Skip to main content
23/02/2026 | ສຶກສາ

ສສກ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັບລົດ ພາຍໃນສໍານັກກະຊວງ

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັບລົດ ພາຍໃນສໍານັກກະຊວງສຶກສາການ ແລະ ກິລາ ໃນວັນທີ 19 ກຸມພາ 2026 ຫ້ອງປະຊຸມຊັ້ນ3 ຕຶກເຈົ້າອານຸວົງ ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີພະນັກງານຈາກຫ້ອງການ, ກົມ, ສະຖາບັນ, ສໍານັກພິມສຶກສາ, ສູນ, ພະນັກງານຂັບລົດຈາກຫ້ອງການ, ຈາກໂຄງການ ພ້ອມດ້ວຍວິທະຍາກອນຈາກພະແນກຈະລາຈອນນະຄອນຫຼວງ ແລະ ຈາກໂຮງຮຽນສອນຂັບລົດທົ່ງສາງນາງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ໄດ້ກ່າວເປີດ ແລະ ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງພະນັກງານຂັບລົດ ທີ່ມີບົດບາດສຳຄັນໃນການຮັບໃຊ້ການນຳ ແລະ ວຽກງານບໍລິຫານ. ຈາກນັ້ນກອງປະຊຸມໄດ້ດຳເນີມຕາມວາລະສຳຄັນເຊັ່ນ: ການນຳສະເໜີສະພາບລວມການສັນຈອນ ຕາມທ້ອງຖະໜົນຫຼວງ ໃນຂອບເຂດນະຄອນຫຼວງວຽງຈັນ; ຄວາມສໍາຄັນ, ບົດບາດ ແລະ […]

18/02/2026 | ສຶກສາ

ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ຝຶກອົບຮົມສ້າງວິດີໂອການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ສ້າງວິດີໂອປູກຈິດສຳນຶກ ເພື່ອຍົກລະດັບການປົກປ້ອງເດັກໃນໂຮງຮຽນໃນທົ່ວປະເທດ ເພື່ອຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນຫົວຂໍ້ “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ” ໃນວັນທີ 16 ກຸມພາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງ ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີຜູ້ຊ່ຽວຊານຈາກສະຖານທູດອົດສະຕາລີ, ພ້ອມດ້ວຍພະນັກງານຈາກພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກນ້ອຍ, ພະນັກງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ພາກສວ່ນທີ່ກ່ຽວຂ້ອງຢ່າງພ້ອມພຽງ. ໃນໂອກາດນີ້, ທ່ານ ນາງ ມະໂນລີ ດົງວັນ ໄດ້ກ່າວໃຫ້ຮູ້ວ່າ: ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ […]

17/02/2026 | ສຶກສາ

ຮອງລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະຜູ້ແທນອົງການ ຢູນີເຊັບ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ

ເມື່ອວັນທີ 12 ກຸມພາ 2026 ທີ່ຫ້ອງຮັບແຂກ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະຜູ້ແທນຈາກອົງການ ຢູນີເຊັບ (UNICEF) ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ນຳໂດຍ ທ່ານ ມຽວຊິນ ຍຸນ (Myo-Zin Nyunt) ຮອງຜູ້ຕາງໜ້າອົງການ ຢູນີເຊັບ ພ້ອມຄະນະ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ການພັດທະນາເດັກ ໃນ ສປປ ລາວ, ມີຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ການພົບປະຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລື ແລະ ທົບທວນຜົນການຮ່ວມມືລະຫວ່າງສອງພາກສ່ວນໃນໄລຍະຜ່ານມາ ພ້ອມທັງກຳນົດທິດທາງການຮ່ວມມືໃນໄລຍະຕໍ່ໜ້າ ໂດຍສຸມໃສ່ການພັດທະນາການສຶກສາຂັ້ນພື້ນຖານ, ການຍົກລະດັບຄຸນນະພາບຄູ-ອາຈານ, ການສົ່ງເສີມໂອກາດການຮຽນຮູ້ໃຫ້ເດັກນ້ອຍໃນເຂດຫ່າງໄກສອກຫຼີກ ແລະ ການຄຸ້ມຄອງສິດທິເດັກ. ນອກຈາກນັ້ນ, ການພົບປະໃນຄັ້ງນີ້ […]

12/02/2026 | ສຶກສາ

ອະດີດນັກສຶກສາ ແລະ ນັກສຶກສາຄົ້ນຄວ້າປະລິນຍາເອກ ມອບອຸປະກອນການສຶກສາ ມູນຄ່າ 760 ລ້ານກວ່າກີບ ໃຫ້ມະຫາວິທະຍາໄລແຫ່ງຊາດ

ພິທີມອບ-ຮັບອຸປະກອນດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 4 ກຸມພາ 2026 ທີ່ຫ້ອງຮັບແຂກ ຕຶກຄະນະອຳນວຍການ ມະຫາວິທະຍາໄລແຫ່ງຊາດ (ມຊ), ໃຫ້ກຽດມອບໂດຍ ທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ໃຫ້ກຽດກ່າວຮັບຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະອຳນວຍການ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ສຳລັບອຸປະກອນການສຶກສາ ທີ່ນຳມາມອບໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ປະກອບມີ ໂຕະ, ຕັ່ງ ສໍາລັບນັກສຶກສາ 90 ຊຸດ ແລະ ຕັ່ງ ສຳລັບຄູສອນ 3 ຊຸດ, ເຄື່ອງສາຍໂປຣເຈັກເຕີ 3 ໜ່ວຍ, ເຄື່ອງປັບອາກາດ (ແອ) ຈຳນວນ 6 ໜ່ວຍ, ກະດານແມ່ເຫຼັກ 3 ແຜ່ນ ແລະ ຄອມພິວເຕີ 35 […]

12/02/2026 | ສຶກສາ

ສາມອົງການຈັດຕັ້ງມະຫາຊົນ ສສກ ຈັດຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ເມື່ອວັນທີ 3 ກຸມພາ 2026 ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສຸກສະຫວັນ ອິນຄະວິໄລ ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຮສ.ປອ ຄໍາປະເສີດ ເທບວົງສາ ຫົວໜ້າຄະນະວິຊາຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ), ສະຫາຍ ນາງ ທັດສະນະລອນ ສີສຸນົນ ຕາງໜ້າຄະນະບໍລິຫານງານສະຫະພັນກຳມະບານ ສສກ, ທ່ານ ພຸດທອງ ຄຳວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ ພ້ອມດ້ວຍຜູ້ຕາງໜ້າຈາກສະຫະພັນແມ່ຍິງ ຕະຫຼອດຮອດຄະນະຮັບຜິດຊອບ, ຄູອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການຈັດງານໃນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ແລະ ຂອງພັກ ປີ 2025 ກໍຄື: […]

12/02/2026 | ສຶກສາ

ສກມ ສີໂຄດຕະບອງ ຈັດສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປະຈຳສົກຮຽນ 2025-2026

ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ຊັ້ນປະຖົມສຶກສາ ປ.5, ຊັ້ນມັດທະຍົມຕອນຕົ້ນ ມ.4 ແລະ ຊັ້ນມັດທະຍົມຕອນປາຍ ມ.7 ເມື່ອວັນທີ 5 ກຸມພາ 2026 ທີ່ໂຮງຮຽນມັດທະຍົມຕອນປາຍວຽງຈັນ-ໂຮ່ຈິມິນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດດັ່ງກ່າວ, ທ່ານ ສິນໄຊ ສຸທຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ທົ່ວເມືອງສີໂຄດຕະບອງ ມີນັກສອບເສັງຄັດເລືອກນັກຮຽນເກັ່ງ ຂັ້ນ ປ.5, ມ.4 ແລະ ມ.7 ທັງພາກລັດ ແລະ […]

12/02/2026 | ສຶກສາ

ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ III ກະຊວງ ສສກ ຈັດກິດຈະກຳອອກແຮງງານລວມ ແລະ ແຂ່ງຂັນກິລາມິດຕະພາບ ຢ່າງຟົດຟື້ນ

ໃນຕອນບ່າຍວັນທີ 6 ກຸມພາ 2025 ທີ່ເດີ່ນສະຖາບັນພັດທະນາການບໍລິຫານການສຶກສາ (ຫຼັກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ນັກສຶກສາທິດການສະດີການເມືອງ ຂັ້ນຕົ້ນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກິດຈະກຳອອກແຮງງານລວມ ແລະ ແຂ່ງຂັນກິລາເປຕັງມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີ, ໂດຍການນຳພາຂອງ ສະຫາຍ ປອ ສົມສີ ໄຊຍະລາດ ຫົວໜ້າຫ້ອງທິດການສະດີການເມືອງ ຂັ້ນຕົ້ນ ຊຸດທີ III ພ້ອມດ້ວຍຄະນະ ແລະ ສະມາຊິກນັກສຶກສາ ຈຳນວນ 63 ສະຫາຍ ຍິງ 23 ສະຫາຍ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ສຳລັບກິດຈະກຳໃນຄັ້ງນີ້ ແມ່ນໄດ້ມີການອະນາໄມຕາມສະຖານທີ່ຕ່າງໆອ້ອມແອ້ມຕຶກອາຄານຮຽນ ແລະ ຕຶກຫ້ອງປະຊຸມໃຫຍ່ຂອງສະຖາບັນພັດທະນາການບໍລິຫານການສຶກສາ ແລະ ໄດ້ມີການຕໍ່ທໍ່ນ້ຳໃສ່ຖັງເກັບນ້ຳ ເພື່ອໃຫ້ມີນ້ຳໃຊ້ຢ່າງພຽງພໍ. ນອກຈາກນີ້ຍັງໄດ້ມີການຈັດກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບຕື່ມອີກ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງ ແລະ ລະຫວ່າງນັກສຶກສາດ້ວຍກັນເອງ ເພື່ອສ້າງໂອກາດໃຫ້ທຸກສະຫາຍໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ […]

10/02/2026 | ສຶກສາ

ເປີດຊຸດຝຶກອົບຮົມຫຼັກສູດບໍລິຫານຄຸ້ມຄອງລັດ ໃຫ້ຜູ້ບໍລິຫານລະດັບສູງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີພິທີເປີດຊຸດຝຶກອົບຮົມ ຫຼັກສູດບໍລິຫານ-ຄຸ້ມຄອງລັດ ໃຫ້ແກ່ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອໍານວຍການສະຖາບັນ, ສໍານັກພິມສຶກສາ ແລະ ກິລາ, ວິທະຍາໄລ ແລະ ສູນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ໃນວັນທີ 9 ກຸມພາ 2026 ທີ່ຫ້ອງປະຊຸມສະຖາບັນພັດທະນາບໍລິຫານການສຶກສາ (ຫຼັກ8), ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີວິທະຍາກອນ, ສຳມມະນາກອນ ຈຳນວນ 40 ທ່ານ, ຍິງ 11 ທ່ານ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວມີຄຳເຫັນວ່າ: ສໍາລັບການຝຶກອົບຮົມຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍຕໍ່ວຽກງານບໍລິຫານ ແລະ ຄຸ້ມຄອງການສຶກສາ, […]