Skip to main content
29/12/2025 | ສຶກສາ

ເປີດປ້າຍ ໂຮງຮຽນລ້ຽງເດັກ ອະນຸບານ ແລະ ປະຖົມ ມີນາ ເປັນໂຮງຮຽນຕົວແບບຄຸນນະພາບ

ພິທີເປີດປ້າຍໂຮງຮຽນລ້ຽງເດັກ ອະນຸບານ ແລະ ປະຖົມ ມີນາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຮງຮຽນຕົວແບບຄຸນນະພາບຂອງ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເມື່ອວັນທີ 26 ທັນວາ 2025 ທີ່ໂຮງຮຽນດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ດາວວອນ ສິມມາລາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊທານີ, ທ່ານ ນາງ ໄພທູນ ວົງໄຊ ຜູ້ອຳນວຍການໂຮງຮຽນມີນາ ພ້ອມດ້ວຍອະດີດຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມພາກເອກະຊົນເມືອງ, ຂະແໜງການ, ໜ່ວຍງານ, ຜູ້ອຳນວຍການໂຮງຮຽນ, ຕາງໜ້າຈາກໂຮງຮຽນອ້ອມຂ້າງ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ຫຼານນ້ອຍນັກຮຽນພາຍໃນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ໄພທູນ ວົງໄຊ ໄດ້ລາຍງານຫຍໍ້ໃນການສ້າງໂຮງຮຽນຕົວແບບຄຸນນະພາບ ແລະ […]

29/12/2025 | ສຶກສາ

ໂຮງຮຽນສະຖາພອນ ເປີດງານແຂ່ງຂັນກິລາ ຄັ້ງທີ V ທົ່ວໂຮງຮຽນ ປະຈຳສົກຮຽນ 2025-2026

ໂຮງຮຽນສະຖາພອນ ເປີດງານແຂ່ງຂັນກິລາ ຄັ້ງທີ V ທົ່ວໂຮງຮຽນ ປະຈຳສົກຮຽນ 2025-2026 ໃນຕອນເຊົ້າວັນທີ 27 ທັນວາ 2025 ທີ່ສະໜາມກິລາຫຍ້າທຽມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີສັດຕະນາກ, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ ແລະ ທ່ານ ອະພິເດດ ໄພສະຫວັດ ຄະນະບໍລິຫານໂຮງຮຽນສະຖາພອນ ພ້ອມດ້ວຍພະນັກງານ, ຄູ-ອາຈານ, ສະມາຄົມພໍ່ແມ່ນັກຮຽນ ແລະ ນ້ອງນັກຮຽນຕັ້ງແຕ່ຊັ້ນອະນຸບານຮອດຊັ້ນ ມ.7 ຢ່າງເປັນຂະບວນການຟົດຟື້ນ. ໂອກາດນີ້, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ ກ່າວເປີດງານແຂ່ງຂັນກິລາໃນຄັ້ງນີ້ວ່າ: ການຈັດກິດຈະກຳແຂ່ງຂັນກິລາໃນເທື່ອນີ້ […]

25/12/2025 | ສຶກສາ

ກພວຕ ປຶກສາຫາລືຮັບຮອງບັນດາຫົວຂໍ້ຄົ້ນຄວ້າ ປະຈຳປີ 2025

ສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດກອງປະຊຸມປຶກສາຫາລືຮັບຮອງບັນດາຫົວຂໍ້ຄົ້ນຄວ້າ ປະຈຳປີ 2025 ໃນວັນທີ 25 ທັນວາ 2025 ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຮອງລັດຖະມົນຕີ, ຮອງປະທານ ແລະ ຄະນະກໍາມະການ ສະພາບໍລິຫານ ກພວຕ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ດັ່ງທີ່ຮູ້ນໍາກັນແລ້ວວ່າ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນການຈັດຕັ້ງໜຶ່ງ ສ້າງຕັ້ງຂຶ້ນເພື່ອລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະສົມທຶນ ເພື່ອຕອບສະໜອງເຂົ້າໃນການຄົ້ນຄວ້າ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ມີປະສິດທິຜົນ […]

25/12/2025 | ສຶກສາ

ພະນັກງານຫຼັກແຫຼ່ງ ສສກ ຮັບຟັງມູນເຊື້ອ 2 ວັນປະຫວັດສາດສໍາຄັນຂອງຊາດ

ພະນັກງານຫຼັກແຫຼ່ງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບຟັງປາຖະກະຖາມູນເຊື້ອວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນຕອນເຊົ້າວັນທີ 25 ທັນວາ 2025 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ […]

25/12/2025 | ສຶກສາ

ອາຫານທ່ຽງໃນໂຮງຮຽນ ຊ່ວຍໃຫ້ການຮຽນຂອງນ້ອງນັກຮຽນດີຂຶ້ນ

ການຂາດແຄນອາຫານທ່ຽງ ເຄີຍເປັນບັນຫາຫຼັກທີ່ສົ່ງຜົນຕໍ່ອັດຕາການປະລະການຮຽນ ແຕ່ພາຍຫຼັງໂຄງການອາຫານທ່ຽງໃນໂຮງຮຽນໄດ້ເຂົ້າມາມີບົດບາດ ເຮັດໃຫ້ພາບບັນຫາເຫຼົ່ານັ້ນເລີ່ມຄ່ອຍໆຫາຍໄປ ນັກຮຽນມາໂຮງຮຽນສະໝໍ່າສະເໝີຂຶ້ນ ແລະ ຜົນການຮຽນຂອງນັກຮຽນດີຂຶ້ນ. ທ່ານ ພອນສະຫວາດ ຄຳວິໄລ ຫົວໜ້າຫ້ອງການພາກສະໜາມຂອງອົງການອາຫານໂລກ ປະຈໍາເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສຳພາດວ່າ: ອົງການອາຫານໂລກ ປະຈໍາເມືອງໂຂງ ໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການອາຫານທ່ຽງຢູ່ 4 ແຂວງພາກໃຕ້. ໃນນັ້ນ, ບ້ານແກ້ງກຸ່ມ ເມືອງໂຂງ ແຂວງຈໍາປາສັກ ເປັນໜຶ່ງໃນບ້ານເປົ້າໝາຍຂອງໂຄງການອາຫານທ່ຽງໃນໂຮງຮຽນ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການມາຕັ້ງແຕ່ປີ 2021 ພາຍໃຕ້ການສະໜັບສະໜູນຂອງແຜນງານແມັກໂກເວີນດໍ 2020 (McGovern-Dole 2020) ຫາປີ 2025, ແຕ່ໃນຂະນະດຽວກັນ ກໍໄດ້ຮັບການສະໜັບສະໜູນເພີ່ມຕື່ມຈາກແມັກໂກເວີນດໍ ເລີ່ມແຕ່ປີ 2024-2029 ຊຶ່ງພາຍໃຕ້ການສະໜັບສະໜູນຂອງໂຄງການອາຫານທ່ຽງ ມີ: ເຂົ້າເສີມວິຕາມິນ, ປາກະປ໋ອງ ແລະ ນໍ້າມັນພືດ. ນອກນັ້ນ, ແມ່ນການປະກອບສ່ວນຂອງຊຸມຊົນຈາກທ້ອງຖິ່ນ ຄື: ອາຫານສົດ, ການລະດົມເປັນເງິນສົດຈາກປະຊາຊົນພາຍໃນບ້ານດັ່ງກ່າວບວກກັບອາຫານທີ່ອົງການອາຫານໂລກໃຫ້ການສະໜັບສະໜູນນີ້ ຄືກິດຈະກຳຫຼັກໆຂອງໂຄງການອາຫານທ່ຽງໃນໂຮງຮຽນ. ນອກຈາກນັ້ນ, ກໍມີການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຄົວ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ໂດຍມີການຝຶກອົບຮົມໃຫ້ຄວາມຮູ້ໃນການບໍລິຫານຈັດການ, ການຂຶ້ນແຜນອາຫານ. ນອກຈາກນັ້ນ, […]

24/12/2025 | ສຶກສາ

ກົມສ້າງຄູ ສສກ ຫາລືກະກຽມການປະຕິຮູບລະບົບການສ້າງຄູ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ກະກຽມການປະຕິຮູບລະບົບການສ້າງຄູ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ໃນວັນທີ 24 ທັນວາ 2025 ທີ່ຫ້ອງປະຊຸມ 425 ກະຊວງສຶກສາທິການ ແລະ ກິລາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າກົມສ້າງຄູ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ຫ້ອງການຄະນະກຳມາທິການສຶກສາສົງສູນກາງ, ວິທະຍາໄລຄູດົງຄຳຊ້າງ ແລະ ວິທະຍາໄລຄູສົງອົງຕື້ ຕະຫຼອດຮອດພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ຜ່ານ (ຮ່າງ) ຂອບແນວຄວາມຄິດການກະກຽມການປະຕິຮູບລະບົບການສ້າງຄູ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ, ການປັບປຸງ ສະຖານການສ້າງຄູ ໃຫ້ມີຄວາມກະທັດຮັດ ແລະ ແທດເໝາະກັບການກໍ່ສ້າງຄູ ຕາມແຜນຄວາມຕ້ອງການຄູໃນອະນາຄົດ […]

24/12/2025 | ສຶກສາ

“ກຸກກີ້ ສີປະເສີດ” ສາວຄູອາສາສະໝັກ ສຸດພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງພັກ-ລັດ

ຄວາມພາກພູມໃຈ ຂອງຄູອາສາສະໝັກ ທີ່ໄດ້ຮັບການບັນຈຸເຂົ້າເປັນຄູລັດຖະກອນໃໝ່ ຢູ່ແຂວງອັດຕະປື ໃນປີ 2025 ແມ່ນເປັນເຫດການທີ່ສຳຄັນໜຶ່ງ ທີ່ໄດ້ຢັ້ງຢືນເຖິງຜົນງານ, ຄວາມອົດທົນ, ຄວາມພະຍາຍາມ ແລະ ຄວາມມັກຮັກໃນອາຊີບຂອງຄູ ຊຶ່ງໃນປີ 2025 ແຂວງອັດຕະປື ກໍຄືພະແນກສຶກສາທິການ ແລະ ກິລາແຂວງ ກໍໄດ້ບັນຈຸຄູອາສາສະໝັກຕາມໂກຕ້າທີ່ກະຊວງສຶກສາທິການ ແລະ ກິລາ ຈັດສັນໃຫ້ໃນ ຈຳນວນ 20 ຄົນ. ໜຶ່ງໃນນັ້ນ ຄູ ກຸກກີ້້ ສີປະເສີດ ອາຍຸ 26 ປີ ເຜົ່າລາວ ບ້ານຝັ່ງແດງ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ບັນຈຸເຂົ້າເປັນຄູລັດຖະກອນໃໝ່ ສັງກັດຢູ່ ໂຮງຮຽນອະນຸບານ ບ້ານຝັ່່ງແດງ ເມືອງໄຊເສດຖາ ໄດ້ສະແດງຄວາມພາກພູມໃຈ ທີ່ອົງການຈັດຕັ້ງພັກ-ລັດ ໄດ້ຮັບຕົນເອງບັນຈຸເປັນຄູລັດຖະກອນໃໝ່ ໄດ້ເລົ່າສູ່ຟັງວ່າ: ພາຍຫຼັງທີ່ໄດ້ຮຽນຈົບສາຍຄູອະນຸບານ 12+4 ໃນປີ 2023 ກໍໄດ້ສະໝັກເປັນຄູອາສາສະໝັກ ສອນຢູ່ໂຮງຮຽນອະນຸບານ ບ້ານຝັ່່ງແດງ, ຕົນເອງໄດ້ຕັ້ງໜ້າປະຕິບັດໜ້າທີ່ເປັນຄູສອນຢ່າງຕັ້ງໃຈຕະຫຼອດມາ, ເຖິງແມ່ນວ່າເປັນຄູສອນເດັກອະນຸບານ ຈະຫຍຸ້ງຍາກພຽງໃດກໍຕາມ […]

24/12/2025 | ສຶກສາ

ສສກ-ປກຊ ຮ່ວມລົງນາມບົດບັນທຶກການຮ່ວມມືດ້ານເຕັກນິກ ແລະ ວິຊາການ ຄວາມປອດໄພລັງສີ ແລະ ນິວເຄລຍ

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກົມເຄມີສາດ ກະຊວງປ້ອງກັນປະເທດ (ປກຊ) ຮ່ວມລົງນາມບົດບັນທຶກການຮ່ວມມືດ້ານເຕັກນິກ ແລະ ວິຊາການ ຄວາມປອດໄພລັງສີ ແລະ ນິວເຄລຍ ເມື່ອວັນທີ 23 ທັນວາ 2025 ທີ່ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດລົງນາມໂດຍ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພັອ ຄຳສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພັອ ໂອພາດ ທຳມະທອງ ຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຜູ້ອຳນວຍການສະຖາບັນອ້ອມຂ້າງທັງສອງກະຊວງ […]