ຫາລືແນວທາງການຮ່ວມມືວຽກງານອະຊີວະສຶກສາ ຢູ່ ສປປ ລາວ
15/01/2026
ຄະນະນຳກະຊວງສຶກສາທິການ ແລະ ກິລາ (ສສກ) ສປປ ລາວ ແລະ ຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ພົບປະຫາລືແນວທາງການຮ່ວມມືໃນຂອບເຂດວຽກງານອະຊີວະສຶກສາ ເພື່ອຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ ພ້ອມທັງເປັນການພັດທະນາວຽກງານອາຊີວະສຶກສາ ຢູ່ ສປປ ລາວ ໃຫ້ນັບມື້ພັດທະນາຂຶ້ນເປັນກ້າວໆ.
ເມື່ອວັນທີ 12 ມັງກອນ 2026 ທີ່ຫ້ອງຮັບແຂກ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນາງ ມິເຊລາ ແຮນນິງ ຮອງຫົວໜ້າພະແນກຮັບຜິດຊອບອາຊີຕາເວັນອອກສຽງໃຕ້ ກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ, ມີຜູ້ຕາງໜ້າຈາກຫ້ອງການ ແລະ ຫົວໜ້າກົມທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ປະເທດເຢຍລະມັນ ທີ່ໄດ້ຮ່ວມມືກັນໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືໃນຂະແໜງການຍ່ອຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໄດ້ຮັບການສະໜັບສະໜູນຈາກການຮ່ວມມືລາວ-ເຢຍລະມັນຕະຫຼອດໄລຍະຜ່ານມາ ໂດຍເລີ່ມຕົ້ນຈາກໂຄງການກໍ່ສ້າງໂຮງຮຽນການຊ່າງລາວ-ເຢຍລະມັນ ຊຶ່ງປັດຈຸບັນແມ່ນວິທະຍາໄລເຕັກນິກລາວ-ເຢຍລະມັນ, ຫຼັງຈາກນັ້ນກໍໄດ້ໃຫ້ການສະໜັບສະໜູນ ສປປ ລາວ ມາໂດຍຕະຫຼອດ ແລະ ປັດຈຸບັນກໍ່ມີໂຄງການທີ່ກຳລັງຈັດຕັ້ງປະຕິບັດ 2 ໂຄງການ ສໍາລັບຂະແໜງການຍ່ອຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ທັ້ງນີ້ກໍເພື່ອເປັນການສົ່ງເສີມ ແລະ ພັດທະນາການສຶກສາວິຊາຊີບ ແລະ ດຶງດູດໃຫ້ຄົນຢາກມາຮຽນສາຍວິຊາຊີບຫຼາຍຂຶ້ນ.
ສຳລັບ 2 ໂຄງການທີ່ຈະຈັດຕັ້ງປະຕິບັດ ປະກອບມີ ໂຄງການພັດອາຊີວະສຶກສາໃນ ສປປ ລາວ ໄລຍະທີ 3 ເປັນຕົ້ນແມ່ນ ການປັບປຸງເງື່ອນໄຂໂຄງປະກອບດ້ານນິຕິກຳ ສຳລັບການຈັດການຮຽນ ການສອນແບບຄວບຄູ່ (DCT), ການເຂົ້າເຖິງ DCT ແລະ ຕະຫຼາດແຮງງານ, ສະຖານອາຊີວະສຶກສາ ໃນ ສປປ ລາວ ສາມາດຈັດຕັ້ງປະຕິບັດອາຊີວະສຶກສາແບບຄວບຄູ່ ໄດ້ດີຂຶ້ນ; ໂຄງການສະໜັບສະໜູນການເງິນອາຊີວະສຶກສາ ໄລຍະທີ 2 ຈຸດປະສົງຂອງໂຄງການ ແມ່ນສືບຕໍ່ສະໜັບສະໜູນການຮ່ວມມືລະຫວ່າງສະຖານອາຊີວະສຶກສາ, ສະຖານປະກອບການ ແລະ ຜູ້ຮຽນວິຊາຊີບ ໃນການຈັດຕັ້ງປະຕິບັດການຮຽນການສອນ ອາຊີວະສຶກສາແບບຄວບຄູ່ ທີ່ເນັ້ນໃສ່ພາກປະຕິບັດຕົວຈິງໃຫ້ຫຼາຍ, ມີຄຸນນະພາບ ແລະ ຄວາມສອດຄ່ອງກັບຄວາມຕ້ອງການຂອງບ່ອນເຮັດວຽກຫຼາຍຂຶ້ນ ແນໃສ່ໃຫ້ຜູ້ທີ່ຮຽນຈົບ ມີວຽກເຮັດງານທຳ ແລະ ມີລາຍຮັບທີ່ແນ່ນອນ.
ພາຍຫຼັງສິ້ນສຸດໂຄງການໃນປີ 2027 ພວກເຮົາຈະໄດ້ມີຄູ່ມືໃນການຈັດຕັ້ງປະຕິບັດການຈັດການຮຽນການສອນອາຊີວະສຶກສາແບບຄວບຄູ່, ມີການຝຶກອົບຮົມກ່ຽວກັບການຈັດການຮຽນ ການສອນອາຊີວະສຶກສາແບບຄວບຄູ່ (DCT) ໃຫ້ແກ່ຜູ້ລິຫານ, ຄູຝຶກ ພາຍໃນສະຖານອາຊີວະສຶກສາ ແລະ ສະຖານປະກອບການ ແລະ ການປະສານງານພາຍໃຕ້ສອງໂຄງການດັ່ງກ່າວ; ໃນຂະນະທີ່ກອງທຶນພັດທະນາອາຊີວະສຶກສາທີ່ໄດ້ການຈັດຕັ້ງປະຕິບັດທົດລອງ ແລະ ທາງກະຊວງສຶກສາທິການ ແລະ ກິລາ ມີວິໃສທັດໃນການສະໜັບສະໜູນຂະແໜງການອາຊີວະສຶກສາ ທີ່ເປັນຂໍ້ລິເລີ່ມໃນການພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບໃນອານາຄົດ ດ້ວຍການເອົາໃຈໃສ່ນຳພາ-ຊີ້ນຳໃນການສ້າງ ແລະ ພັດທະນານິຕິກຳໃນການຄຸ້ມຄອງກອງທຶນພັດທະນາອາຊີວະສຶກສາ ເປັນຕົ້ນແມ່ນ ດຳລັດວ່າດ້ວຍກອງທຶນພັດທະນາອາຊີວະສຶກສາ, ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງສະພາບໍລິຫານກອງທຶນ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງກອງເລຂາກອງທຶນ ແລະ ຂໍ້ຕົກລົງ ວ່າດ້ວຍຄຸ້ມຄອງ ແລະ ນຳໃຊ້ກອງທຶນ ແລະ ປື້ມຄູ່ມືປະຕິບັດກອງທຶນພັດທະນາອາຊີວະສຶກສາ, ທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ຈະສູມໃສ່ໃນການຈັດຕັ້ງປະຕິບັດກອງທຶນ ຕາມແຜນທີ່ໄດ້ວາງໄວ້ໃນຕົ້ນປີ 2026 ເປັນຕົ້ນໄປ.
ຂ່າວໂດຍ: ບົວລະພາ

