ສສກ ປຶກສາຫາລືວຽກງານສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ
14/01/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມການສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ການນໍາສະເໜີສະພາບ ແລະ ສິ່ງທ້າທາຍໃນປັດຈຸບັນຂອງການສຶກສາຮຽນຮ່ວມສຳລັບຄົນພິການ ເມື່ອວັນທີ 12 ມັງກອນ 2026 ທີ່ຫ້ອງປະຊຸມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສຂອງອົງການຮ່ວມມືສາກົນຍີ່ປຸນ (ໄຈກ້າ) ປະຈໍາລາວ, ມີເລຂານຸການໃຫຍ່ອົງການຄົນພິການອາຊີ ເພື່ອການພັດທະນາ, ທີ່ປຶກສາອົງການໄຈກ້າ, ຫົວໜ້າກົມ, ຮອງຫົວໜ້າກົມ, ສະຖາບັນ, ສູນ ແລະ ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເນັ້ນໃສ່ການສຶກສາຮຽນຮ່ວມສໍາລັບເດັກພິການ ຊຶ່ງເປັນຫົວຂໍ້ທີ່ເປັນປັດໄຈຫຼັກສໍາຄັນ ເພື່ອບັນລຸຕາມວິໄສທັດຂອງລັດຖະບານ ສປປ ລາວ ທີ່ວ່າ ບໍ່ປະໃຜໄວ້ເບື້ອງຫຼັງ ສໍາລັບການສຶກສາ. ບັນຫານີ້ ບໍ່ແມ່ນຄວາມຮັບຜິດຊອບຂອງໜ່ວຍງານໃດໜຶ່ງເທົ່ານັ້ນ, ແຕ່ເປັນພັນທະ ແລະ ໜ້າທີ່ຂອງທຸກພາກສ່ວນໃນສັງຄົມ, ໂດຍກະຊວງສຶກສາທິການ ແລະ ກິລາ ຈະຕ້ອງໄດ້ເປັນເຈົ້າການສົມທົບກັບທຸກພາກສ່ວນ ເພື່ອຊຸກດັນການສຶກສາສໍາລັບຄົນພິການ ໃຫ້ກວ້າງຂວາງ ແລະ ທົ່ວເຖິງຫຼາຍຂຶ້ນ.
ຄຽງຄູ່ກັນນີ້, ກໍເພື່ອສ້າງຄວາມເຂົ້າໃຈທ່າອ່ຽງພາບລວມການສຶກສາຮຽນຮ່ວມສໍາລັບເດັກຄົນພິການໃນລະດັບສາກົນ, ນໍາສະເໜີສະພາບ ແລະ ສິ່ງທ້າທາຍປັດຈຸບັນຂອງການສຶກສາຮຽນຮ່ວມສໍາລັບເດັກພິການໃນລາວ; ທົບທວນບົດບາດ ແລະ ຂອບຄວາມຮັບຜິດຊອບຂອງບັນດາກົມ ຫຼື ສູນ ໃນການສົ່ງເສີມການສຶກສາຮຽນຮ່ວມສໍາລັບເດັກພິການ). ພ້ອມກັນນັ້ນ, ຍັງໄດ້ຮັບຟັງການນໍາສະເໜີຂອງນະໂຍບາຍກ່ຽວກັບການສຶກສາຮຽນຮ່ວມໃນ ສປປ ລາວ, ກົດໝາຍການສຶກສາ (ມາດຕາ 6) ແລະ ຍຸດທະສາດການສຶກສາຮຽນຮ່ວມ 2030; ຖອດຖອນບົດຮຽນການເຂົ້າຮ່ວມແລກປ່ຽນບົດຮຽນດ້ານການສຶກສາຮຽນຮ່ວມທີຕ່າງປະເທດ; ສົນທະນາແລກປ່ຽນຕໍ່ກັບແນວທາງຂອງການສຶກສາຮຽນຮ່ວມໃນ ສປປ ລາວ, ນໍາສະເໜີຄວາມຕ້ອງການດ້ານການສຶກສາຕາມປະເພດຂອງຄວາມພິການ ແລະ ສົນທະນາເປັນກຸ່ມ (ຍົກກໍລະນີສຶກສາ) ອີກດ້ວຍ.
ຂ່າວໂດຍ: ບົວລະພາ

