Skip to main content

ເປີດປ້າຍ ໂຮງຮຽນລ້ຽງເດັກ ອະນຸບານ ແລະ ປະຖົມ ມີນາ ເປັນໂຮງຮຽນຕົວແບບຄຸນນະພາບ

29/12/2025
ພິທີເປີດປ້າຍໂຮງຮຽນລ້ຽງເດັກ ອະນຸບານ ແລະ ປະຖົມ ມີນາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຮງຮຽນຕົວແບບຄຸນນະພາບຂອງ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເມື່ອວັນທີ 26 ທັນວາ 2025 ທີ່ໂຮງຮຽນດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ດາວວອນ ສິມມາລາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊທານີ, ທ່ານ ນາງ ໄພທູນ ວົງໄຊ ຜູ້ອຳນວຍການໂຮງຮຽນມີນາ ພ້ອມດ້ວຍອະດີດຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມພາກເອກະຊົນເມືອງ, ຂະແໜງການ, ໜ່ວຍງານ, ຜູ້ອຳນວຍການໂຮງຮຽນ, ຕາງໜ້າຈາກໂຮງຮຽນອ້ອມຂ້າງ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ຫຼານນ້ອຍນັກຮຽນພາຍໃນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ນາງ ໄພທູນ ວົງໄຊ ໄດ້ລາຍງານຫຍໍ້ໃນການສ້າງໂຮງຮຽນຕົວແບບຄຸນນະພາບ ແລະ ຜົນງານການເຄື່ອນໄຫວຂອງໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ ສົມບູນ ມີນາ ວ່າ: ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕົ້ນມີນາ ເປັນໂຮງຮຽນເອກະຊົນ ຕັ້ງຢູ່ ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດການຮຽນການສອນ ວັນທີ 1 ກັນຍາ 2003 ເປັນຕົ້ນມາ, ຊຶ່ງເປີດຮັບນັກຮຽນລ້ຽງເດັກ-ອະນຸບານ ເບື້ອງຕົ້ນມີ ຫ້ອງລ້ຽງເດັກ 1 ຫ້ອງ, ອະນຸບານ 1-3 ຂັ້ນລະ 1 ຫ້ອງ ລວມເປັນ 4 ຫ້ອງ, ມີນັກຮຽນທັງໝົດ 88 ຄົນ, ຍິງ 39 ຄົນ, ມີຄູສອນທັງໝົດ 8 ຄົນ, ຍິງ 8 ຄົນ; ສົກຮຽນ 2005-2006 ໄດ້ຂະຫຍາຍຊັ້ນປະຖົມ ປ.1-ປ.3 ມີນັກຮຽນທັງໝົດ 163 ຄົນ; ສົກຮຽນ 2019-2020 ໄດ້ຂະຫຍາຍຊັ້ນມັດທະຍົມຕົ້ນເພີ່ມ; ສົກຮຽນ 2025-2026 ໂຮງຮຽນມີອາຄານຮຽນທັງໝົດ 5 ຫຼັງ (ແຕ່ຊັ້ນລ້ຽງເດັກ-ມັດທະຍົມ) ປະກອບມີຫ້ອງຮຽນ 31 ຫ້ອງ, ຫ້ອງບໍລິຫານ 3 ຫ້ອງ, ຫ້ອງປະຊຸມນ້ອຍ 1 ຫ້ອງ, ຫ້ອງສະໝຸດ 1 ຫ້ອງ, ຫ້ອງຄອມພິວເຕີ 1 ຫ້ອງ, ຫ້ອງກິດຈະກຳ 2 ຫ້ອງ, ຫ້ອງພັກຄູ 2 ຫ້ອງ, ຫ້ອງອາຫານ 3 ຫ້ອງ, ຫ້ອງຄົວ 2 ຫ້ອງ, ຫ້ອງນໍ້າ 22 ຫ້ອງ ແລະ ມີເດີ່ນເຮັດກິດຈະກຳໃນຮົ່ມ; ສົກຮຽນ 2025-2026 ນີ້ ມີຄູອາຈານ ແລະ ພະນັກງານທັງໝົດ 81 ຄົນ, ມີນັກຮຽນທັງໝົດ 879 ຄົນ, ໃນນີ້ ມີນັກຮຽນຊັ້ນລ້ຽງເດັກ-ອະນຸບານ 359 ຄົນ, ນັກຮຽນປະຖົມ 520 ຄົນ, ຊຶ່ງວິໃສທັດຂອງໂຮງຮຽນ ມີນາ ແມ່ນຕ້ອງການສ້າງໃຫ້ນັກຮຽນມີຄວາມສາມາດຮອບດ້ານ ໂດຍເລີ່ມຈາກການສຶກສາກ່ອນໄວຮຽນ-ມັດທະຍົມຕອນປາຍ ໃຫ້ສົມກັບຄຳຂວັນຂອງໂຮງຮຽນທີ່ວ່າ : ຮຽນເກັ່ງ ເຄັ່ງວິໄນ ຮ່ວມໃຈພັດທະນາ ພະລະນາໄມສົມບູນ ກະຕັນຍູຮູ້ບຸນຄຸນ.
ນອກນັ້ນ, ທາງໂຮງຮຽນໄດ້ມີຜົນການດຳເນີນງານໃນການຈັດຕັ້ງປະຕິບັດໂຄງການໂຮງຮຽນຕົວແບບໃນ 6 ດ້ານ ຂອງຊັ້ນອະນຸບານ ແລະ ປະຖົມ ຄື: ດ້ານຜູ້ຮຽນ, ການຮຽນການສອນ, ສະພາບແວດລ້ອມ, ອຸປະກອນການຮຽນ-ການສອນ, ການບໍລິຫານຄຸ້ມຄອງ ແລະ ການມີສ່ນຮ່ວມຂອງຊຸມຊົນ. ຜ່ານການກວດກາ ຕິດຕາມປະເມີນຜົນຂອງຄະນະກຳມະການໃນບັນດາມາດຕະຖານຂອງໂຮງຮຽນຕົວແບບຄຸນນະພາບຂອງ ນວ ເຫັນວ່າໂຮງຮຽນແຫ່ງດັ່ງກ່າວ ມີເງື່ອນໄຂຄົບຖ້ວນໃນບັນດາມາດຕະຖານທີ່ວາງໄວ້ ແລະ ອີງໃສ່ຂໍ້ຕົກລົງ ວ່າດ້ວຍການອະນຸມັດມອບໃບຢັ້ງຢືນ ໂຮງຮຽນຕົວແບບ-ຄຸນນະພາບ ສຳລັບການສຶກສາກ່ອນໄວຮຽນ ສົກຮຽນ 2024-2025 ແລະ ກອງປະຊຸມຕັດສິນ ຜົນການປະເມີນໂຮງຮຽນ ຕົວແບບຄຸນນະພາບ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ຕົກລົງເຫັນດີ ມອບໃບຢັ້ງຢືນ ແລະ ເປີດປ້າຍໂຮງຮຽນຕົວແບບຄຸນນະພາບ ພ້ອມທັງໄດ້ຮັບໃບຍ້ອງຍໍຂັ້ນນະຄອນຫຼວງວຽງຈັນອີກດ້ວຍ.
ຈາກນັ້ນ, ບັນດາຄະນະປະທານ ແລະ ແຂກເຂົ້າຮ່ວມກໍໄດ້ເລາະຢ້ຽມຊົມບູດວາງສະແດງ ແລະ ລັ່ນຄ້ອງ 9 ບາດ ແລະ ຕັດແຖບຜ້າ ພ້ອມທັງເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂຶ້ນຢ່າງເປັນທາງການ.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ