Skip to main content

ຄະນະນໍາ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານລັດຖະມົນຕີ ທີ່ໄດ້ຮັບເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ສະໄໝທີ XII

15/01/2026
ໃນວັນທີ 14 ມັງກອນ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ (ສສກ) ນຳພາໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານພັກກະຊວງ, ຄະນະລັດຖະມົນຕີ, ຫົວໜ້າຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ ຕະຫຼອດຮອດສະມາຊິກພັກ ແລະ ພະນັກງານ ພາຍໃນກະຊວງ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ສະໄໝທີ XI, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຖືກຮັບເລືອກໃຫ້ເປັນ ກຳມະການກົມການເມືອງສູນກາງພັກ ສະໄໝທີ XII.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ສະໄໝທີ XI, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຖືກຮັບເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ສະໄໝທີ XII ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ແລະ ຂໍອວຍພອນໃຫ້ທ່ານຈົ່ງສືບຕໍ່ນຳພາ-ຊີ້ນໍາວຽກງານໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາຂອງພວກເຮົາໃຫ້ມີຜົນສຳເລັດໃຫຍ່ຫຼວງຂຶ້ນກວ່າເກົ່າ.
ໂອກາດດຽວກັນ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍໄດ້ກ່າວສະແດງຄວາມຄວາມໃຈມາຍັງຄະນະນໍາກະຊວງທຸກຂັ້ນທີ່ເຂົ້າຮ່ວມສະແດງຄວາມຍິນດີ ແລະ ຮ່ວມອວຍພອນ. ພ້ອມນັ້ນ, ທ່ານຍັງໄດ້ກ່າວໃຫ້ຮູ້ເຖິງການລາຍງານວຽກງານການສຶກສາໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII, ຊຶ່ງທາງຂັ້ນເທິງກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ກັບຂະແໜງການສຶກສາ ແລະ ກິລາຂອງພວກເຮົາເປັນຢ່າງຍິ່ງ, ເພາະວຽກງານການສຶກສາແມ່ນມີຄວາມສໍາຄັນຫຼາຍຕໍ່ກັບການພັດທະນາຊັບພະຍາກອນມະນຸດພາຍໃນປະເທດ ແລະ ພວກເຮົາຕ້ອງພ້ອມກັນສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໂດຍສະເພາະແມ່ນດ້ານການພັດທະນາຊັບພະຍາກອນມະນຸດ, ປັບປຸງລະບົບການສຶກສາ ແລະ ວຽກງານອື່ນໆທີ່ປິ່ນອ້ອມໃຫ້ມີການພັດທະນາຂຶ້ນເປັນກ້າວໆ.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ