົບຊັ້ນ ປ.5 ທົ່ວນະຄອນ ໄກສອນ ພົມວິຫານ ໃນສົກຮຽນ 2025-2026 ນີ້ ມີນັກສອບເສັງທັງໝົດ 1.967 ກວ່າຄົນ, ແບ່ງອອກເປັນ 15 ສູນສອບເສັງ (108 ຫ້ອງເສັງ), ໃນນີ້ມີສູນໃນເທດສະບານ 09 ສູນ ແລະ ເຂດນອກເທດສະບານ 06 ສູນ. ສະເພາະຢູ່ຈຸດສູນສອບເສັງໂຮງຮຽນປະຖົມສາທິດ ແມ່ນມີນັກສອບເສັງ 226 ຄົນ ຍິງ 106 ຄົນ (ໃນນັ້ນມີສາຍພາສາຝຣັ່ງ 154 ຄົນ, ຍິງ 88 ຄົນ). ສຳລັບວິຊາສອບເສັງປະກອບມີ 04 ວິຊາ ຄື: ພາສາລາວ, ຂຽນທວາຍ, ຄະນິດສາດ ແລະ ໂລກອ້ອມຕົວ ໂດຍຈະໃຊ້ເວລາດຳເນີນການ 2 ວັນ (ວັນທີ 26-27 ພຶດສະພາ 2026).
ໃນໂອກາດນີ້ ຂັ້ນແຂວງ ແລະ ຂັ້ນນະຄອນ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະກຳມະການຍາມຫ້ອງສອບເສັງທຸກທ່ານ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ເຮັດໜ້າທີ່ດ້ວຍຄວາມບໍລິສຸດຍຸຕິທຳ ແລະ ຮັກສາລະບຽບການສອບເສັງຢ່າງເຄັ່ງຄັດ; ພ້ອມທັງກ່າວເນັ້ນໃຫ້ນ້ອງໆນັກຮຽນທຸກຄົນ ຈົ່ງເອົາໃຈໃສ່ໝູນໃຊ້ຄວາມຮູ້ທີ່ໄດ້ຮໍ່າຮຽນມາເຂົ້າໃນການແກ້ບົດສອບເສັງໃຫ້ໄດ້ຮັບຜົນດີ, ເນັ້ນໃສ່ຄຸນນະພາບຕົວຈິງ ແລະ ເອົາໃຈໃສ່ຮັກສາສຸຂະພາບຕະຫຼອດໄລຍະການສອບເສັງ.
ຫຼັງຈາກພິທີເປີດຫົວບົດສອບເສັງຢ່າງເປັນທາງການແລ້ວ, ຄະນະຮັບຜິດຊອບຈາກພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະນຳນະຄອນ, ຄູ-ອາຈານ ແລະ ແຂກຖືກເຊີນ ຍັງໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອສ້າງຂະບວນການ, ສ້າງຄວາມຂຽວງາມ ແລະ ເປັນທີ່ລະລຶກຮ່ວມກັນຕື່ມອີກ.















