Skip to main content

ສອບເສັງ ຈົບຊັ້ນປະຖົມສຶກສາ ປ.5 ທົ່ວເມືອງຈອມເພັດ ສົກຮຽນ 2025-2026

28/05/2026
ໃນຕອນເຊົ້າວັນທີ 27 ພຶດສະພາ 2026 ຫ້ອງການສຶກສາທິການ ແລະ ກິລາ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດການສອບເສັງ ຈົບຊັ້ນປະຖົມສຶກສາ ປ.5 ທົ່ວເມືອງ ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການ ທີ່ໂຮງຮຽນປະຖົມສົມບູນ ບ້ານ ໂພລາດ ເມືອງຈອມເພັດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວິລະພົງ ພົງດາລາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງ ເມືອງຈອມເພັດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີທ່ານ ນາງ ຈັນສະມຸດ ສຸກຂະເສີມ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າໜ່ວຍງານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ຈັນສະມຸດ ສຸກຂະເສີມ ໄດ້ລາຍງານວ່າ ປີນີ້ທົ່ວເມືອງຈອມເພັດ ມີໂຮງຮຽນປະຖົມເຂົ້າຮ່ວມສອບເສັງ 57 ແຫ່ງ,ໄດ້ແບ່ງເປັນສູນສອບເສັງ 12 ສູນ, ມີ 32 ຫ້ອງສອບເສັງ ມີນັກຮຽນຊັ້ນ ປ.5 ທີ່ມີສິດເຂົ້າສອບເສັງ ທັງໝົດ 647 ນ້ອງ, ຍິງ 325 ນ້ອງ,ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກຮຽນ ແລະ ຮັບປະກັນຄວາມໂປ່ງໃສ, ຍຸດຕິທຳ, ປາສະຈາກການທຸຈະລິດໃນການສອບເສັງ.
ທ່ານ ວິລະພົງ ພົງດາລາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງ ເມືອງຈອມເພັດ ໄດ້ກ່າວເປີດພິທີ ແລະ ກ່າວໂອ້ລົມນັກຮຽນວ່າ: “ການສອບເສັງ ປ.5 ແມ່ນດ້ານໜຶ່ງທີ່ສຳຄັນ ເປັນການວັດແທກຄວາມຮູ້ຄວາມສາມາດຂອງນ້ອງໆ ກ່ອນກ້າວຂຶ້ນຮຽນຊັ້ນມັດທະຍົມ. ຂໍໃຫ້ນ້ອງໆທຸກຄົນສອບເສັງຢ່າງມີສະຕິ, ມີຄວາມຊື່ສັດ, ທົບທວນບົດຮຽນໃຫ້ດີ ແລະ ໝັ້ນໃຈໃນຕົນເອງ. ຜົນຂອງການສອບເສັງຄັ້ງນີ້ຈະເປັນພື້ນຖານໃຫ້ນ້ອງໆສືບຕໍ່ຮ່ຳຮຽນເພື່ອກາຍເປັນຄົນດີຂອງຊາດໃນອະນາຄົດ”.
ພາຍຫຼັງພິທີເປີດ, ຄະນະກຳມະການສອບເສັງຂັ້ນເມືອງ ໄດ້ກວດກາຄວາມພ້ອມຂອງສູນສອບເສັງ ແລະ ເນັ້ນຢ້ຳຄືນກ່ຽວກັບບັນດາລະບຽບການສອບເສັງໃຫ້ແກ່ຄູປະຈໍາຫ້ອງສອບເສັງ ແລະ ນັກຮຽນເພື່ອຮັບປະກັນວ່າການສອບເສັງດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ.
ການຈັດສອບເສັງ ຈົບຊັ້ນປະຖົມສຶກສາ ປີທີ 5 ໃນຄັ້ງນີ້ ແມ່ນເພື່ອຄັດເລືອກ ແລະ ປະເມີນຜົນນັກຮຽນໃຫ້ໄດ້ມາດຕະຖານ ກ່ອນຈະສືບຕໍ່ເຂົ້າຮຽນຊັ້ນມັດທະຍົມສຶກສາ ຕອນຕົ້ນ ໃນປີໜ້າ.
ພາບ-ຂ່າວ: ພັນທະລີ ສຸກຂະເສີມ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ