ສສກ-ອີດີເອັບ ລາວ ສືບຕໍ່ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ 4 ແຂວງເປົ້າໝາຍ
14/01/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກອງທຶນການສຶກສາເພື່ອພັດທະນາ (EDF Lao) ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ຢູ່ 4 ແຂວງເປົ້າໝາຍຂອງໂຄງການ ເມື່ອບໍ່ດົນມານີ້ ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດລົງນາມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ດຣ ຄໍາຮຽນ ອິນທະຫວາ ປະທານກອງທຶນການສຶກສາເພື່ອພັດທະນາ ປະຈໍາ ສປປ ລາວ, ເຂົ້າຮ່ວມເປັນສັກຂີພິຍານມີຕາງໜ້າຈາກຫ້ອງການກະຊວງ, ກົມສ້າງຄູ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ທັງ 4 ແຂວງເປົ້າໝາຍເຂົ້າຮ່ວມທາງອອນລາຍ.
ການຮ່ວມມືເຊັນສັນຍາໃນຄັ້ງນີ້, ພາຍໃຕ້ໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ຢູ່ 4 ແຂວງເປົ້າໝາຍຂອງໂຄງການ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ສາລະວັນ ໄລຍະ IV ດ້ວຍງົບປະມານຂອງໂຄງການແມ່ນ 1,352,560 ໂດລາສະຫະລັດ, ຊຶ່ງຈຸດປະສົງຫຼັກຂອງໂຄງການ ແມ່ນແນໃສ່ການສະໜັບສະໜູນດ້ານວິຊາການໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ໃຫ້ບຸລິມະສິດຂອງແຜນພັດທະນາຂະແໜ່ງການສຶກສາ ແລະ ກິລາ ໃນໄລຍະໃໝ່ນີ້ແມ່ນເພີື່ອປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນການສຸມໃສ່ການພັດທະນາການສຶກສາ, ການປັບປຸງຄຸນນະພາບການຮຽນການສອນໃນລະບົບສາມັນສຶກສາ, ການພັດທະນາຊົນນະບົດ, ຊ່ວຍຫຼຸດຜ່ອນຄວາມທຸກຍາກຢູ່ບັນດາແຂວງໃນເຂດພື້ນທີ່ເປົ້າໝາຍ ແລະ ຫວັງວ່າໂຄງການດັ່ງກ່າວຈະປະກອບສ່ວນທີ່ສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໄລຍະປີ 2026-2030.
ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ຍັງເປັນການຢັ້ງຢືນເຖິງ “ພັນທະສັນຍາອັນໜັກແໜ້ນ” ແລະ ຄວາມມຸ່ງໝັ້ນຮ່ວມກັນ ເພື່ອສ້າງຮາກຖານການສຶກສາທີ່ເຂັ້ມແຂງໃຫ້ແກ່ອະນາຄົດຂອງເຍົາວະຊົນລາວ, ຊຶ່ງອົງການ (EDF Lao) ແມ່ນອົງການທີ່ບໍ່ຫວັງຜົນກຳໄລ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ປະເທດຍີ່ປຸ່ນ ໃນປີ 1987. ສຳລັບຢູ່ ສປປ ລາວ, ພາຍໃຕ້ການຊີ້ນຳ ແລະ ອຳນວຍຄວາມສະດວກຈາກລັດຖະບານລາວ, ໄດ້ເລີ່ມໃຫ້ການຊ່ວຍເຫຼືອມາແຕ່ປີ 1997, ໂດຍເລີ່ມຕົ້ນຈາກເຂດຫ່າງໄກສອກຫຼີກໃນແຂວງເຊກອງ ແລະ ຄຳມ່ວນ, ຈົນໄດ້ຂະຫຍາຍຂອບເຂດການຊ່ວຍເຫຼືອໄປສູ່ແຂວງສະຫວັນນະເຂດ ແລະ ສາລະວັນ, ຄວາມສຳເລັດຕະຫຼອດເກືອບ 30 ປີ ຜ່ານມາ ລ້ວນແຕ່ເກີດຈາກນ້ຳໃຈອັນໃສສະອາດຂອງປະຊາຊົນຍີ່ປຸ່ນ ທີ່ປາດຖະໜາຢາກເຫັນເດັກນ້ອຍລາວໄດ້ຮັບໂອກາດທາງການສຶກສາຢ່າງເທົ່າທຽມ.
ໂດຍ: ບົວລະພາ
