ອະດີດນັກສຶກສາ ແລະ ນັກສຶກສາຄົ້ນຄວ້າປະລິນຍາເອກ ມອບອຸປະກອນການສຶກສາ ມູນຄ່າ 760 ລ້ານກວ່າກີບ ໃຫ້ມະຫາວິທະຍາໄລແຫ່ງຊາດ
12/02/2026

ພິທີມອບ-ຮັບອຸປະກອນດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 4 ກຸມພາ 2026 ທີ່ຫ້ອງຮັບແຂກ ຕຶກຄະນະອຳນວຍການ ມະຫາວິທະຍາໄລແຫ່ງຊາດ (ມຊ), ໃຫ້ກຽດມອບໂດຍ ທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ໃຫ້ກຽດກ່າວຮັບຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະອຳນວຍການ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສຳລັບອຸປະກອນການສຶກສາ ທີ່ນຳມາມອບໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ປະກອບມີ ໂຕະ, ຕັ່ງ ສໍາລັບນັກສຶກສາ 90 ຊຸດ ແລະ ຕັ່ງ ສຳລັບຄູສອນ 3 ຊຸດ, ເຄື່ອງສາຍໂປຣເຈັກເຕີ 3 ໜ່ວຍ, ເຄື່ອງປັບອາກາດ (ແອ) ຈຳນວນ 6 ໜ່ວຍ, ກະດານແມ່ເຫຼັກ 3 ແຜ່ນ ແລະ ຄອມພິວເຕີ 35 ຊຸດ ລວມມູນຄ່າ 760,500,000 ກີບ. ຊຶ່ງອຸປະກອນການສຶກສາທັງໝົດນີ້ ແມ່ນເພື່ອນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງການຮຽນ ການສອນຂອງ ມຊ ແນໃສ່ສ້າງໄດ້ນັກສຶກສາທີ່ມີຄວາມຮູ້ຄວາມສາມາດ ອອກຮັບໃຊ້ສັງຄົມ.
ໃນໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການມອບຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ເປັນປະໂຫຍດທີ່ດີທີ່ສຸດ ເຂົ້າໃນການພັດທະນາພື້ນຖານໂຄງລ່າງຂອງວຽກງານການສຶກສາຂອງພວກເຮົາ ເພື່ອທີ່ຈະນຳໄປໃຊ້ເຂົ້າໃນການຈັດຕັ້ງຮຽນການສອນ. ຄືດັ່ງທີ່ເຮົາຮູ້ກັນດີ ປັດຈຸບັນນີ້ເປັນຍຸກຂອງການພັດທະນາເຕັກໂນໂລຊີສະໄໝໃໝ່, ອຸປະກອນການຮຽນທີ່ທັນສະໄໝ ຖືວ່າເປັນສິ່ງທີ່ຈຳເປັນຫຼາຍທີ່ຕ້ອງໄດ້ໃຊ້ ເພື່ອທີ່ຈະນຳໄປພັດທະນາການສຶກສາຢ່າງບໍ່ຢຸດຢັ້ງ. ດັ່ງນັ້ນຈຶ່ງຮຽນຮ້ອງມາຍັງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈົ່ງນຳເອົາອຸປະກອນເຕັກໂນໂລຊີນີ້ ໄປໝູນໃຊ້ເຂົ້າໃນການຮຽນການສອນໃຫ້ເກີດຜົນປະໂຫຍດສູງສຸດ ແລະ ນຳໄປພັດທະນາຫຼັກສູດການຮຽນການສອນ ໃຫ້ນັບມື້ນັບຫຼາຍຂຶ້ນ ກ້າວໄປສູ່ລະດັບສາກົນ. ສະນັ້ນ, ເວົ້າລວມແລ້ວເຫັນວ່າ ໂຕເລກຂອງນັກສຶກສາໃນປີນີ້ ແມ່ນມີທ່າອ່ຽງເພີ່ມຂຶ້ນຫຼາຍ ພາຍຫຼັງທີ່ໄດ້ມີການຮ່ວມມືກັບຕ່າງປະເທດ ກໍຄືປະເທດ ສປ ຈີນ ແລະ ໃນອະນາຄົດກໍຈະໄດ້ມີການຮວ່ມມືກັບ ກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ໃນການສ້າງມະຫາວິທະຍາໄລສາກົນ ລາວ-ຫວຽດນາມ.
ຕອນທ້າຍພິທີ, ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈມາຍັງ ອະດີດນັກສຶກສາ ມຊ ແລະ ນັກຄົ້ນຄວ້າປະລິນຍາເອກ ທີ່ໄດ້ປະກອບສ່ວນສຳຄັນ ກໍຄືທຶນຮອນ ແລະ ປັດໄຈ ດ້ານອຸປະກອນການສຶກສາ ເພື່ອມາມອບໃຫ້ ມຊ ໃນຄັ້ງນີ້ ແລະ ຫວັງວ່າ ມຊ ຈະນຳໄປໝູນໃຊ້ເຂົ້າໃນ ວຽກງານການຮຽນການສອນ ໃຫ້ເທດເໝາະ ແລະ ເກີດອອກອອກຜົນສູງສຸດ.
ພາບ-ຂ່າວໂດຍ: ການຈະນາ















