Skip to main content

ສາມອົງການຈັດຕັ້ງມະຫາຊົນ ສສກ ຈັດຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ

12/02/2026
ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ເມື່ອວັນທີ 3 ກຸມພາ 2026 ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສຸກສະຫວັນ ອິນຄະວິໄລ ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຮສ.ປອ ຄໍາປະເສີດ ເທບວົງສາ ຫົວໜ້າຄະນະວິຊາຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ), ສະຫາຍ ນາງ ທັດສະນະລອນ ສີສຸນົນ ຕາງໜ້າຄະນະບໍລິຫານງານສະຫະພັນກຳມະບານ ສສກ, ທ່ານ ພຸດທອງ ຄຳວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ ພ້ອມດ້ວຍຜູ້ຕາງໜ້າຈາກສະຫະພັນແມ່ຍິງ ຕະຫຼອດຮອດຄະນະຮັບຜິດຊອບ, ຄູອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດງານໃນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ແລະ ຂອງພັກ ປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 70 ປີ (22/3/1955-22/3/2025); ວັນສະຖາປະນາ ສປປ ລາວ 50 ປີ(2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ 105 ປີ (13/12/1920-13/12/2025) ແລະ ຂໍ່ານັບຮັບຕ້ອນ ແລະ ຊົມເຊີມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.
ຜ່ານການແຂ່ງຂັນ ຖາມ-ຕອບວິທະຍາສາດ ອັນດັບທີ 1 ໄດ້ແກ່ ທີມວິສະວະກຳເຄມີ, ອັນດັບທີ 2 ວິສະວະກຳກົນຈັກ ແລະ ອັນດັບທີ 3 ທີມວິສະວະກຳສິ່ງແວດລ້ອມ. ຈາກນັ້ນ, ໃນພິທີກໍໄດ້ມີການມອບຫຼຽນລາງວັນ ແລະ ມອບໃບຍ້ອງຍໍໃຫ້ຜູ້ທີ່ເຂົ້າຮ່ວມແຂ່ງຂັນ ແລະ ຄູອາຈານນໍາພານັກຮຽນເຂົ້າຮ່ວມແຂ່ງຂັນອີກດ້ວຍ.
ພາບ-ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ