Skip to main content
19/01/2026 | ສຶກສາ

ກະຊວງ ສສກ ເປີດຊຸດອົບຮົມວຽກງານກໍ່ສ້າງພັກໃຫ້ຄະນະພັກ ແລະ ຜູ້ກວດກາພັກ ແຕ່ລະຂັ້ນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດຊຸດຝຶກອົບຮົມວຽກງານກໍ່ສ້າງພັກເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະພັກ ແລະ ຜູ້ກວດກາພັກ ແຕ່ລະຂັ້ນທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໃນຕອນເຊົ້າວັນທີ 19 ມັງກອນ 2026 ທີ່ສະຖາບັນພັດທະນາຜູ້ບໍລິຫານການສຶກສາ (ຫຼັກ8) ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜ່ໍເມກ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະພັກ, ສະຫາຍເລຂາໜ່ວຍພັກ-ຄະນະພັກຮາກຖານ, ປະທານກວດກາຄະນະພັກຮາກຖານ, ຜູ້ກວດກາໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກກະຊວງ ກວ່າ 80 ສະຫາຍ  ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນກ່າວເປີດ ບາງຕອນວ່າ: ພິທີຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ໃຫ້ບັນດາສະຫາຍຄະນະພັກ-ຄະນະນຳ ກະຊວງສຶກສາທິການ ແລະ ກິລາ ມີຂຶ້ນພາຍໃຕ້ບັນຍາກາດທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຫາກໍອັດລົງດ້ວຍຜົນສຳເລັດອັນສະຫງ່າງາມ. […]

19/01/2026 | ສຶກສາ

ຫ້ອງການ ສສກ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025

ຫ້ອງການກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ໃນວັນທີ 16 ມັງກອນ 2025 ທີ່ຫ້ອງປະຊຸມ ສູນພັດທະນາການບໍລິຫານການສຶກສາ ເມືອງວັງວຽງ ແຂວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການພາຍໃນຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວເປີດກອງປະຊຸມ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ທາງຫ້ອງການກະຊວງຍາດມາໄດ້ໃນໄລຍະຜ່ານມາ ແລະ ກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດໃນດ້ານດີເພື່ອໃຫ້ເກີດດອກອອກຜົນ. ຄຽງຄູ່ກັນນັ້ນ, ກໍຍັງບັນຫາສິ່ງທ້າທາຍ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂໃນບາງດ້ານເພື່ອເຮັກໃຫ້ວຽກງານມີການຂັບເຄື່ອນໄປດ້ວຍດີ ເພາະວ່າຫ້ອງການກະຊວງສຶກສາທິການ ແລະ ກິລາຂອງພວກເຮົາເປັນສູນລວມ ແລະ ເປັນເສນາທິການໃຫ້ແກ່ການນໍາ, ເປັນໃຈກາງປະສານງານລະຫວ່າງການນໍາ ແລະ ບັນດາກົມ, […]

19/01/2026 | ສຶກສາ

ລາວ-ກຳປູເຈຍ ທັດສະນະສຶກສາແລກປ່ຽນວຽກການສິດສອນເດັກປະລະການຮຽນໃນຊຸມຊົນ ທີ່ພະນົມເປັນ

ເມື່ອອາທິດຜ່ານມາ, ຄະນະຜູ້ແທນສຶກສາຈາກ ສປປ ລາວ ຈຳນວນ 10 ທ່ານ ຊຶ່ງນຳໂດຍ ຮອງສາດສະດາຈານ ປະລິນຍາເອກ ນາງ ສິລິນທອນ ສັກລໍຄຳ, ຜູ້ອຳນວຍການສູນການສຶກສາ ເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ໄດ້ເດີນທາງໄປພະນົມເປັນ, ປະເທດກຳປູເຈຍ ເພື່ອທັດສະນະສຶກສາ ແລະ ແລກປ່ຽນ ວຽກງານການສິດສອນ ທີ່ແທດເໝາະກັບລະດັບການສຶກສາຂອງເດັກນ້ອຍ ທີ່ປະລະການຮຽນໃນຊຸມຊົນ. ຈຸດປະສົງຂອງການໄປທັດສະນະສຶກສາຄັ້ງນີ້ ຍັງແນໃສ່ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມຮູ້ໃຫ້ແກ່ເດັກນ້ອຍ ທີ່ປະລະການຮຽນ ແລະ ການຈັດຕັ້ງປະຕິບັດໂຄງການ ລວມທັງການປະສານງານຮ່ວມມືກັນກັບກະຊວງສຶກສາຂອງກຳປູເຈຍໃນອະນາຄົດ. ໃນໂອກາດທີ່ເດີນທາງ ໄປກຳປູເຈຍ ແຕ່ວັນທີ 16-18 ມັງກອນນີ້, ຄະນະຜູ້ແທນສຶກສາຂອງ ສປປ ລາວ ຊຶ່ງປະກອບມີຜູ້ຕາງໜ້າຈາກ ກົມການສຶກສານອກໂຮງຮຽນ, ກົມຮ່ວມມືກັບຕ່າງປະເທດ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສູນການສຶກສາເພື່ອພັດທະນາຊຸມຊົນ ຂົງເຂດອາຊີຕາເວັນອອກສ່ຽງໃຕ້, ສູນການສຶກສາການສຶກສານອກໂຮງຮຽນ, ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ຫ້ອງການສຶກສາທິການ ແລະ ກິລາ ເມືອງນອງ […]

15/01/2026 | ສຶກສາ

ຫາລືແນວທາງການຮ່ວມມືວຽກງານອະຊີວະສຶກສາ ຢູ່ ສປປ ລາວ

ຄະນະນຳກະຊວງສຶກສາທິການ ແລະ ກິລາ (ສສກ) ສປປ ລາວ ແລະ ຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ພົບປະຫາລືແນວທາງການຮ່ວມມືໃນຂອບເຂດວຽກງານອະຊີວະສຶກສາ ເພື່ອຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ ພ້ອມທັງເປັນການພັດທະນາວຽກງານອາຊີວະສຶກສາ ຢູ່ ສປປ ລາວ ໃຫ້ນັບມື້ພັດທະນາຂຶ້ນເປັນກ້າວໆ. ເມື່ອວັນທີ 12 ມັງກອນ 2026 ທີ່ຫ້ອງຮັບແຂກ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນາງ ມິເຊລາ ແຮນນິງ ຮອງຫົວໜ້າພະແນກຮັບຜິດຊອບອາຊີຕາເວັນອອກສຽງໃຕ້ ກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ, ມີຜູ້ຕາງໜ້າຈາກຫ້ອງການ ແລະ ຫົວໜ້າກົມທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ […]

15/01/2026 | ສຶກສາ

ຄະນະນໍາ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານລັດຖະມົນຕີ ທີ່ໄດ້ຮັບເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ສະໄໝທີ XII

ໃນວັນທີ 14 ມັງກອນ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ (ສສກ) ນຳພາໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານພັກກະຊວງ, ຄະນະລັດຖະມົນຕີ, ຫົວໜ້າຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ ຕະຫຼອດຮອດສະມາຊິກພັກ ແລະ ພະນັກງານ ພາຍໃນກະຊວງ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ສະໄໝທີ XI, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຖືກຮັບເລືອກໃຫ້ເປັນ ກຳມະການກົມການເມືອງສູນກາງພັກ ສະໄໝທີ XII. ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ […]

14/01/2026 | ສຶກສາ

ສສກ-ອີດີເອັບ ລາວ ສືບຕໍ່ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ 4 ແຂວງເປົ້າໝາຍ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກອງທຶນການສຶກສາເພື່ອພັດທະນາ (EDF Lao) ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ຢູ່ 4 ແຂວງເປົ້າໝາຍຂອງໂຄງການ ເມື່ອບໍ່ດົນມານີ້ ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດລົງນາມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ດຣ ຄໍາຮຽນ ອິນທະຫວາ ປະທານກອງທຶນການສຶກສາເພື່ອພັດທະນາ ປະຈໍາ ສປປ ລາວ, ເຂົ້າຮ່ວມເປັນສັກຂີພິຍານມີຕາງໜ້າຈາກຫ້ອງການກະຊວງ, ກົມສ້າງຄູ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ທັງ 4 ແຂວງເປົ້າໝາຍເຂົ້າຮ່ວມທາງອອນລາຍ. ການຮ່ວມມືເຊັນສັນຍາໃນຄັ້ງນີ້, ພາຍໃຕ້ໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ […]

14/01/2026 | ສຶກສາ

ສສກ ປຶກສາຫາລືວຽກງານສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມການສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ການນໍາສະເໜີສະພາບ ແລະ ສິ່ງທ້າທາຍໃນປັດຈຸບັນຂອງການສຶກສາຮຽນຮ່ວມສຳລັບຄົນພິການ ເມື່ອວັນທີ 12 ມັງກອນ 2026 ທີ່ຫ້ອງປະຊຸມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສຂອງອົງການຮ່ວມມືສາກົນຍີ່ປຸນ (ໄຈກ້າ) ປະຈໍາລາວ, ມີເລຂານຸການໃຫຍ່ອົງການຄົນພິການອາຊີ ເພື່ອການພັດທະນາ, ທີ່ປຶກສາອົງການໄຈກ້າ, ຫົວໜ້າກົມ, ຮອງຫົວໜ້າກົມ, ສະຖາບັນ, ສູນ ແລະ ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເນັ້ນໃສ່ການສຶກສາຮຽນຮ່ວມສໍາລັບເດັກພິການ ຊຶ່ງເປັນຫົວຂໍ້ທີ່ເປັນປັດໄຈຫຼັກສໍາຄັນ ເພື່ອບັນລຸຕາມວິໄສທັດຂອງລັດຖະບານ ສປປ ລາວ ທີ່ວ່າ ບໍ່ປະໃຜໄວ້ເບື້ອງຫຼັງ ສໍາລັບການສຶກສາ. […]

06/01/2026 | ສຶກສາ

ແຕ່ນີ້ຮອດປີ 2030 ການພັດທະນາຊັບພະຍາກອນມະນຸດ ຕ້ອງສອດຄ່ອງກັບການພັດທະນາປະເທດຊາດ ໃນເງື່ອນໄຂໃໝ່

ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕາງໜ້າໃຫ້ກະຊວງສຶກສາທິການ ແລະ ກິລາ ແລະ ຄະນະກໍາ ມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ເມື່ອຕອນບ່າຍວັນທີ 6 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ການພັດທະນາຊັບພະຍາກອນມະນຸດ ເພື່ອຕອບ ສະໜອງການພັດທະນາປະເທດຊາດ ໃນໄລຍະໃໝ່”   ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ລາຍງານໃຫ້ຮູ້ວ່າ: ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ ໄດ້ຮັບກຽດໃຫ້ຂຶ້ນມີຄວາມເຫັນ ພາຍໃຕ້ຫົວຂໍ້: “ການພັດທະນາຊັບພະຍາກອນມະນຸດ ເພື່ອຕອບ ສະໜອງການພັດທະນາປະເທດຊາດ ໃນໄລຍະໃໝ່” ຊຶ່ງເປັນຫົວຂໍ້ທີ່ມີຄວາມໝາຍຄວາມສໍາຄັນຍຸດທະສາດຂອງຊາດ ແລະ ເປັນບັນຫາທີ່ພວກ ເຮົາຈະໄດ້ພ້ອມກັນຄົ້ນຄວ້າ ແລະ […]