“ກຸກກີ້ ສີປະເສີດ” ສາວຄູອາສາສະໝັກ ສຸດພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງພັກ-ລັດ

ຄວາມພາກພູມໃຈ ຂອງຄູອາສາສະໝັກ ທີ່ໄດ້ຮັບການບັນຈຸເຂົ້າເປັນຄູລັດຖະກອນໃໝ່ ຢູ່ແຂວງອັດຕະປື ໃນປີ 2025 ແມ່ນເປັນເຫດການທີ່ສຳຄັນໜຶ່ງ ທີ່ໄດ້ຢັ້ງຢືນເຖິງຜົນງານ, ຄວາມອົດທົນ, ຄວາມພະຍາຍາມ ແລະ ຄວາມມັກຮັກໃນອາຊີບຂອງຄູ ຊຶ່ງໃນປີ 2025 ແຂວງອັດຕະປື ກໍຄືພະແນກສຶກສາທິການ ແລະ ກິລາແຂວງ ກໍໄດ້ບັນຈຸຄູອາສາສະໝັກຕາມໂກຕ້າທີ່ກະຊວງສຶກສາທິການ ແລະ ກິລາ ຈັດສັນໃຫ້ໃນ ຈຳນວນ 20 ຄົນ.
ໜຶ່ງໃນນັ້ນ ຄູ ກຸກກີ້້ ສີປະເສີດ ອາຍຸ 26 ປີ ເຜົ່າລາວ ບ້ານຝັ່ງແດງ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ບັນຈຸເຂົ້າເປັນຄູລັດຖະກອນໃໝ່ ສັງກັດຢູ່ ໂຮງຮຽນອະນຸບານ ບ້ານຝັ່່ງແດງ ເມືອງໄຊເສດຖາ ໄດ້ສະແດງຄວາມພາກພູມໃຈ ທີ່ອົງການຈັດຕັ້ງພັກ-ລັດ ໄດ້ຮັບຕົນເອງບັນຈຸເປັນຄູລັດຖະກອນໃໝ່ ໄດ້ເລົ່າສູ່ຟັງວ່າ: ພາຍຫຼັງທີ່ໄດ້ຮຽນຈົບສາຍຄູອະນຸບານ 12+4 ໃນປີ 2023 ກໍໄດ້ສະໝັກເປັນຄູອາສາສະໝັກ ສອນຢູ່ໂຮງຮຽນອະນຸບານ ບ້ານຝັ່່ງແດງ, ຕົນເອງໄດ້ຕັ້ງໜ້າປະຕິບັດໜ້າທີ່ເປັນຄູສອນຢ່າງຕັ້ງໃຈຕະຫຼອດມາ, ເຖິງແມ່ນວ່າເປັນຄູສອນເດັກອະນຸບານ ຈະຫຍຸ້ງຍາກພຽງໃດກໍຕາມ ແຕ່ຍ້ອນຄວາມມັກຮັກໃນອາຊີບ ບວກກັບພັກ-ລັດໃຫ້ຂໍ້ສະດວກຢ່າງຫຼວງຫຼາຍ ໂດສະເພາະແມ່ນປຶ້ມຕຳລາສອນ, ຄູ່ມືໃນການຜະລິດສື່ການຮຽນການສອນ ແລະ ມີອຸປະກອນຮັບໃຊ້ການຮຽນການສອນ ພ້ອມດ້ວຍອຳນວຍການ, ຄຸ-ອາຈານໃນໂຮງຮຽນ ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອແນະນຳໃຫ້ກຳລັງໃຈທີ່ດີ.
ຄູ ກຸກກີ້ ສີປະເສີດ ຍັງໃຫ້ຮູ້ຕື່ມອີກວ່າ: ນອກຈາກຈະມັກຮັກໃນອາຊີບຄູແລ້ວ ກໍແມ່ນກຳລັງໃຈທີ່ດີຂອງຄອບຄົວທີ່ ຊຸກຍູ້ສົ່ງເສີມໃຫ້ຄວາມສະດວກ, ສະໜັບສະໜູນດ້ານເວລາ, ສະຫຼະເວລາວຽກຄອບຄົວ ເພື່ອຈັດຕັ້ງປະຕິບັດການສິດສອນ, ການສະໜັບສະໜູນດ້ານຈິດໃຈ ໃຫ້ກຳລັງໃຈ ແລະ ເຂົ້າໃຈຕໍ່ພາລະໜ້າທີ່ຂອງຄວາມເປັນຄູ, ມາຮອດປັດຈຸບັນນີ້ຕົນເອງພ້ອມແລ້ວທີ່ຈະເປັນກຳລັງແຮງໜຶ່ງໃນການພັດທະນາຊັບພະຍາກອນມະນຸດ, ກາຍເປັນຄູ ທີ່ສ້າງຄົນ, ສ້າງປັນຍາ ແລະ ສ້າງອະນາຄົດ ແລະ ຈະປະຕິບັດໜ້າການເມືອງ ກໍຄືໜ້າທີ່ຂອງຄູ ຢ່າງສຸດຄວາມສາມາດ ເພື່ອເຮັດແນວໃດໃຫ້ເດັກນ້ອຍລາວເຮົາ ເວົ້າລວມ, ເວົ້າສະເພາະແມ່ນເດັກນ້ອຍຊາວແຂວງອັດຕະປືຂອງພວກເຮົາ ໄດ້ເຂົ້າເຖິງການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ.
ພາບ-ຂ່າວ: ວັດທະນາ














